​​ແຂ​ວງ ສະຫວັນ​ນະ​ເຂດ ຕັ້ງຢູ່​ພາກ​ກາງຂອງ​ປະ​ເທດ​ລາວ, ມີ​ເນື້ອທີ່ 21.774 ກິ​ໂລ​ແມັດ​ມົນທົນ​ ເປັນ ​ແຂ​ວງ ກ້ວາງ​ໃຫຍ່​ທີ່​ສຸດ ​ອານາ​ເຂດ​ທິດ​ເໜືອ ຕິ​ດກັບ ​ແຂ​ວງ ຄຳ​ມ່ວນ, ທິດ​ຕາ​ເວັນ​ອອກ​ ຕິດ​ກັບແຂ​ວງກວາງ​ຈິ ​ແລະ ​ແຂ​ວງ ກວາງ​ບິ່ງ (ສ.ສ. ຫວຽດນາມ) ທິດ​ໃຕ້ຕິດ​ກັບ ​ແຂ​ວງ ສາລະ​ວັນ, ທິດ​ຕາ​ເວັນ​ຕົກ​ຕິດ​ກັບ​ແຂ​ວງມຸກດາ​ຫານ, ນະຄອນ ​ພະ ນົມ, ອຸບົນ​ລາດ​ສະ​ທາ​ນີ ​ແລະ ​ແຂ​ວງອຳນາດ​ຈະ​ເລີນ ( ປະ​ເທດ​ໄທ ) ​ໂດຍ​ມີ​ນ້ຳ​ຂອງຮ່ວມ​ເປັນ​ຊາຍ​ແດນ.

​ໃນ​ນັ້ນ​ເນື່ອທີ່​ປ່າ​ໄມ້​ກວມ 61,05 % ຂອງ​ເນື້ອ​ທີ່​ທັງໝົດປະກອບ​ໄປ​ດ້ວຍ​ປ່າດົງ​ດິບ,ປ່າ​ໂຄກ, ​ແລະ ປ່າ​ສະ ນວນ150.000 ​ເຮັກຕາ ຮ່ວມກັບ​ແຂ​ວງ ສະລະ​ວັນປາ່ເລົ່ານັ້ນອຸດົມ​ສົມ​ບູນດ້ວຍ​ພຶດພັນ​ປ່າ​ໄມ້ ​ແລະ ຊີວະ​ນາໆພັນ.

ມີ​ສາຍ​ນ້ຳຫຼາຍສາຍ​ໄຫຼລິນ​ຫຼໍ່ລ້ຽງຕະຫຼອດປີ​ເຊັ່ນ: ​ເຊບັ້ງ​ໄຟ 293 ກມ ​​ເຊິ່ງ​ເປັນ​ຊາຍ​ກັບ​ແຂ​ວງ ຄຳ​ມ່ວນ, ​ເຊ ບັ້ງຫຽງ 338 ກມ ( ມີ​ສາຂາ​ຄື : ​ເຊ​ໂປ​ນ,​ ເຊ​ລະ​ນອງ,​ ເຊ​ຈຳ​ພອນ,​ ເຊ​ຊັງ​ຊອຍ ​ແລະ ​ເຊບັ້ງນວນ ນອກ​ນັ້ນ ກໍ່​ມີ​ຫ້ວຍ ຮ່ອງຄອງ​ບຶງ​ອື່ນໆອີກ.

​ແຂ​ວງສະຫວັນ​ນະ​ເຂດ ປະກອບ​ມີ 15 ຕົວ​ເມືອງຄື : ​ເມືອງ ​ໄຊ​ບູລີ,​ ເມືອງ ອຸທຸມພອນ,​ເມືອງ ອາດ​ສະ​ພອນ,​ ເມືອງ ວິລະ​ບູລີ, ​ເມືອງ ອາດ​ສະພັງ​ທອງ, ​ເມືອງ​ພະ​ລານ​ໄຊ, ​ເມືອງ ​ເຊ​ໂປ​ນ, ​ເມືອງ ພີນ, ​ເມືອງ ນອງ , ​ເມືອງ ​ໄຊ​ພູ ​ທອງ, ​ເມືອງ ຊົນນະ​ບູລີ, ​ເມືອງ ຈຳ​ພອນ, ​ເມືອງ ສອງ​ຄອນ, ​ເມືອງ ທ່າ​ປາງ​ທອງ ​ແລະ ​ເມື​ອງ ​ໄກສອນ ພົມວິ ຫານ​ເຊິ່ງ​ເປັນ​ເທດ​ສະບາ​ນ​ແຂ​ວງ.

ມີ​ປະຊາກອນ​ທັງໝົດ​ແມ່ນ 825.902 ຄົນ (2007) ປະ​ກອບ​ດ້ວຍ 11 ​ເຜົ່າ​ຄື : ລາວ, ຜູ້​ໄທ, ​ໄທ​ດຳ, ກະ ​ຕາງ, ມັງ​ກອງ, ຈາລີ, ລະ​ວາ, ສ່ວຍ, ປາ​ໂກະ, ກະ​ເລິງ ​ແລະ ຕະ​ໂອ້​ຍ.

ມີ​ຊັບພະຍາກອນ​ແຮ່ທາດ ຫຼາຍປະ​ເພດ​ເຊັ່ນ : ​ເກືອ, ຫີນກາວ, ຫີນກຣານິດ, ທອງ​ແດງ, ​ເງິນ ​ແລະ ຄຳ ທີ່​​ເມື​ອງ ວິລະ​ບູລີ ​ເປັນຕົ້ນ.

ປະຊາກອນ​ສ່ວນ​ຫຼາຍດຳລົງ​ຊີ​ວິດ​ຕາມ​ທົ່ງ​ພຽງອາ​ໃສ່​ອາຊີບ​ເຮັດ​ໄຮ່, ​ເຮັດສວນ ​ແລະ ຄ້າ​ຂາຍ​ເປັນຕົ້ນ.

 

ກັບຫນ້າສາລະບັນ

 

ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446