ເສີມຂະຫຍາຍການຮ່ວມມືສອງພັກ ລາວ-ກຳປູເຈຍ
*(ຂປລ): ສະຫາຍ ບຸນຍັງ ວໍລະຈິດ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ຄະນະຜູ້ແທນຂັ້ນສູງ ພັກປະຊາຊົນ ກຳປູເຈຍ ນຳໂດຍສະຫາຍ ໄນ ເປນາ (NEY PENA) ກຳມະການກົມ ການເມືອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ປະຊາຊົນ ກຳປູເຈຍ ໃນວັນທີ 4 ມີນາ 2010 ທີ່ຫ້ອງວ່າການສູນກາງພັກ (ຫລັກ6) ໃນໂອກາດທີ່ ທ່ານ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ມີນາ 2010.
ສະຫາຍ ໄນ ເປນາ ໄດ້ລາຍງານກ່ຽວກັບ ຈຸດປະສົງ ແລະ ສະພາບການເຄື່ອນໄຫວໃນຄັ້ງນີ້ ໃຫ້ ສະຫາຍ ຜູ້ປະຈຳການໄດ້ຊາບ ໂດຍສະເພາະ ແມ່ນຜົນການພົບປະສອງຝ່າຍ ກັບ ສະຫາຍ ອາງຊາງ ລາວລີ, ກຳມະການກົມ ການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະ ກຳມະ ການ ກວດກາສູນກາງພັກ ປປ ລາວ ຊຶ່ງແຕ່ລະຝ່າຍ ຕ່າງກໍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການ ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ສັງເກດຕີລາຄາ, ແລກປ່ຽນທັດສະນະຕໍ່ກັບສະພາບການສາກົນ ແລະ ພາກພື້ນຈຳນວນໜຶ່ງ ທີ່ທັງສອງຝ່າຍມີຄວາມສົນໃຈ. ພ້ອມນີ້ ສອງຝ່າຍຍັງໄດ້ສັງເກດຕີລາຄາ ການຮ່ວມມື ລະຫວ່າງ ສອງພັກ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະ ແມ່ນໄດ້ພ້ອມກັນລົງນາມໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ສອງພັກໃນໄລຍະປີ 2010-2011.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະຜູ້ແທນພັກປະຊາຊົນ ກຳປູເຈຍ ໃນຄັ້ງນີ້ ເປັນການນຳເອົາໄມຕີຈິດ ມິດຕະພາບ ແລະ ຄວາມສາມັກ ຄີ ຮັກແພງ ອັນສະໜິດສະໜົມ ມາສູ່ ພັກ, ລັດ ແລະ ປະຊາຊົນລາວ. ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ ໃຫ້ນັບມື້ແໜ້ນແຟ້ນຂຶ້ນ ກວ່າເກົ່າ. ພ້ອມນີ້ ສະຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກ ຍັງໄດ້ຕີລາຄາສູງ ຕໍ່ຜົນສຳເລັດ ຂອງ ພັກປະຊາຊົນ ກຳປູເຈຍ ທີ່ຍາດມາໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດກຳປູເຈຍ ແລະ ຖືຜົນສຳເລັດດັ່ງກ່າວ ເປັນກຳລັງໃຈ ແລະ ແຮງຊຸກຍູ້ ໃຫ້ແກ່ການປະຕິບັດພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ຂອງລາວ./.
ກັບສາລະບານ