ຫລາຍແຫ່ງສະຫລອງວັນແມ່ຍິງສາກົນຄົບຮອບ 100 ປີ
*(ຂປລ) : ເນື່ອງໃນໂອກາດສ້າງຕັ້ງວັນແມ່ຍິງສາກົນ ຄົບຮອບ 100 ປີ (8/3/1910-8/3/2010), ບັນດາກະ ຊວງ, ກົມກອງ, ຫ້ອງການ ແລະ ອົງການຈັດ ຕັ້ງ ຕ່າງໆ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຕ່າງກໍໄດ້ຈັດພິທີສະເຫລີມສະ ຫລອງ ວັນສຳຄັນດັ່ງກ່າວຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໄດ້ຈັດງານລາຕີສະໂມສອນສະເຫລີມ ສະຫລອງວັນສຳຄັນດັ່ງກ່າວ ໃນຄ່ຳຄືນວັນທີ 5 ມີນາ 2010 ຢູ່ທີ່ ຫໍວັດທະນະທຳແຫ່ງຊາດ ໂດຍການໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ໝູນແກ້ວ ອຸລະບູນ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ, ມີລັດຖະມົນ ຕີ ຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ເອື້ອຍນ້ອງແມ່ຍິງ ຈາກກົມກອງອ້ອມ ຂ້າງ ກະຊວງ ພ້ອມດ້ວຍແຂກຖືກເຊີນເຂ້ົາຮ່ວມ. ໃນໂອກາດນີ້ ທ່ານ ນາງ ສົມຈິດ ພົມສະຫວັນ, ຮອງປະທານສະຫະພັນແມ່ຍິງ ກະຊວງ ຖະແຫລ່ງ ຂ່າວ ແລະ ວັດທະນະທຳ ໄດ້ຍົກໃຫ້ເຫັນຜົນງານອັນ ໂດດເດັ່ນ ຂອງແມ່ຍິງ ລາວ ບັນດາເຜົ່າ ທີ່ຍາດມາໄດ້ໃນແຕ່ລະຍຸກ ແຕ່ລະສະໄໝ ໂດຍສະເພາະແມ່ນ ໃນ ໄລ ຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ມາໃນ ປະຈຸບັນເອື້ອຍນ້ອງແມ່ຍິງລາວ ໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ຄຽງບ່າ ຄຽງ ໄຫລ່ ກັບເພດຊາຍ ເຂົ້າຮ່ວມທຸກການ ເຄື່ອນ ໄຫວໃນສັງຄົມ, ທຸ້ມເທທັງກຳລັງກາຍ, ກຳລັງໃຈເຂ້ົາໃນການສ້າງສາພັດ ທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານວາງອອກ. ໃນຕອນບ່າຍຂອງວັນດຽວກັນ ສະມາຄົມວິຈິດສິນລາວ ຮ່ວມກັບ ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ແລະ ວັດຖະນາທຳ ໄດ້ຈັດງານວາງສະ ແດງຮູບ ຜົນງານວິຈິດສິນຄັ້ງທີ 4 ຂອງແມ່ຍິງຂຶ້ນ ຊຶ່ງຜົນງານທັງໝົດທີ່ນຳມາວາງສະແດງ ແມ່ນການປະດິດຄິດແຕ່ງ ດ້ວຍສີໄມ້ລາຍມື ຂອງເອື້ອຍນ້ອງແມ່ຍິງ ສະຖາ ບັນວິຈິດສິນແຫ່ງຊາດ ໄດ້ສະ ທ້ອນໃຫ້ເຫັນເຖິງເອກະລັກ ຂອງສິລະປະວັດທະນະທຳອັນລຳຄ່າຂອງຊາດລາວ, ຮີດຄອງປະເພນີອັນດີງາມ ທີ່ປະຊາ ຊົນລາວ ເຄີຍປະຕິບັດກັນມາແຕ່ບູຮານນະການ. ພ້ອມນີ້ ຍັງສະແດງໃຫ້ເຫັນເຖິງ ຄວາມອຸດົມຮັ່ງມີ, ມູນມໍລະດົກທາງວັດທະນະທຳຂອງລາວ ແລະ ການປະກອບສ່ວນ ຂອງເອື້ອຍນ້ອງແມ່ຍິງລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ. ຂະດຽວກັນ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດຕັ້ງຄະນະໄປຢ້ຽມຢາມພະນັກງານ ປະຕິວັດອາວຸ ໂສບຳນານ ແລະ ອາດີດຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ເຮືອນພັກຂອງພວກເພີ່ນ ເປັນກຽດ ນຳ ພາຄະນະ ໃນຄ້ັງນີ້ ໂດຍທ່ານນາງ ດາວສະຖອນ ບຸບຜາ, ທີ່ປຶກສາສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍ ທ່ານນາງ ຄຳເພົາ ເອີນທະວັນ, ປະທານສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະມາຊິກ ສະຫະພັນແມ່ຍິງຈຳນວນໜຶ່ງ. ສ່ວນສະຖາບັນການຕ່າງປະເທດ ກໍໄດ້ຈັດພິທີສະຫລອງ ແລະ ອວຍພອນເອື້ອຍໃນ້ອງແມ່ຍິງ ທີ່ສັງກັດຢູ່ສະຖາບັນການຕ່າງປະເທດ, ຜູ້ເຂ້ົາຮ່ວມຝຶກອົບຮົມ ທິດສະດີການເມືອງຊັ້ນຕົນ 3 ເດືອນ ແລະ ເຂ້ົາຮ່ວມຊຸດບຳລຸງພາສາອັງກິດ ຊຸດທີ 24 ທີ່ມາຈາກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງ. ໂອກາດນີ້ ທ່ານ ນາງ ມະໄລວຽງ ສາກົນນິຍົມ, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຕາງໜ້າໃຫ້ເອື້ອຍນ້ອງແມ່ຍິງ ກ່າວຄຳຂອບໃຈ ຕໍ່ອ້າຍນ້ອງຊາຍທີ່ໄດ້ເອົາໃຈໃ ສ່ໃຫ້ຄວາມ ສຳຄັນຕໍ່ວັນດັ່ງກ່າວ ແລະ ທ່ານຍັງໄດ້ເນັ້ນໜັກເຖິງຄວາມໝາຍຂອງແມຍິງ ວ່າ: ແມ່ຍິງຄືແມ່ທັບ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຂ້ັມແຂງ, ຄວາມກ້າຫານ ຂອງ ແມ່ຍິງ ທີ່ຍາມໃດກໍຄຽງບ່າຄຽງໄຫລ່ ກັບເພດຊາຍໃນທຸກໆຂະບວນການ ຂອງການປະຕິວັດຊາດ ໃນໄລຍະຜ່ານມາ ແລະ ໃນໄລຍະປົກປັກຮັກສາ ແລະ ສ້າງ ສາ ພັດທະນາປະເທດຊາດ./.
ກັບສາລະບານ