ຫາລືການສ້າງສວນອຸທິຍານມໍລະດົກທຳມະຊາດບຶງທາດຫລວງ
*(ຂປລ): ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງ ກະຊວງທະແຫລງຂ່າວ ແລະ ວັດທະນະທຳ ກັບອົງການອາຫານ ແລະ ກະເສດ (FAO) ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2010 ນີ້, ທີ່ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື ແລກ ປ່ຽນຄຳຄິດຄຳເຫັນ ໃນການຄົ້ນຄວ້າວິໃຈ ຄຸນຄ່າ ຄວາມໝາຍ ແລະ ຄຸນປະໂຫຍດອັນແທ້ຈິງ ຂອງບຶງທາດຫລວງ ເພື່ອນຳໄປສູ່ການວາງແຜນຈັດຕັ້ງປະຕິບັດ ໂຄງການສ້າງສວນອຸທິຍານມໍລະດົກແຫ່ງຊາດ ແລະ ວັດທະນະທຳ ຢູ່ເຂດບຶງທາດຫລວງ ແນ ໃສ່ ນຳຜົນປະໂຫຍດອັນສູງ ມາສູ່ປະຊາຊົນລາວ ໃນປະຈຸບັນ ແລະ ອະນາຄົດ. ໃນວາລະກອງປະຊຸມ ຊຶ່ງມີພະເຖລານຸເຖລະ ໃນນາມຄະນະປະທານ ອພສ ນະຄອນຫລວງວຽງຈັນ ໄດ້ຮັບການນິມົນເຂົ້າຮ່ວມ ໂດຍການເປັນປະທານ ຮ່ວມ ຂອງ ທ່ານ ໝູນແກ້ວ ອໍລະບູນ, ລັດຖະມົນຕີວ່າການກະຊວງຖະ ແຫລງຂ່າວ ແລະ ວັດທະນະທຳ ແລະ ທ່ານ ແຊັກແວັກໂຍ (Serge verniau), ຜູ້ຕາງໜ້ອົງ ການອາຫານ ແລະ ການກະເສດ ປະຈຳລາວ ພ້ອມມີບັນດາພະນັກງານວິຊາການ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ຮັບເຊີນເຂົ້າຮ່ວມ ຊຶ່ງທ່ານລັດຖະມົນ ຕີ ວ່າການກະຊວງຖະແຫລງຂ່າວ ແລພ ວັດທະນະທຳ ມີຄຳເຫັນຕໍ່ການຄົ້ນຄວ້າປຶກສາຫາລື ຄັ້ງນີ້ ໂດຍທ່ານໄດ້ເນັ້ນວ່າ: ມື້ນີ້ ພວກເຮົາຈະໄດ້ພ້ອມກັນ ສຶກສາຄົ້ນ ຄວ້າວ່າ: ໂຄງການດັ່ງກ່າວນີ້ ຈະເປັນໂຄງການແບບໃດ ມີກິດຈະ ກຳຫຍັງແດ່ ຈິ່ງບໍ່ເປັນການທຳລາຍບຶງທາດຫລວງ ແຕ່ຫາກເປັນການທະນຸບຳລຸງ ຄຸນຄ່າທີ່ມ ີຢູ່ ແລ້ວ ແລະ ສືບຕໍ່ພັດທະ ນາ ຄຸນຄ່າເຫລົ່ານັ້ນໃຫ້ສູງຍິ່ງໆຂຶ້ນ. ພ້ອມນີ້ ທ່ານລັດຖະມົນຕີ ຍັງໄດ້ຮຽກຮ້ອງບັນດານັກຄົ້ນຄວ້າ ຕາມສາຂາວິຊາ ວິທະຍາສາດ, ທຳ ມະ ຊາດ ແລະ ສັງຄົມ, ນັກບໍລິຫານລັດ, ຜູ້ຊົງຄຸນວຸດທິອື່ນໆທີ່ເຂົ້າຮ່ວມ ພ້ອມກັນປະກອບສ່ວນສະຕິປັນຍາ ແລະ ແນວຄິດທິດສະດີຕ່າງໆ ເຂົ້າໃນການປຶກ ສາ ຫາລືໂດຍເນັ້ນໃສ່ 3 ບັນຫາໃຫຍ່ ເປັນຕົ້ນ ລົງເລິກເຖິງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບບຶງທາດຫລວງ ພ້ອມກັບຄຸນຄ່າຕ່າງໆຂອງບຶງທາດຫລວງ ໂດຍ ສະເພາະທາງດ້ານເສດຖະກິດ, ປະຫວັດສາດ, ວັດທະນະທຳ, ນິເວດວິທະຍາ ແລະ ອື່ນໆ, ໃນນີ້ ສິ່ງສຳຄັນ ທ່ານລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ລົງ ເລິກ ຕື່ມວ່າ: ພວກເຮົາຈະລົບລ້າງບຶງທາດຫລວງ ຫລື ຈະຮັກສາ ແລະ ພັດທະນາ ສົ່ງເສີມໃນທາງທີ່ດີທີ່ສຸດ ເພື່ອຄົນລຸ້ນນີ້ ແລະ ລຸ້ນໜ້າ. ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໃນນາມທີ່ໄດ້ຮັບມອບໝາຍຈາກລັດຖະບານ ໃຫ້ເປັນເຈົ້າການດ້ານການຄຸ້ມຄອງ ແລະ ພັດທະນາມໍລະດົກ ວັດທະນະທຳ ແລະ ທຳມະຊາດ ຂອງ ຊາດ ມີຄວາມເປັນຫ່ວງຕໍ່ບຶງທາດຫລວງ ແລະ ຄວາມອຸດົມຮັ່ງມີຕ່າງໆ ທີ່ຕິດພັນກັບບຶງທາດຫລວງ ແລະ ມີເຈດຕະນາຢາກໃຫ້ບຶງທາດຫລວງ ກາຍເປັນມໍລະດົກ ອັນລ້ຳຄ່າ ຄົງຢູ່ຄູ່ກັບຊາດລາວຕະຫລອດໄປ. ສະເພາະຢູ່ໃນຄຳເຫັນ ຂອງທ່ານຜູ້ຕາງໜ້າອົງການອາຫານ ແລະ ກະເສດ ປະຈຳລາວ ໄດ້ຍົກໃຫ້ເຫັນຄວາມສຳຄັນ ກ່ຽວກັບອະດີດ ແລະ ອະນາຄົດ ຂອງເຂດ ບຶງທາດຫລວງ ທີ່ນອນຢູ່ໃນໃຈກາງນະຄອນຫລວງວຽງຈັນ ປີ 2010 ເປັນປີທີ່ຂີດໝາຍປະຫວັດສາດ ແຫ່ງການສະເຫລີມສະຫລອງ ວັນສ້າງຕັ້ງນະຄອນ ຫລວງ ວຽງຈັນ ຄົບຮອບ 450 ປີ, ຢັ້ງ ຢືນໃຫ້ເຫັນວ່າ: ໄດ້ຜ່ານໄລຍະເວລາຂອງ 20 ລຸ້ນຄົນໂດຍປະມານ, ລຸ້ນຄົນໃນປະຈຸບັນ ກໍໄດ້ສຸມໃສ່ພັດທະນາຕົວເມືອງ ຂອງຕົນ ດ້ວຍຄວາມຮັບຜິດຊອບ ຄົນລຸ້ນນີ້ ຈິ່ງຈະຮັບເອົາການພັດທະນາຕົວເມືອງໃນທາງທີ່ຖືກຕ້ອງ ບໍ່ຖ້າໄປທຳລາຍມໍລະດົກທຳມະຊາດ ແລະ ມໍລະດົກຂອງຕົວເມືອງ ຂອງຕົນ ຫລື ຄົນລຸ້ນນີ້ ປາຖະໜາຢາກເຫັນການພັດທະນາຕົວເມືອງນັ້ນ ຄຽງຄູ່ກັບການເຜີຍໃຫ້ເຫັນຮາກເຫງົ້າປະຫວັດອັນເລິກເຊິ່ງ ແລະ ຄວາມສວຍສົດງົດ ງາມ ທາງທຳມະຊາດ ຂອງນະຄອນຫລວງວຽງຈັນແຫ່ງໜຶ່ງແຫ່ງດຽວ ທີ່ນອນຢູ່ໃນເຂດອ່າງແມ່ນ້ຳຂອງແຫ່ງນີ້./.
ກັບສາລະບານ