ເທຄັວນໂດໄດ້1ຫຼຽນຄຳ3ຫຼຽນທອງໃນກິລາອາຊຽນ
* ນີ້ກໍຖືວ່າເປັນຂີດໝາຍອັນສຳ ຄັນໃນວົງການກິລາບ້ານເຮົາທີ່ເລີ່ມແຕກໜໍ່ຈໍ່ແໜງຂຶ້ນມາຄຶ້ກຄື້ນຢ່າງເຫັນໄດ້ຢ່າງຈະແຈ້ງແລ້ວວ່າການແຂ່ງຂັນ ກິລາແຕ່ລະປະເພດນັບມື້ນັບໄດ້ເປີດກວ້າງແລະຂະຫຍາຍຫລາຍ ໄປທຸກມູມ. ບັນດາສຳນັກງານ ອົງ ການຈົນລົງໄປສູ່ບ້ານເຂດຫ່າງໄກສອກຫລີກທີ່ມີເງື່ອນໄຂໃນຂອບເຂດທົ່ວປະເທດ. ຖ້າຈະເວົ້າແລ້ວວົງການກິລາບ້ານກໍຄ່ອຍຫຍັບເຂົ້າໃກ້ ຫາກິລາໂລກທຸກໄລຍະຊຶ່ງມັນສະແດງອອກໃນການແຂ່ງຂັນເຊັ່ນ: ກິລາຊີເກມ, ອາຊຽນເກມແລະກິລາອື່ນໆ. ອັນທີ່ເຫັນໄດ້ແຈ້ງຄືເມື່ອມໍ່ໆ ມານີ້ທີມນັກກິລາເທຄວັນໂດຂອງລາວມີເກມການຫລິ້ນ ທີ່ດີສາມາດຍາດໄດ້ 1 ຫລຽນຄຳ ແລະ 3 ຫລຽນທອງໃນການແຂ່ງຂັນເທຄວັນໂດຊີງແຊ໋ມອາຊຽນຄັ້ງທີ 8 ທີ່ນະຄອນໂຮ່ຈີ່ມີນ ສສ. ຫວຽດນາມເຊິ່ງຈັດຂຶ້ນໃນຫວ່າງວັນທີ 10- 14 ຕຸລາ 2007 ນີ້. ບັນດາປະເທດທີ່ເຂົ້າຮ່ວມການແຂ່ງ ຂັນກິລາເທຄວັນໂດຊີງແຊ໋ມອາຊຽນ ຄັ້ງນີ້ ປະກອບມີ 7 ປະເທດຄື: ປະເທດມາເລເຊຍ, ຟິລິບປິນ, ສິງກະໂປ, ກຳປູເຈຍ,ໄທ, ຫວຽດນາມ ແລະລາວ. ຕາມພາກສ່ວນກ່ຽວຂ້ອງແຈ້ງໃຫ້ຮູ້ວ່າ: ທີມນັກກິລາທີ່ສົ່ງເຂົ້າຮ່ວມມີຈຳນວນ 8 ຄົນລວມມີ 2 ລຸ້ນຄື: ລຸ້ນເຍົາວະຊົນ ແລະຊາວໜຸ່ມ. ສາມາດຍາດໄດ້ 1 ຫລຽນຄຳຈາກລຸ້ນຊາວໜຸ່ມ ໂດຍແມ່ນ ທ້າວພຸດທະສອນທຳມະວົງ ແລະ 1 ຫລຽນທອງ ຈາກທ້າວພຸດທະວົງອຸດທະຈັກ ສ່ວນລຸ້ນເຍົາວະຊົນກໍໄດ້ 2 ຫລຽນທອງຈາກຄືທ້າວ ບຸນເລີດດາລາສານ ແລະທ້າວສີສະຫວັນແກ້ວໄຊຍະເດດ. ການໄດ້ຮັບຫລຽນຕ່າງໆມາໄດ້ກໍຖືວ່າເປັນໃບໜ້າໃບຂອງປະເທດຊາດໂດຍສະເພາະວົງການກິລາເທຄວັນ ໂດຂອງລາວໃຫ້ຊາວໂລກໄດ້ຮັບຮູ້; ນອກ ຈາກນີ້ຜົນໄດ້ຮັບຫລືປະສົບການຄັ້ງນີ້ເປັນບົດຮຽນທີ່ດີເພື່ອໄປແຂ່ງ ຂັນໃນຄັ້ງຕໍ່ໄປໂດຍສະເພາະແມ່ນຈະກະກຽມເຂົ້າຮ່ວມການແຂ່ງຂັນໃນຊີເກມຄັ້ງທີ 24 ທີ່ປະເທດໄທເປັນເຈົ້າ ພາບໃນທ້າຍປີນີ້ ແລະສະຫະພັນເທຄວັນລາວກໍຫວັງວ່າຈະໄດ້ຫລຽນຄຳຕື່ມອີກ./.