ເປີດແລ້ວເຕະບານຊິງຂັນປະທານຄະນະກຳມະການກວດກາສູນກາງພັກ
ການເປີດການແຂ່ງຂັນກິ ລາເຕະບານຊີງຂັນປະທານຄະນະກຳມະການກວດກາສູນກາງເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາທີ່ຈະໝູນວຽນມາບັນຈົບຄົບຮອບ 32 ປີທີ່ຈະເຖິງນີ້, ທັງເປັນການ ຕ້ອນ ຮັບກອງປະຊຸມວຽກງານກວດກາປະຈຳປີ 2007- 2008 ທີ່ຈະໄຂຂຶ້ນໃນຕໍ່ໜ້າ ແລະ ສິ່ງສຳຄັນແມ່ນເປັນສ້າງສາຍພົວພັນ ແລະ ຜູກແໜ້ນຄວາມສາມັກຄີລະຫວ່າງນັກກິລາຂອງຄະນະກຳມະການກວດກາສູນກາງກັບນັກກິລາບັນດາກະ ຊວງ, ອົງການ, ບໍລິສັດ ແລະ ລັດວິສາຫະກິດຕ່າງໆອ້ອມຂ້າງສູນກາງໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ການແຂ່ງຂັນໄດ້ເລີ່ມມີໃນ ວັນທີ 24 ຕຸລາ ຫາວັນທີ 30 ພະຈິກຢູ່ທີ່ເດີ່ນບານຄະນະກຳມະການກວດ ກາສູນກາງ ນະຄອນຫຼວງວຽງ ຈັນ, ໂດຍມີ 12 ທີມເຂົ້າຮ່ວມຄື: ທີມເຕະບານຂອງຄະນະກຳມະການກວດກາສູນກາງ(ເຈົ້າພາບ), ຫ້ອງວ່າການສູນກາງພັກ, ຄະນະຈັດ ຕັ້ງສູນກາງ, ສຳນັກງານນາຍົກ ລັດຖະມົນຕີ, ກະຊວງພະລັງງານບໍ່ແຮ່, ໜັງສືພິມປະຊາຊົນ, ບໍລິສັດເຊື້ອໄຟລາວ, ລັດວິສາຫະກິດໂທ ລະຄົມລາວ, ບໍລິສັດປະສົມລາວໂທລະຄົມ, ບໍລິສັດເຊື້ອໄຟອິນດູຈີນ, ລັດວິສາຫະກິດຫວຍກິລາລາວແລະ ກົມພາສີ. ການແຂ່ງຂັນໄດ້ແບ່ງອອກເປັນ 4 ສາຍ ແຕ່ລະສາຍມີ 3 ທີມ. ລາງວັນການແຂ່ງຂັນແບ່ງເປັນ 4 ລາງວັນ ຄື ທີມຊະນະເລີດ, ຮອງຊະນະເລີດແລະ ທີ 3 ໄດ້ຮັບຂັນໜຶ່ງໜ່ວຍ ພ້ອມດ້ວຍເງິນ ສົດຈຳນວນໜຶ່ງ, ທີ 4 ຈະໄດ້ຮັບເງິນສົດ. ສ່ວນທີມທີ່ຕົກຮອບຈະໄດ້ຮັບລາງວັນຊົມເຊີຍ. ຄູ່ເປີດສະໜາມລະຫວ່າງທີມເຕະບານຄະນະກຳມະການກວດ ກາສູນກາງ (ເຈົ້າພາບ) ພົບກັບໜັງ ສືພິມປະຊາຊົນ ຊຶ່ງດຳເນີນໄປຢ່າງດຸເດືອດປ່ຽນກັນບຸກປ່ຽນກັນຮັບ ໃນ ທີ່ສຸດ ໜັງສືພິມປະຊາຊົນ ເຊິ່ງມີ ຄວາມວ່ອງໄວ ແລະ ຄຸມບານໄດ້ດີ ກວ່າກໍສາມາດຍິງປະຕູນຳຂຶ້ນ ກ່ອນ ເປັນ 1 ປະຕູ ຕໍ່ 0. ຫຼັງຈາກ ນັ້ນ ທີມ ຄະນະກຳມະການກວດກາສູນກາງກໍອອກແຮງໜັກຂຶ້ນ ພ້ອມ ທັງ ປັບປ່ຽນກົນລະຍຸດກັນໃໝ່ ທັງ ໃນການເຂົ້າບານ ແລະ ສົ່ງບານ ກໍ ແມ່ນຢຳຂຶ້ນ ຈຶ່ງສາມາດຕີໄຂ່ແຕກ ຕາມຂຶ້ນມາເປັນ 1 ປະຕູ ຕໍ່ 1. ຈາກ ນັ້ນ ການແຂ່ງຂັນກໍເຂັ້ມຂຸ້ນຂຶ້ນ ເຊິ່ງຕ່າງຝ່າຍຕ່າງບຸກ ແລະ ຕັ້ງ ຮັບໄດ້ເປັນຢ່າງດີ ຈົນໃນທີ່ສຸດ ຝ່າຍໜັງສືພິມປະຊາຊົນ ເຊິ່ງມີພະ ລະກຳລັງ ແລະ ທັກສະດີກວ່າ ກໍ ເປັນຝ່າຍຍິງປະຕູຄູ່ຕໍ່ສູ້ ນຳຫ່າງ ມາເປັນ 3 -1. ຈົບເກມການແຂ່ງ ຂັນ 90 ນາທີ ໜັງສືພິມປະຊາຊົນຊະ ນະເຈົ້າພາບ ກຽມເຂົ້າສູ່ຮອບຕໍ່ໄປ ໄດ້ຢ່າງງົດງາມ./.