* ການແຂ່ງຂັນກິລາເທັນນິດ ແປບຊີ ເປີດກວ້າງ ຄັ້ງທີ່ 12 ເພື່ອສ້າງບັນຍາກາດຕ້ອນຮັບວັນຊາດ ຄົບຮອບ 32 ປີ ຮອບຊີງ ຊະນະເລີດ ປະເພດເຍົາວະຊົນຊາຍດ່ຽວ ລຸ້ນອາຍຸ 18-25 ປີ ໄດ້ຈັດຂຶ້ນໃນ ວັນທີ 30 ຕຸລາ 2007 ທີ່ສະໜາມກິລາເທັນນິດວຽງຈັນ ນະຄອນຫລວງວຽງຈັນ ເປັນການ ໂຄຈອນມາພົບກັນ ຂອງນັກກິລາລຸ້ນສືບທອດກໍວ່າໄດ້ເພາະວ່ານັກກິລາທັງສອງຄົນຍັງໜຸ່ມແໜ້ນ ລະຫວ່າງນັກກິລາເທັນນິດຊາຍ ສົມໃຈ ເທບທິທັກ ແຂວງ ສະຫວັນນະເຂດ ແລະ ແສງເດືອນ ແກ້ວດາລາສຸກ ນະຄອນຫລວງ ວຽງຈັນ, ເກມການແຂ່ງຂັນໃນຮອບນີ້ແມ່ນສົມສັກສີເປັນຄູ່ຊີງຊະນະເລີດ ໃນແຕ່ລະເຊັດການແຂ່ງຂັນ ຕ່າງຝ່າຍ ຕ່າງກໍພະຍາຍາມ ຮັກສາເກມການເສີບຂອງໃຜລາວ ເພື່ອຫວັງເອົາຊະນະເຊິ່ງກັນ ແລະ ກັນ ເຮັດໃຫ້ຄະແນນສູສີກັນ ຖ້າແມ່ນໃຜ ຜິດພາດກໍແມ່ນເສຍຄະແນນໂລດ. ອັນໄດ້ເຮັດໃຫ້ບັນຍາກາດການແຂ່ງຂັນໃນສະໜາມຟົດຟື້ນມ່ວນຊື່ນທຸກເວລານາທີ ໂດຍສະເພາະແມ່ນໄດ້ຮັບການເຊຍຮ້ອງ ຈາກກອງເຊຍຂອງແຕ່ລະຝ່າຍ ຢ່າງບໍ່ຂາດສາຍ ວ່າແຕ່ໄດ້ຄະແນນກໍໄດ້ຮັບສຽງຕົບມື ໂຮຮີວ ຊົມເຊີຍ ຟົດສະນັ່ນ ແລະ ໃນທີ່ສຸດ ນັກກິລາທັງສອງກໍສະເໝີກັນ
ໄປຕັດສິນຢູ່ໃນເຊັດສຸດທ້າຍ, ສົມໃຈ ອາໄສປະສົບການ ຮັກສາການເສີບ , ສາມາດສະກັດຮັບການເສີບ ຂອງ ແສງເດືອນ ໄດ້ ຈຶ່ງເປັນ ຝ່າຍຊະນະ ດ້ວຍຄະແນນ 1/6, 6/5,7/5 ຮັບຂັນລາງວັນໄປຄອງພ້ອມເງິນສົດ 8 ແສນກີບ, ອັນດັບ ສອງ ແສງເດືອນ ໄດ້ຂັນ ໜຶ່ງໜ່ວຍ ພ້ອມເງິນ 5 ແສນກີບ.
