ຂ່າວພາຍໃນປະເທດ
 

 

ການຮ່ວມ​ມື​ລາວ​-ຈີນ ມີ​ບາດກ້າວ​ຂະຫຍາຍຕົວ​ຕໍ່​ເນື່ອງ

*(ຂປລ): ​ໃນ​ໂອກາດ​ກ່າວ​ຕ້ອນຮັບ ທ່ານ ຮູ ເຈີ້ງຢົວ, ຜູ້​ຊ່ວຍ​ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະ ນະ ທີ່​ມາ​ຢ້ຽມຢາມ​ ສປປລາວ ​ໃນ​ວັນ​ທີ 7 ມີ​ນາ 2010, ທ່ານ ນາຍົກລັຖະ​ໃນ​ຕີ​ ບົວ​ສອນ ບຸບ ຜາ​ວັນ ໄດ້​ສະ​ແດງ​ຄວາມ​ຍິນ​ດີ ຕໍ່​ສາຍ​ພົວ ພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຖານ​ມິດ​ສະຫາຍ​ອ້າຍ​ນ້ອງ ລະ ຫວ່າງ ສປປ ລາວ ແລະ ສປ ຈີ​ນ ທີ່​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ພິ​ເສດ​ທັງ​ ສອງ​ ຝ່າຍ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຈາກ 4 ດີ ຄື: ​ເປັນ ​ເພື່ອນ​ທີ່​ດີ, ​ເປັນ​ບ້ານ​ໃກ້​ເຮືອນ ​ຄຽງ ​ທີ່​ດີ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ ແລະ ​ເປັນ​ສະຫາຍ​ທີ່​ດີ ຂ້ືນ​ເປັນ​ຄູ່​ຮ່ວມມືຍຸດ​ທະ​ສາດ​ຮອບດ້ານ ອັນ​ໝັ້ນ​ຄົງ​ຍາວ​ນານ.
​ ທ່ານນາຍົກລັດຖະມົນຕີ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ ແລະ ປະຊາຊົນ​ຈີນ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ການ​ເພື່ອ​ການ​ພັດທະນາ ​ແລະ ທຶນ​ກູ້​ຢືມ ​ພິ​ເສດ​ໃຫ້ ແກ່​ລັດ ຖະບານ​ລາວ ອ​ັນ​ເປັນ​ການ​ປະກອບສ່ວນ​ໃຫຍ່​ຫລວງ​​​ໃນ​ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ ຂອງ ສປປ ລາວ ​ໃຫ້​ເຂັ້ມ​ແຂງ ​ແລະ ຫວັງ​ວ່າ ​ລັດຖະ ບານສປ ຈີນ ຈະ​ສືບຕໍ່​ໃຫ້ການ ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ຕື່ມ​ອີກ​ໃນ​ຊຸມ​ປີ​ຕໍ່ໜ້າ. ທ່ານນາຍົກລັດຖະມົນຕີ ຍັງ​ໄດ້ສະ​ແດງ​ຄວາມ​ຊົມ​​ເຊີຍ​ຕໍ່​ການ​ຮ່ວມ​ມື ຂອງສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ-ຈີນ ທີ່​ໄດ້​ເອົາ​ໃຈ​ໃສ່​ຊຸກຍູ້​ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ ຈັດຕັ້ງປະຕິບັດ​ບັນດາ​ສັນຍາ ທີ່​ການ​ນຳ​ຂອງ​ສອງ​ປະ ​ເທດ​ໄດ້ ຕົກລົງ​ກັນ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ, ຂໍ​ຂອບ​ໃຈ​ຕໍ່​ກະຊວງ​ການ​ຕ່າງປະ​ເທດ​ ສປ ຈີນ ທີ່​ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍ​ສ້າງ​ຊັບພະຍາກອນ​ໃຫ້​ແກ່​ຝ່າຍ​ລາວ ອັນ​ ໄດ້​ນຳ​ຜົນ​ປະ​ໂຫຍ​ດຫລາບ​ດ້ານ ແກ່ ສປປ ລາວ.
​ ໃນວັນ​ດຽວ​ກັນ ຢູ່​ທີ່​ກະຊວງ​ການ​ຕາງ​ປະ​ເທດ ທ່ານ ພົງ​ສະຫວັດ ບຸບຜາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕອນ​ຮັບ​ການ​ຢ້ຽມ​ຂ່ຳນັບ ຂອງ ທ່ານ ຮູ​ເຈີ້ງຢົວ ພ້ອມ​ຄະນະ ​ເຊັ່ນ​ກັນ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446