ແຂວງຜົ້ງສາລີແມ່ນແຂວງໜຶ່ງຕັ້ງຢູ່ເໜືອສຸດຂອງປະເທດລາວ ທີ່ປະກອບໄປດ້ວຍປະກອບໄປດ້ວຍຫລາຍ ຊົນເຜົ່າທີ່ມີຮີດ ຄອງປະເພນີວັດທະນະທຳ ທີ່ແຕກຕ່າງກັນ. ແນ່ ນອນແຕ່ລະຊົນຊົນເຜົ່າກໍຕ້ອງມີກິລາ ສະເພາະຂອງໃຜລາວ. ແຂວງຜົ້ງສາ ລີເຄີຍໄດ້ຫລຽນຄຳໃນງານກິລາພື້ນເມືອງທົ່ວປະເທດ ຍ້ອນແນວນັ້ນຈຶ່ງອີງໃສ່ທ່າແຮງດັ່ງກ່າວຈັດການແຂ່ງຂັນກິລາພື້ນ ເມືອງເພື່ອ ຄັດເລືອກເອົານັກກິລາທີ່ມີພອນສະຫວັນ ແລະມີຄວາມສາມາດກຽມເຂົ້າຮ່ວມ ງານກິລາພື້ນເມືອງທົ່ວປະເທດທີ່ແຂວງຫົວພັນ ຈະເປັນເຈົ້າພາບຈັດຂຶ້ນໃນທ້າຍປີນີ້. ກິລາພື້ນເມືອງຂອງແຂວງຜົ້ງ ສາລີ ຈະຈັດການແຂ່ງຂັນມີ 3 ປະເພດຄື: ໜ້າເກັກ, ໝາກຂ່າງ ແລະກະຕໍ້ຫວາຍ ຊຶ່ງຕາມການລາຍງານຂອງຄະນະຮັບຜິດຊອບກິລາແຂວງຜົ້ງສາລີຮູ້ວ່າ: ແຂວງຜົ້ງສາລີ ຈະຄັດ ເລືອກເອົານັກກິລາຍິງໜ້າເກັກຈຳ ນວນ 4 ຄົນ ເຊິ່ງລວມມີທ່ານັ່ງແລະທ່າຢືນ ໄລຍະ 10 ແມັດແລະ 15 ແມັດໃນປະເພດໝູ່ຄະນະ ສ່ວນປະເພດດ່ຽວແມ່ນຈະຄັດເລືອກເອົານັກກິລາທີ່ສາມາດຍິງໄດ້ 80 ຄະແນນ 1 ຄົນ. ສຳລັບກິລາໝາກຂ່າງຈະຄັດເອົາ 4 ຄົນ ໂດຍຈະຄັດເອົາປະເພດທີມຊຸດ, ທີມຄູ່ແລະດ່ຽວຢູ່ໃນໄລຍະຍິງ 5 ແມັດ, 10 ແມັດແລະ 15 ແມັດ ສ່ວນກິລາກະຕໍ້ຈະຄັດເລືອກເອົານັກກິລາຈຳນວນ 6 ຄົນໃນປະເພດທີມຊຸດແລະທີມຄູ່. ສະໜາມກິລາແຂ່ງຂັນກິລາ 3 ປະເພດມີຍິງໜ້າເກັກແລະກະຕໍ້ແມ່ນແຂ່ງຢູ່ສະໜາມຂອງບ້ານໂພນສະຫວາດເມືອງຜົ້ງສາລີ, ສ່ວນກິລາໝາກຂ່າງຈັດຢູ່ເດີ່ນກິລາເຕະ ບານຂອງແຂວງ. ໃນໄລຍະຜ່ານມາຜົ້ງສາລີເຄີຍໄດ້ຫລຽນຄຳຍິງໜ້າເກັກ 2 ຫລຽນໃນທັງໝົດ 5 ຫລຽນຄຳແລະໝາກຂ່າງໄດ້ 3 ຫລຽນຄຳຢູ່ການແຂ່ງຂັນກິລາພື້ນເມືອງທົ່ວປະເທດທ້າຍ 2006 ທີ່ຜົ້ງສາລີເອງເປັນເຈົ້າພາບ.