ຂ່າວພາຍໃນປະເທດ
 

 

ຜູ້​ປະຈຳການ​ລັດຖະບານ​ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລາວ-ຫວຽດນາມ

*(ຂປລ): ສະຫາຍ ສົມ​ສະຫວາດ ​ເລັ່ງສະຫວັດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາ ຍົກ ລັດຖະມົນ ຕີ, ຜູ້​ປະຈຳການ​ລັດຖະບານ​ ໄດ້​ຕ້ອນຮັບ ສະ ຫາຍ ຫງວຽນ ຊວນ ຝຸກ, ກຳມະການສູນ ກາງ ພັກ, ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ​ໃນ​ວັນ​ທີ 5 ມີນາ 2010 ທີ່​ສຳນັກງານ​ນາຍົກລັດຖະ ມົນຕີ ໃນ​ໂອກາດ​ທີ່​ສະຫາຍ ແລະ ຄະນະ​ ເດີມ​ທາງ​ມາ​ຢ້ຽມຢາມ ​ແລະ​ ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 3-6 ມີນາ 2010.
ສະຫາຍ​ ຜູ້​ປະຈຳການ​ລັດຖະບານ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ​ ຕີ​ລາ​ສູງ ຕໍ່ຄະນະຜູ້ແທນຫວຽດນາມ ທີ່ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ເຂົ້າ ໃນ ການ​ເພີ່ມ​ພູນ​ຄູນ​ສ້າງ ສາຍພົວພັນມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ແລະ​ ການ​ຮ່ວມ​ມືຮອບດ້ານ ຂອງ​ ສອງ​ປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ການສື​ບຕໍ່​ຮັດ​ແໜ້ນສາຍ​ພົວພັນ​ຮ່ວມ​ມື ລະຫວ່າງ​ ຫ້ອງ​ວ່າການ​ສຳນັກງານ​ຍາ​ຍົກ​ລັດຖະມົນຕີ ແລະ​ ຄະນະ​ເລຂາທິ ການລັດ ຖະບານ ​ແຫ່ງ​ ສປປ ລາວ​ ກັບ​ຫ້ອງ​ວ່າການລັດຖະບານ​ແຫ່​ງ ສສ ຫວຽດນາມ ໃຫ້ນັບມື້​ຂະຫຍາຍຕົວ​ຍິ່ງ​ຂຶ້ນ.
ສະຫາຍ ຫງວຽນ ຊວນ ຝຸກ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ ຂອບ​ໃຈ​ຕໍ່​ ສະຫາຍຜູ້​ປະຈຳການ​ລັດຖະ ບານ ​ແລະ​ເຈົ້າໜ້າ​ທີ່​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ທີ່​ໄດ້ໃຫ້ ການຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ​ ສົມ​ກຽດ ອັນ​ໄດ້​ເຮັດ​ໃຫ້ການ​ເດີນ​ມາ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ສປປ ລາວ ຄັ້ງນີ້ ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ​ ຊຶ່ງ​ໄດ້​ສະ ​ແດງ​ອອກ​ໃນ​ການຮ່ວ​ມມື​ໃນ ຕໍ່ໜ້າ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ວຽກ​ງານ​ຂອງ​ລັດຖະບານ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຕ່າງໆ, ວຽກ​ງານ​ພົວພັນ​ຕ່າງ ປະເທດ​ກັບ ​ບັນດາ​ປະ​ເທດ​ຕ່າງໆ, ອົງການ​ຈັດຕັ້ງສາກົນ ແລະ ​ການ​ພົວພັນ​ ລະຫວ່າງ​ສອງ​ຫ້ອງ​ວ່າການ, ການ​ປັບປຸງ ແລະ ​ບູລະນະ​ການ​ປົກຄອງ​ຂອງ​ລັດຖະບານ, ​ໂຄງ​ຮ່າງ​ ການ ຈັດຕັ້ງ, ສິດ-ໜ້າ​ທີ່, ພາລະ​ບົດບາດ​ຂອງ​ຫ້ອງ​ວ່າການ, ວຽກ​ງານການ​ຈໍລະ​ຈອນ​ເອກະສານ, ການ​ສຳ​​ເນົາ​ເອກະສານ, ການ​ບໍລິຫານ​ທົ່ວ​ໄປ ​ແລະ​ ວຽກ​ງານ ອື່ນໆ​ອີກ.​/.

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446