ຫວຽດນາມ​ຖ່າຍ​ທອດ​ຄວາມ​
ຮູ້​ໃຫ້​ລາວ​ໃນ​ການຈັດ​ມະຫະກຳ​ກິລາ​ຊີ​ເກ​ມ


ດັ່ງທີ່ບັນດາທ່ານໄດ້ຮັບຮູ້ ນຳກັນແລ້ວວ່າ ສປປ ​ລາວ​ເຮົາ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບຈັດ​ມະຫະ​ກຳ​ກິລາ​ຊີ​ເກ​ມຄັ້ງທີ 25 ປີ 2009 , ຖ້າ​ຈະນັບ​ຖອຍຫລັງ​ກໍ​ຍັງບໍ່ພໍ​ເທົ່າ​ໃດ​ປີ​ຂ້າງ​ໜ້າ ຊຶ່ງ​ໃນ​ການ​ກະກຽມ ໃນ​ດ້ານ​ຕ່າງ​ໆກໍ​ຢູ່​ໃນ​ໄລຍະ​ການ​ຂຸ້ນ ຂ້ຽວ ເປັນຕົ້ນ​ແມ່ນ​ສະຖານ​ທີ່​ ຫລື​ ສະ ໜາມ​ການ​ແຂ່ງຂັນ​ກິລາ​ແຕ່ລະ​ປະ​ເພດ​ລວມ​ໄປ​ເຖິງການ​ບໍ ລິການ ​ໂຮງ​ແຮມ ​ເຮືອນ​ພັກ, ການ​ຄົມມະນາຄົມ​ຂົນ​ສົ່ງ ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຕ່າງໆ​ໃນ​ນະຄອນຫລວງ ວຽງ​ຈັນ ​ແລະ​ ບັນ ດາ​ແຂວງ​ທີ່​ມີ​ລາຍ​ຊື່​ໃນ​ສະໜາມ​ແຂ່ງຂັນ. ໃນ​ເວລາ​ນັ້ນ​ແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ ກໍ່​ຈະ​ຫຼັ່ງໄຫລ ເຂົ້າ​ມາ​ຮ່ວມ​ງານ.
ທ່ານ ຫງວຽນ ​ວັນ ​ກວນ ​ຫົວ ໜ້າ​ກົມ​ພົວພັນ​ຕ່າງ​ປະ​ເທດຂອງ​ຄະນະ​ກຳມະການ​ກິລາ​ແຫ່ງ​ຊາດ ຂອງ​ກະ ຊວງ​ວັດທະນະ​ທຳ​ ທ່ອງ​ທ່ຽວ​ແລະ​ກິລາ ສສ ຫວຽດນາມ​ໄດ້ກ່າວ​ໃນ​ການ​ສຳ​ມະ​ນາ​ການ​ກະ ກຽມ​ເປັນ​ເຈົ້າພາບ​ຊີ​ເກ​ມຄັ້ງທີ 25 ປີ 2009 ໄດ້​ຍົກ​ໃຫ້ເຫັນ​ວ່າ: ການ​ເປັນ​ເຈົ້າພາບ​ຈະ​ຕ້ອງ​ໄດ້​ປັບປຸງ​ໃຫ້​ເປັນ​ລະບົບ​ຄົບ​ຊຸດ​ແລະ​ມີ​ຄຸນ​ນະພາບສູງ​ຂຶ້ນບໍ່​ວ່າ​ຈະ​ເປັນ​ໃນ​ດ້ານ​ການ​ສ້າງ​ບຸກຄະລາ
​ ກອນ, ອາສາ​ສະໝັກ​ຮັບ​ໃຊ້​ຝ່າຍ​ຕ່າງໆ, ວຽກ​ງານ​ພິທີການ​ຮັບ​ຕ້ອນ​ແຂກ​ຄົນ, ວຽກ​ງານ​ທີ່ພັກ, ​ໂຮງ​ແຮມ, ຮ້ານ​ອາຫານ, ການ​ຄົມມະນາຄົມຂົນ​ສົ່ງ​ແລະ​ສູນ​ຂໍ້​ມູນ​ຂ່າວສານ, ການ ວາງ​ແຜນ​ສ້າ​ງບຸກຄະລາ​ກອນ​ຮັບ​ໃຊ້​ກຳມະການ​ແຕ່ລະ​ຝ່າຍ. ບົດຮຽນ​ແລະ​ປະສົບ​ການ​ຕົວ​ຈິງ​ຜ່ານ​ມາ​ຫວຽດນາມ​ ທີ່ໄດ້​ຮັບ​ກຽດ​ເປັນ​ເຈົ້າ ພາບ​ຈັດ​ງານ​ຊີ​ເກ​ມຄັ້ງທີ 22 ປີ 2003​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ເຖິງ​ວ່າ ສສ ຫວຽດນາມຈະ​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ເປັນ​ເຈົ້າພາບ​ຈັດ​ການແຂ່ງ ຂັນກິລາ​ຊີ​ເກ​ມ​ແລະ​ກໍ​ມີ​ການ​ແຂ່ງຂັນ 42 ປະ​ເພດ​ກິລາ ຢູ່ 13 ແຫ່ງ​ທົ່ວ​ປະ​ເທດ ຊຶ່ງ​ມີ​ຂະ​ບວນ​ຄົນ​ເຂົ້າ​ຮ່ວມ​ງານ 11 ພັນ​ກວ່າ​ຄົນ, ແຕ່​ຫວຽດນາມ ກໍ ສາມາດດຳເນີນ ງານເປັນຜົນສຳ ເລັດ​ຜ່ານ​ໄປ​ໄດ້​ດີ; ທັງນີ້ກໍຍ້ອນ​ຄວາມຕັດສິນ​ໃຈເດັດ ດ່ຽວ​ຜ່ານ​ຜ່າຕໍ່​ໜ້າ​ທີ່ວຽກ​ງານ​ແລະ​ການ​ມີ​ສ່ວນ​ຮ່ວມຂອງທຸກ​ພາກສ່ວນໃນ​ສັງ​ຄົມ​ເຮັດ​ໃຫ້​ງານ​ສຳ​ເລັດ​ໄປໄດ້​ຢ່າງ​ຈົບ ງາມ.
ການສຳມະນາຖ່າຍ​ຖອດ​ບົດ​ຮຽນຈາກ​ຫວຽດນາມ​ໃຫ້ແກ່ລາວ ຄັ້ງນີ້ໄດ້ມີຂຶ້ນໃນລະຫວ່າງວັນ​ທີ 10- 13ຕຸລາ​ນີ້ຢູ່​ຫ້ອງການ​ກິລາ​ແຫ່ງ​ຊາດ ນະຄອນຫຼວງວຽງຈັນ, ​ໂດຍ​ມີ​ຄະນະ​ກຳມະການ​ກິລາ, ກົມ​ກິລາ, ກົມ​ພົວ ພັນ​ຕ່າງປະ​ເທດ ​ແລະ ພາກ ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ນຳ./.

 


ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446