​ແຂ່ງຂັນ​ກິລາ​ເທັນ​ນິດ​ເປ​ບຊີ​ເປີດ​ກ້ວາງ​ກຽມ
​ ຄວາມ​ພ້ອມ​ເຂົ້າ​ຊູ່​ການ​ແຂ່ງຂັນ​ຊີ​ເກ​ມ

ນັກ​ກິລາ​ເທັນ​ນິດ ຈຳນວນ​ເກືອບ 100 ຄົນ, ທັງ​ຍິງ-ຊາຍ ​ໃນ​ລຸ້ນ​ເຍົາວະ​ຊົນ, ຊາວ​ໜຸ່ມ ​ແລະ​ລຸ້ນ ທົ່​ວ​ໄປ ຕ່າງ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ເທັນ​ນິດ ແປັບ​ຊີ​ ເປີດ​ກວ້າງ​ຄັ້ງທີ 12 ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ຕຸລາ 2007 ນີ້ ໄປ​ຈົນ​ເຖິງ​ວັນທີ 30 ຕຸລາ 2007 ທີ່​ສະໜາມ​ກິລາ​ເທັນ​ນິດ​ວຽງ​ຈັນ; ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ສ້າງ​ບັນຍາກາດ ສະ​ເຫລີ​ມ ສະຫລອງ ນະຄອນຫລວງ​ວຽງ​ຈັນ ຄົບຮອບ 450 ປີ, ທັງ​ເປັນ​ການ​ແລກປ່ຽນ​ປະສົບ​ການ ພັດທະນາ​ນັກ​ກິລາ​ເທັນ​ນິດ​ໃຫ້​ໄປ​ສູ່​ຄຸນ​ນະ ພາບ​ໃໝ່ ແລະ​ກຽມ​ປັດໄຈ​ໃນ​ການ​ກຽມ​ຄວາມ​ພ້ອມ​ຂອງ​ນັກ​ກິລາ​ເທັນ​ນິດ ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ຊີ​ເກ​ມ ທີ່​ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ໃນ​ປີ 2009.
ທ່ານ ໜູ​ໝັ້ນ ພັນ​ວົງສາ ຮອງ​ຜູ້ອຳນວຍການ​ນ້ຳຫວານລາວ​ແປັບ​ຊີ​ຈຳກັດ ​ໄດ້​ມີ​ຄຳ​ເຫັນ​ວ່າ: ຕະ ຫລອດ​ໄລຍະ​ຜ່ານ​ມາ ​ໄປ​ຄຽງ​ຄູ່​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ການ​ຜະລິດ​ເຄື່ອງ​ດື່ມ​ອອກ​ບໍລິການ​ຮັບ​ໃຊ້​ສັງຄົມ​ແລ້ວ ກໍ​ຍັງ​ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ສັງຄົມ​ດ້ວຍ​ດີ​ເລື້ອຍມາ, ໂດຍ​ສະ​ເພາະ​ການ​ໃຫ້ການ​ສົ່ງ​ເສີມ​ການ​ສຶກສາ, ຂະ​ບວນກິລາ, ສິລະ​ປະ, ວັດທະນະທຳ ​ແລະ​ດ້ານ​ອື່ນໆ ເຊັ່ນ​ດຽວ​ກັນ​ກັບ​ຂະ​ບວນການ​ສ້າງ​ກິດຈະກຳ​ເພື່ອ​ຫ່າງ​ໄກ​ຈາກ​ຢາ​ເສບ​ຕິດ.
ການແຂ່ງຂັນ​ກິລາ​ເທັນ​ນິດ​ແປັບ​ຊີ ເປີດ​ກວ້າງ​ປະຈຳ​ປີ​ໃນ​ຄັ້ງ​ນີ້ກໍ​ເໝືອນ​ກັບ​ທຸກໆ​ປີຜ່ານມາ ​ເພື່ອ​ເນັ້ນ​ພັດທະນາ​ນັກ​ກິລາ​ເທັນ​ນິດ​ຂອງ​ພວກ​ເຮົາ ມີ​ປະສົບ​ການ​ ມີເທັນ​ນິດ​ສີມື​ໃນ​ການ​ຫລິ້ນ​ເທັນ​ນິດ​ນັບ​ມື້ນັບ​ກ້າວ​ຂຶ້ນສູ່​ຄຸນ​ນະພາ​ບ​ໃໝ່ ແລະ​ທັງ​ເປັນ​ປັດ​ໄຈ​ກຽມ​ຄັດ​ເລືອກ​ນັກ​ກິລາ​ຜູ້ດີ​ເດັ່ນ​ເຂົ້າ​ສູ່​ທີ​ມຊາດ​ເພື່ອ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລາຍການ​ໃຫຍ່​ສາກົນ ແລະພາກພື້ນ. ນີ້ຖືເປັນ ຄັ້ງທີ 12 ທີ່ ບໍລິສັດແປັບຊີ ໄດ້ປະ ກອບສ່ວນໃນການສະໜັບສະໜູນກິ ລາປະເພດດັ່ງກ່າວ ແລະສະເພາະ ປີນີ້ບໍລິສັດດັ່ງກ່າວກໍໄດ້ໃຫ້ການສະ ໜັບສະໜູນ ລວມມີເງິນສົດ ແລະວັດ ຖຸຕ່າງໆມູນຄ່າທັງໝົດ 33.570.000 ກີບ.
ການແຂ່ງຂັນກິລາເທັນນິດ ໃນ ຄັ້ງນີ້ມີປະເພດດ່ຽວ: ເຍົາວະຊົນ ຊາຍດ່ຽວ ອາຍຸ 10-12 ປີ, ເຍົາວະ ຊົນຊາຍດ່ຽວ ອາຍຸ 12-14 ປີ, ເຍົາ ວະຊົນຊາຍດ່ຽວ 14-16 ປີ, ເຍົາ ວະຊົນຊາຍດ່ຽວ 16-18 ປີ, ຊາຍ ດ່ຽວ 18-25 ປີ. ປະເພດຄູ່ມີ: ເຍົາວະ ຊົນຊາຍຄູ່ 10-12 ປີ, ເຍົາວະຊົນ ຊາຍຄູ່ 12-14 ປີ, ເຍົາວະຊົນຊາຍຄູ່ 16-18 ປີ ແລະປະເພດຊາຍຄູ່ 18 ປີ ຂຶ້ນໄປ, ສຳລັບກົດລະບຽບ ຂອງ ການແຂ່ງຂັນແມ່ນລ້ວນແລ້ວແຕ່ ປະຕິບັດຕາມຫລັກການເທັນນິດ ສາກົນ.


 
   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446