ຂ່າວພາຍໃນປະເທດ
 

 

ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື ລາວ-ລັດ​ເຊຍ

*(ຂປລ) : ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ບົວ​ສອນ ບຸບຜາ​ວັນ ໄດ້​ຕ້ອນຮັບ​ການ​ເຂົ້າ ຢ້ຽມ​ຂ່ຳ ນັບຂອງ ທ່ານ ກຣາ​ເຊີນ ອີ​ລູມຊີ​ນົບ, ປະທານ​ລັດ ​ການ​ມຶກ​ເກ​ຍ ​ແຫ່ງ ສະຫະພັນ ​ລັດ​ເຊຍ ​ພ້ອມ​ຄະ ນະ ໃນ​ຕອນ​ເຊົ້າ ວັນ​ທີ 6 ມີນາ 2010 ຢູ່​ທີ່​ສຳນັກງານ​ນາຍົກລັດຖະມົນຕີ ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ດັ່ງ ກ່າວ ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ສປປ ລາວ.
ທ່ານນາຍົກລັດຖະມົນຕີ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ພ້ອມ​ທັງ​ສະ​ແດງ​ຄວາມ ​ຂອບ ​ໃຈ ຕໍ່​ການ​ຊ່ວຍ​ເຫລືອ ຂອງ ລັດຖະບານ​ສະຫະພັນ​ ລັດ​ເຊຍ ດ້ານ​ຕ່າງໆ ​ໃນ​ໄລຍະ ​ຜ່ານ​ ມາ ຊຶ່ງ​ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ສາຍ​ພົວພັນ​ມິດ​ຕະພາບ​ ລະຫວ່າງ ສອງ​ປະ​ ເທດ ລາວ-ລັດ​ເຊຍ ມີ​ການຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ລັດຖະ ບານ ກໍ​ຄື​ປະຊາຊົນ​ ລັດ​ເຊຍ ຈະ​ໃຫ້ການ​ອູ້ມຊູ​ຊ່ວຍ​ເຫລືອ ສປ​ປ ລາວ ​ໃນ​ການ​ສ້າງສາ​ພັດທະ ນາ​ປະ​ເທດ​ຊ​າດໃຫ້​​ເຮືອງ​ສີວິ​ໄລ ເຮັດ​ໃຫ້ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້ດີ​ຂຶ້ນ ຄຽງ​ ຄູ່​ກັບ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຂອງ​ສອງ​ປະ​ເທດ​ ໃຫ້​ໄດ້​ ຮັບ​ການ​ຂະ ຫຍາຍຕົວ​ ຢ່າງ​ບໍ່​ຢຸດ​ຢັ້ງ.
ທ່ານ ກຣາ​ຊີ​ນ ອີ​ລູມຊີ​ນົບ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ຂອງ ທ່ານ ນາຍົກ ລັດຖະມົນຕີ ພ້ອມຄະນະ ​ແລະ ຍັງ​ໄດ້​ຢືນຢັນ​ວ່າ: ຈະ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ດ້ານ​ເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ​ໃຫ້​ມີ​ຂະ ຫຍາຍຕົວຢ່າງ​ຕໍ່​ເນື່ອງ ຕາມ​ແນວທາງ​ນະ​ໂຍບາຍ ຂອງ​ລັດຖະບານ​ທັງ​ ສອງ​ປະ​ເທດ​ວາງ​ອອກ​./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446