ຫາລືການດຳເນີນທຸລະກິດພາກລັດ ແລະ ເອກະຊົນ
*(ຂປລ): ທຸກພາກສ່ວນຂອງລັດ ແລະ ພາກທຸລະກິດ ໄດ້ຮ່ວມກັນປຶກສາຫາລືບັນຫາຕ່າງໆທີ່ ເກີດ ຂຶ້ນກັບ ພາກ ທຸລະກິດ ແລະ ຊອກວິທີທາງແກ້ໄຂບັນຫາ ທີ່ ກ່ຽວຂ້ອງເຖິງການປັບປຸງນະໂຍບາຍ ຂອງລັດຖະບານໃຫ້ນັບມື້ນັບສອດຄ່ອງແນໃສ່ສ້າງສະພາບແວດລ້ອມ ທີ່ອຳນວຍໃຫ້ແກ່ການດຳເນີນທຸລະກິດ ແລະ ການ ລົງທຶນໃນ ສປປ ລາວ ເພື່ອເປັນ ການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ປະເທດ ໃຫ້ນັບມື້ໄດ້ຮັບຜົນດີຍິ່ງຂຶ້ນ. ການປຶກສາຫາລືດັ່ງກ່າວ ໄດ້ມີຂຶ້ນຢູ່ໃນກອງປະຊຸມທຸລະກິດລາວ ຄັ້ງທີ VI ຊຶ່ງຈັດຂຶ້ນໃນຕອນ ເຊົ້າ ວັນທີ 5 ມີ ນາ 2010 ທີ່ນະຄອນຫລວງວຽງຈັນ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ ຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ; ມີຜູ້ຈັດການອົງການການເງິນສາກົນ ປະ ຈຳ ພາກພື້ນແມ່ນ້ຳຂອງ, ຫົວໜ້າ ຫ້ອງການທະນາຄານໂລກ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ທັງ ພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມນັ້ນ, ທ່ານ ຜູ້ປະຈຳ ການລັດຖະບານ ໄດ້ຍົກໃຫ້ເຫັນບາງ ເນື້ອໃນສຳຄັນ ໃນໂອກາດເປີດກອງປະຊຸມ ວ່າ: ເພື່ອເສີມຂະຫຍາຍ ກຳລັງແຮງ ພາກສ່ວນທຸລະກິດຢູ່ພາຍໃນປະເທດ ແລະ ຍາດແຍ່ງເອົາກຳລັງແຮງຈາກພາຍນອກ ແນໃສ່ຊຸດຍູ້ການພັດ ທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍ ຕົວຢ່າງແຂງແຮງນັ້ນ, ລັດຖະບານລາວ ໄດ້ມີ ຄວາມ ຕັ້ງໃຈໃນການປັບປຸງ ສະ ພາບແວດລ້ອມ ຂອງການ ດຳເນີນທຸລະກິດ ແລະ ການລົງທຶນ ດ້ວຍການປັບປຸງນິຕິກຳ ແລະ ນະໂຍບາຍ ພ້ອມກັບການ ສ້າງ ປັດໃຈອຳ ນວຍໃຫ້ພາກທຸລະກິດ ໄດ້ຮັບຄວາມສະດວກ ແລະ ມີເງື່ອນໄຂອັນດີ ເພີ່ມການລົງທຶນໃຫ້ຫລາຍຂຶ້ນ ໂດຍ ສະ ເພາະ ການປັບປຸງ ກົນໄກການອະ ນຸ ຍາດ ຕ່າງໆໃຫ້ວ່ອງໄວຂຶ້ນ, ການຈັດຂອດທີ່ເປັນຂໍ້ຈຳກັດຕ່າງໆ, ໃນນັ້ນ ສິ່ງພົ້ນ ເດັ່ນແມ່ນການປັບປຸງ ແລະ ດັດແກ້ກົດໝາຍສົ່ງເສີມການລົງທຶນ ແລະ ອື່ນໆ. ໃນວາ ລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ກ່ຽວກັບບັນຍາກາດຂອງການລົງທຶນ ຈາກສະພາ ອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ, ສະ ມາຄົມທຸລະກິດຫວຽດນາມ, ສະພາການຄ້າ ຍີ່ ປຸ່ນ, ສະພາການຄ້າຝຣັ່ງ, ຮັບຟັງບົດລາຍງາຍຄວາມຄືບໜ້າ ຂອງໜ່ວຍງານປຶກສາຫາລືພາກເອກະຊົນ ກຸ່ມ ທຸລະ ກິດບໍລິການ ແລະ ການຄ້າ ເປັນ ຕົ້ນ ບັນຫາກ່ຽວກັບການປະກັນໄພ, ຊັບສິນທາງປັນຍາ, ການປັບປຸງ ລະບຽບ ການນຳເຂົ້າໃຫ້ງ່າຍດາຍ ຢູ່ສາງທ່ານາ ແລ້ງ ແລະ ນາເຕີຍ; ບົດລາຍງານຄວາມຄືບໜ້າ ຂອງກຸ່ມ ທຸ ລະກິດທ່ອງທ່ຽວ ແລະ ກຸ່ມທຸລະກິດບໍ່ແຮ່./.
ກັບສາລະບານ