ພະນະທ່ານປະທານປະເທດສຳເລັດການຢ້ຽມຢາມ ຍີ່ປຸ່ນ
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ສຳເລດການໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດຍີ່ປຸ່ນ ແລະ ໄດ້ເດີນທາງກັບຄືນມາເຖິງນະຄອນຫລວງວຽງຈັນ ໃນວັນທີ 7 ມີນາ 2010 ດ້ວຍຄວາມສະຫວັດດີພາບ. ໃນລະຫວ່າງການຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດຍີ່ປຸ່ນ ໃນວັນທີ 4 ມີນາ 2010 ພະນະທ່ານ ຈູມມາລີ ໄຊຍະສອນ ໄດ້ພົບປະກັບພະນະທ່ານ ຮາໂຕ ຢາມາ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ທີ່ທຳນຽບລັດຖະບານ ນະ ຄອນຫລວງໂຕກຽວ. ໃນການພົບປະ ທັງສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ການ ພົວ ພັນຮ່ວມມື ທີ່ນັບມື້ຂະຫຍາຍ ຕົວຢ່າງກວ້າງຂວາງ ກ້າວເຂົ້າ ສູ່ລະ ດັບສູງ ໂດຍສະເພາະໃນປີນີ້ ຊຶ່ງເປັນປີທີ່ມີຄວາມໝາຍສຳຄັນ ເພາະເປັນປີ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະ ເທດ, ການຢ້ຽມຢາມຍີ່ປຸ່ນຂອງປະທານປະເທດໃນຄັ້ງນີ້ ກໍຍິ່ງເພີ່ມທະວີຮັດ ແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ ຂຶ້ນໄປ ເລື້ອຍໆ. ນັບແຕ່ປີ 1991 ເປັນຕ້ົນມາ ລັດຖະບານຍີ່ປຸ່ນໄດ້ໃຫ້ການ ດ້ານ ການ ພັດທະນາ ແກ່ ສປປ ລາວ ເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ໂດຍສະເລ່ຍ ປີໜຶ່ງປະ ມານ 80-120 ລ້ານໂດລາສະຫະລັດ ກວມເອົາ 26% ແລະ ຈັດຢູ່ອັນດັບ ໜຶ່ງໃນຈຳນວນການຊ່ວຍເຫລືອ ຂອງຕ່າງ ປະ ເທດແກ່ ສປປ ລາວ. ປະຈຸບັນ ພວມ ມີອາສາສະໝັກ ຍີ່ປຸ່ນ 43 ຄົນ ແລະ ຊ່ຽວຊານ 59 ຄົນ ພວມປະຕິບັດ ໜ້າທີ່ ຢູ່ ສປປ ລາວ. ນອກນ້ັນ ຍັງສັງເກດເຫັນວ່າ: ບັນດານັກທຸລະກິດຍີ່ປຸ່ນ ໄດ້ເຂົ້າມາຊອກຫາຊ່ອງທາງໃນການດຳເນີນທຸລະກິດ ຢູ່ປະເທດລາວນັບມື້ເພີ່ມຂຶ້ນ ແລະ ມີນັກທ່ອງທ່ຽວເຂົ້າມາທ່ຽວ ປະເທດລາວ ເພີ່ມ ຂຶ້ນ. ພະນະທ່ານນາຍົກລັດຖະມົນຕີ ຮາໂຕຢາມາ ໄດ້ຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວ ໃນໄລຍະຜ່ານມາ, ພ້ອມນີ້ ຍັງໄດ້ກ່າວເຖິງ ການພົວ ພັນ ຮ່ວມມື ລະຫວ່າງ ສອງປະເທດ ແມ່ນເປັນການຮ່ວມມືຮອບ ດ້ານຍາວນານ ຊຶ່ງສະແດງອອກໃນຖະແຫລງການຮ່ວມ ລະຫວ່າງ ຜູ້ນຳຂອງສອງປະເທດ. ຍີ່ ປຸ່ນຢືນຢັນວ່າ: ຈະສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອທາງການເພື່ອການພັດທະນາ ໃຫ້ແກ່ ສປປ ລາວ ເພື່ອສະໜັບສະໜູນຄວາມພະຍາ ຍາມໃນ ການ ພັດ ທະນາຂອງຕົນ. ຝ່າຍລາວກໍຕີລາຄາສູງ ຕໍ່ການສືບຕໍ່ໃຫ້ການຊ່ວຍເຫລືອ ຂອງຝ່າຍ ຍີ່ປຸ່ນ ແລະ ສະແດງຄວາມພ້ອມຂອງຕົນ ໃນການຊົມ ໃຊ້ການຊ່ວຍ ເຫລືອໃຫ້ມີປະສິດທິພາບສູງ. ສອງຝ່າຍໄດ້ຮ່ວມລົງນາມໃນສັນຍາ 4 ສະບັບຄື: ໂຄງການຄຸ້ມຄອງໄພພິບັດທຳມະຊາດ ມູນຄ່າ 11,09 ລ້ານໂດລາ, ໂຄງການ ໄຟຟ້າແສງຕາເວັນ ຢູ່ສຳນັກ ງານນາຍົກລັດຖະມົນຕີ ແລະ ສະໜາມບິນວັດໄຕ ມູນຄ່າ 5,32 ລ້ານໂດລາ, ໂຄງການສ້າງສູນບໍລິຫານ ຄຸ້ມຄອງຂໍ້ມູນຂ່າວສ ານ ປ່າໄມ້ ປັບປຸງເຄື່ອງມືຮັບໃຊ້ ແລະ ຍົກລະດັບດ້ານວິຊາການ ມູນຄ່າ 5,27 ລ້ານໂດລາ ແລະ ໂຄງການອະນຸລັກປ່າໄມ້, ການຈັດສັນຄຸ້ມຄອງເຂດປ່າສະຫງວນ ແລະ ປັບປຸງເຄື່ອງມືຮັບໃຊ້ ມູນຄ່າ 11,09 ລ້ານໂດລາ ລວມມູນຄ່າທັງໝົດ 32,78 ລ້ານໂດລາສະຫະລັດ. ໃນວັນທີ 5 ມີນາ, ພະນະທ່ານ ຈູມມະລີ ໄຊຍະສອນ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມເມືອງ ອູຈິ ໂດຍມີສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ເມືອງອູຈິ ໃຫ້ການຕ້ອນຮັບ. ເມືອງອູຈິເປັນເມືອງທີ່ສວຍງາມ ໄປດ້ວຍທິວທັດທຳມະຊາດທີ່ອຸດົມສົມບູນໄປດ້ວຍປ່າໄມ້, ແມ່ນ້ຳ ແລະ ດອກໄມ້. ພິເສດ ເມືອງແຫ່ງນີ້ມີວັດເກົ່າ ທີ່ເປັນມໍລະ ດົກ ທີ່ຊາວຍີ່ປຸ່ນເຄົາລົບບູຊາ, ມີຫໍພິພິດຕະພັນເກັບຮັກສາວັດຖຸບູຮານຂອງຄົນຍີ່ປຸ່ນ. ສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ເມືອງອູຈິ ໄດ້ຈັດງານລ້ຽງພົບປະ ແລະ ຕ້ອນຮັບ ພະນະທ່ານປະທານປະເທດ ພ້ອມພັນລະຍາ ແລະ ຄະນະ. ໃນການພົບປະທັງສອງຝ່າຍ ຕ່າງກໍເນັ້ນເຖິງ ການ ເພີ່ມທະວີ ການພົວພັນຮ່ວມມື ລະຫວ່າງປະເທດ ໃຫ້ນັບມື້ຂະຫຍາຍຕົວຢ່າງກວ້າງຂວາງ. ໃນໂອກາດດຽວກັນ ພະນະທ່ານ ປະທານປະເທດ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫລືອຂອງລັດຖະ ບານຍີ່ປຸ່ນ, ພິເສດ ເມືອງອູຈິ ຍັງເປັນເມືອງ ທີ່ມີ ນັກສຶກສາລາວພວມສຶກສາຮ່ຳຮຽນຢູ່ ຫລາຍຄົນ ໂດຍໄດ້ຮັບທຶນຈາກສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ແລະ ເອົາທຶນໄປຊ່ວຍກໍ່ສ້າງໂຮງຮຽນຢູ່ລາວນຳອີກ. ຕາງໜ້າໃຫ້ລັດຖະບານລາວ ປະທານປະເທດໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອຈາກ ສະມາຄົມ ອີກຕໍ່ໄປ. ຈາກເມືອງອູຈິ ປະທານປະເທດ ພ້ອມພັນລະຍາ ແລະ ຄະນະ ໄດ້ສືບຕໍ່ໄປຢ້ຽມຢາມ ເມືອງ ແລະ ແຂວງກຽວໂຕ ຊຶ່ງເປັນເມືອງເກົ່າທີ່ສວຍງາມ ແລະ ມີຊື່ສຽງທາງດ້ານການພັດທະນາ ເປັນແຫລ່ງທ່ອງທ່ຽວທີ່ສວຍງາມ ໂດຍສະເພາະແມ່ນວັດຄຳ, ເປັນວັດທີ່ມີອາຍຸຫລາຍຮ້ອຍປີ; ວັດດັ່ງກ່າວເປັນເຮືອນບູຮານ ຕາມ ແບບຍີ່ປຸ່ນ ຕັ້ງຢູ່ກາງນ້ຳ ເຮືອນດັ່ງກ່າວເປັນສີຄຳ ຊຶ່ງເຄືອບດ້ວຍຄຳແທ້ໜັກເຖິງ 20 ກິໂລ, ເປັນວັດທີ່ສັກກະລະບູຊາຂອງຄົນຍີ່ປຸ່ນ ແລະ ມີນັກທ່ອງ ທ່ຽວ ເຂົ້າໄປທ່ຽວຊົມ ເປັນຈຳນວນຫລວງຫລາຍ. ພາຍໃນວັດຍັງມີສວນ ຫລື ເອີ້ນວ່າປ່າສະຫງວນທີ່ສວຍງາມ ຕາມທຳມະດາ ສວນດັ່ງກ່າວ ຈະບໍ່ອະນຸຍາດ ໃຫ້ຄົນທຳ ມະດາເຂົ້າໄປ ມີແຕ່ແຂກປະມຸກລັດເທົ່ານັ້ນຈຶ່ງເຂ້ົາໄປໄດ້,ຢ້ຽມຊົມສວນທຳມະຊາດ ທີ່ເອີ້ນວ່າ ສວນໃນພະຣາຊະວັງເກົ່າ ຢູ່ເມືອງກຽວໂຕ. ມາໃນຕອນຄ່ຳຂອງ ວັນດຽວກັນ ພະ ນະທ່ານ ຈູມມາລີ ໄຊຍະສອນ ພ້ອມພັນລະຍາ ແລະ ຄະນະ ກໍໄດ້ເຂົ້າຮ່ວມງານປັກດອກໄມ້ ຫລື ເອີ້ນວ່າຕົບແຕ່ງດອກໄມ້ຕາມປະເພນີ ຂອງ ຄົນ ຍີ່ປຸ່ນ. ຈາກນັ້ນເຈົ້າແຂວງກຽວໂຕ ໄດ້ຈັດງານລ້ຽງເປັນກຽດແກ່ພະນະທ່ານ ປະທານປະເທດ ພ້ອມພັນລະຍາ ແລະ ຄະນະ. ໃນງານລ້ຽງ ທ່ານເຈົ້າແຂວງໄດ້ກ່າວສະ ແດງຄວາມຍິນດີ ແລະ ເປັນກຽດ ທີ່ພະນະທ່ານປະທານປະເທດໃຫ້ກຽດມາຢ້ຽມຢາມເມືອງ ແລະ ແຂວງກຽວໂຕ ການມາຢ້ຽມຢາມດັ່ງກ່າວ ກໍພໍດີກັບທັງ ສອງ ປະເທດ ພວມສະເຫລີມສະ ຫລອງວັນຄົບຮອບ 55 ປີ ແຫ່ງການສ້າງຕ້ັງສາຍພົວພັນການທູກນຳກັນ. ສະນັ້ນການເດີນທາງໄປຍີ່ປຸ່ນຄັ້ງນີ້ ຈະເປັນບາດກ້າວ ໃໝ່ແຫ່ງການພົວພັນຮ່ວມມືຮອບດ້ານຍາວນານ ລະ ຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ ທັງປະລິມານ ແລະ ຄຸນນະພາບ./.
ກັບສາລະບານ