ສຳລັບຜົນການແຂ່ງຂັນ ເຍົາວະຊົນຊາຍດ່ຽວ ອາຍຸ 10-12 ປີ ຊະນະເລີດ ຄຳປະເສີດ ບຸນສະອາດ, ຮອງຊະນະເລີດ ສົມຊາຍ ວັນນະລັກ, ເຍົາວະຊົນ 10-12 ປີ ຄູ່ ຊະນະເລີດ ອານັນດາ ຄຳພູດີ + ສັນຍາລັກ ໂພຊະນາລັກ ຮອງຊະນະເລີດ ທະນົງສິນ ສີຣິລັກ+ຈິນນະລີ ແສງຈັນ, ເຍົາວະຊົນຊາຍດ່ຽວ 12-14 ປີ ຊະນະເລີດ ອານັນດາ ຄຳພູມີ, ຮອງຊະນະເລີດ ພອນຜາສຸກ,ເຍົາວະຊົນຊາຍດ່ຽວ 14-16 ປີ ຊະນະເລີດ ພອນຜາສຸກ ແກ້ວຜາຄູນ, ຮອງຊະນະເລີດ ອະນຸລັກ ສັກປະເສີດ, ເຍົາວະຊົນຊາຍດ່ຽວ 16-18 ປີ ຊະນະເລີດ ແສງເດືອນ ແກ້ວດາລາສຸກ ຮອງຊະນະເລີດ ວິທະຍາ ລາຊະວະດີ, ເຍົາວະຊົນຄູ່ 18-25 ປີ ຊະນະເລີດ ວິລະໄຊ ຈົນດາຮາ+ ສົມໃຈ ເທບທິທັກ ຣອງຊະນະເລີດ ຈຳນຽນສີທາວົງ+ແສງສິລິວັນ ສີມະຫາໂນ.
ການແຂ່ງຂັນກິລາເທັນນິດແປບຊີເປີດກວ້າງປະຈຳປີໃນຄັ້ງນີ້ກໍເໝືອນ ກັບທຸກໆປີ ຜ່ານມາ ເພື່ອເນັ້ນພັດທະນານັກກິລາ ເທັນນິດຂອງພວກເຮົາ ມີປະສົບການ ມີເຕັນນິດ ສີມື ໃນການຫລິ້ນເທັນນິດນັບມື້ນັບກ້າວຂຶ້ນສູ່ຄຸນນະພາບໃໝ່ ແລະ ທັງເປັນປັດໄຈກຽມຄັດເລືອກນັກກິລາຜູ້ດີເດັ່ນ ເຂົ້າສູ່ທີມຊາດເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການໃຫຍ່ສາກົນ ແລະ ພາກພື້ນ ຕໍ່ໄປ.
ຜ່ານການແຂ່ງຂັນ ເຫັນໄດ້ວ່າ ວົງການກິລາເທັນນິດ ໄດ້ມີການ ພັດທະນາຂຶ້ນອີກບາດກ້າວໜຶ່ງນັ້ນກໍຄື ໄດ້ມີນັກກິລາຜູ້ໜຸ່ມນ້ອຍໄດ້ຫັນມາຫລິ້ນກິລາປະເພດນີ້ ນັບມື້ນັບຫລາຍຂຶ້ນ ເພື່ອເປັນອອກກຳລັງກາຍ, ຮັກສາສຸພາບ, ຫ່າງໄກຈາກສິ່ງເສບຕິດ ກໍຄືການຍົກລະດັບເຕັກນິກການຫລິ້ນກິລາປະເພດນີ້ໃຫ້ດີຂຶ້ນເລື້ອຍໆ ເຂົ້າສູ່ທີມຊາດ ກໍຄືການແຂ່ງຂັນໃນລະດັບສຳຄັນອື່ນໆ.
ພາຍຫລັງ ການແຂ່ງຄູ່ຊີງຊະນະເລີດ ສຳເລັດ ກໍໄດ້ມີການມອບຂອງຂວັນໃຫ້ແກ່ນັກກິລາ ທີໜຶ່ງ ແລະ ສອງ ມີທັງຂັນ ແລະ ເງິນສົດ ຊຶ່ງເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ ມີທ່ານ ສົມພົງ ມົງຄົນວິໄລ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ , ປະທານສະຫະພັນເທັນນິດແຫ່ງຊາດ.