
ແຂວງເຊກອງ ເປັນແຂວງນ້ອຍສຸດທີ່ນອນຢູ່ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ. ທົ່ວແຂວງ ມີເນື້ອທີ່ທັງໝົດ 7.665 ຕາຕະລາງກິໂລແມດຊຶ່ງເປັນແຂວງທີ່ມີພື້ນທີ່ອັນດັບທີ 15 ຂອງປະເທດ, ໃນນັ້ນ ເນື້ອທີ່ເຂດພູດອຍ ກວມເອົາ 65%, ເໝາະແກ່ການປູກຕົ້ນໄມ້ ອຸດສາຫະກຳ ແລະ ລ້ຽງສັດ; ເຂດພູພຽງ 30% (ເປັນສ່ວນໜຶ່ງຂອງພູພຽງບໍລິເວນ) ເໝາະແກ່ການ ປູກກາເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກ, ຢາງພາລາ ແລະ ອື່ນໆ......ແລະ ມີເນື້ອທີ່ເຂດທົ່ງພຽງ ກວມ 5% ເໝາະແກ່ການປູກເຂົ້າ ຊຶ່ງປະກອບດ້ວຍ 4 ເມືອງ ຄື: ເມືອງລະມານ, ເມືອງທ່າແຕງ, ເມືອງກາລືມ ແລະ ເມືອງດາກຈຶງ.
ແຂວງເຊກອງ |
 |
ແຂວງເຊກອງ ມີ 10 ຊົນເຜົ່າ ຄື ຊົນເຜົ່າຕຣຽງ, ຊົນເຜົ່າຮາຣັກ, ຊົນເຜົ່າກະຕູ, ຊົນເຜົ່າກຣຽງ (ແງະ), ຊົນເຜົ່າຢຣຸ (ລະເວນ), ຊົນເຜົ່າຊ່ວຍ, ຊົນເຜົ່າຕະໂອ້ຍ, ຊົນເຜົ່າລະວີ, ຊົນເຜົ່າແຢະ ແລະ ຊົນເຜົ່າລາວ.
ແຂວງເຊກອງ ມີ 229 ບ້ານ, ມີພົນລະເມືອງທັງໝົດ 101.364 ຄົນ, ຍິງ 51.521 ຄົນ. ປະຊາກອນ 90% ແມ່ນຕັ້ງຖິ່ນຖານ ແລະ ດຳລົງຊີວິດຢູ່ເຂດຊົນນະບົດ. ແຂວງເຊກອງ ມີ 2 ເມືອງ ຄື ເມືອງດາກຈຶງ ແລ ເມືອງກະລືມ ຖືກຈັດຢູ່ໃນ 47 ເມືອງທຸກຍາກຂອງ ສປປ ລາວ. ແຂວງເຊກອງ ຍັງມີບ້ານທຸກຍາກ 151 ບ້ານ, ກວມເອົາ 65,54% ຂອງຈຳນວນ ບ້ານທັງໝົດ ແລະ ມີ 5.626 ຄົວເຮືອນ ຍັງທຸກຍາກ, ກວມເອົາ 34,08% ຂອງຄົວເຮືອນ ທັງໝົດ ທຽບໃສ່ມື້ສ້າງຕັ້ງແຂວງເຊກອງໃນວັນທີ 14/4/1984 ອັດຕາຄົວເຮືອນທຸກຍາກ ແມ່ນ ຫຼຸດລົງ 55,92%.
ທີ່ຕັ້ງຂອງແຂວງເຊກອງ ຕິດກັບ 3 ແຂວງຂອງລາວ ແລະ 3 ແຂວງຂອງ ສສ ຫວຽດນາມ ຄື ທິດເໜືອ ຕິດກັບແຂວງສາລະວັນ, ທິດໃຕ້ ຕິດກັບແຂວງອັດຕະປື, ທິດຕາ ເວັນຕົກ ຕິດກັບແຂວງຈຳປາສັກ ແລະ ທິດຕາເວັນອອກ ຕິດກັບ (ແຂວງກອນຕຸມ, ແຂວງ ກວາງນາມ ແລະ ແຂວງເທື່ອທ່ຽນເຫວ້) ສສ ຫວຽດນາມ.
ແຂວງເຊກອງ ມີຊັບພະກອນທຳມະຊາດທີ່ອຸດົມສົມບູນ:
ມີເນື້ອທີ່ປ່າໄມ້ ປົກຫຸ້ມ 4.665 ຕາຕະລາງກິໂລແມດ, ກວມເອົາ 65% ຂອງພື້ນ ທີ່ທົ່ວແຂວງ ປະກອບດ້ວຍ ໄມ້ທີ່ມີຄ່າ ເຊັ່ນ ໄມ້ແປກ, ໄມ້ດູ່, ໄມ້ແດງ, ໄມ້ແຄນ, ໄມ້ຈຳປາປ່າ, ໄມ້ປະດົງ, ໄມ້ເກດສະໜາ, ໄມ້ຈິກ, ໄມ້ຮັງ ແລະ ໄມ້ອື່ນໆ.
ມີແມ່ນ້ຳຫຼາຍສາຍເຊັ່ນ: ເຊກອງ, ເຊໂດນ, ເຊຂະໝານ, ເຊນ້ຳນ້ອຍ, ຫ້ວຍລຳພັນ ແລະ ຫ້ວຍອື່ນໆຊຶ່ງມີເງື່ອນໄຂໃນການສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່.
ມີແຮ່ທາດຫຼາຍຊະນິດ ເຊັ່ນ: ບໍ່ຖ່ານຫີນ, ບໍ່ຄຳ, ບໍ່ເຫຼັກ, ບໍ່ບົກຊິດ, ບໍ່ທອງແດງ, ບໍ່ຫີນສີ ແລະ ແຮ່ທາດອື່ນໆ.
ກັບຫນ້າສາລະບັນ
|