ໂຮງງານຜະລິດໄຍເຈັ້ຍຂະໜາດໃຫຍ່ ຈະເລີ່ມກໍ່ສ້າງໃນປີ 2011
*(ຂປລ): ບໍລິສັດດວງຕາເວັນຂອງຈີນ ຈະລົງທຶນທັງໝົດປະມານ 400 ກວ່າລ້ານໂດສະຫະລັດ ເພື່ອປູກກະຖິນນາລົງ ແລະ ສ້າງຕັ້ງໂຮງງານຜະລິດເຈັ້ຍ ໃນເນື້ອທີ່ ທັງ ໝົດ 30.000 ເຮັກຕາ ໃນແຂວງສະຫວັນນະເຂດ, ແຕ່ໃນເບື້ອງຕົ້ນ ບໍລິສັດດັ່ງ ກ່າວ ຈະບຸກເບີກດິນປະມານ 9.000 ເຮັກຕາກ່ອນ ເພື່ອປູກຕົ້ນກະຖິນນາລົງ ຫລັງຈາກນັ້ນ ຈິ່ງຂະຫຍາຍເນື້ອທີ່ດິນເພີ່ມຂຶ້ນຕາມລຳດັບຕາມຄວາມເໝາະສົມ. ທ່ານນາງ ຕິກ, ທີ່ປຶກສາຂອງບໍລິສັດດວງຕາເວັນ ໄດ້ເປີດເຜີຍວ່າ: ທາງບໍລິສັດກຳລັງສຳເລັດ ການເຊັນສັນຍາໃນ ບົດບັນທຶກຊ່ວຍຈຳ ຂໍສຳປະທານທີ່ດິນເບື້ອງ ຕົ້ນປະມານ 9.000 ເຮັກຕາ ເພື່ອປູກກະຖິນນາລົງກັບລັດຖະບານລາວ ແຕ່ໃນຄວາມເປັນຈິງນັ້ນ ທາງບໍລິສັດດວງຕາເວັນຂອງຈີນ ໄດ້ສະເໜີທາງລັດຖະ ບານ ລາວ ຂໍສຳປະທານດິນໃນເນື້ອທີ່ທັງໝົດ ປະ ມານ 30.000 ເຮັກຕາ, ໃນນັ້ນປະມານ 300 ເຮັກຕາ ຈະນຳໃຊ້ປຸກສ້າງໂຮງງານຜະລິດໄຍເຈັ້ຍ ແລະ ຫໍພັກພະ ນັກງານ ສ່ວນ ເນື້ອທີ່ທີ່ເຫລືອນັ້ນ ຈະໄດ້ນຳໃຊ້ເຂົ້າໃນການປູກຕົ້ນອຸດສາຫະກຳ. ທ່ານນາງ ຕິກ ຍັງກ່າວວ່າ: ໂຮງງານດັ່ງກ່າວ ບໍ່ແມ່ນໂຮງງານຜະລິດເຈັ້ຍສຳເລັດຮູບ ແຕ່ຈະເປັນໂຮງງານຜະລິດໄຍເຈັ້ຍເທົ່ານັ້ນ ເພື່ອສົ່ງອອກ ຊຶ່ງມັນມີຄວາມສາ ມາດ ຜະລິດໄຍເຈັ້ຍໄດ້ບໍ່ຕ່ຳກວ່າ 3 ລ້ານໂຕນ/ປີ ແນວໃດກໍຕາມ ກ່ອນຈະສ້າງຕັ້ງໂຮງງານຜະລິດໄຍເຈັ້ຍໃນປີ 2011 ແລະ ສຳເລັດໃນປີ 2014 ນັ້ນ ທາງບໍລິ ສັດ ຈະເລີ່ມລົງມືປູກຕົ້ນໄມ້ອຸດສາຫະກຳກອ່ນ ເພື່ອປ້ອນໂຮງງານ ຄາດເບື້ອງຕົ້ນຈະປູກປະມານ 9.000 ເຮັກຕາ ໃນເຂດເມືອງພິນ, ເຊໂປນ ແລະ ຂະຫຍາຍໄປ ຮອດເມືອງນອງ. ທ່ານ ສີທົນ ນັນທະລາດ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ ຂ່າວ ສຳນັກຂ່າວສານປະເທດລາວວ່າ: ສະ ພາບວິກິດ ການເງິນໂລກ ບໍ່ສົ່ງຜົນກະທົບຮ້າຍແຮງຫລາຍພໍປານໃດ ສະເພາະໃນແຂວງສະຫວັນນະເຂດ ເນື່ອງຈາກປະກົດເຫັນວ່າ: ສະພາບການລົງທຶນພາຍ ໃນ ແຂວງສະຫວັນນະເຂດ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຫລາຍບໍລິສັດຕ່າງປະເທດ ໄດ້ສະເໜີ ແລະ ເຂົ້າມາລົງທຶນ ໃນເຂດເສດຖະກິດພິເສດ ສະ ຫວັນ-ເຊໂນ. ນອກຈາກນັ້ນ ຍັງມີບໍລິສັດດວງຕາເວັນຂອງຈີນໄດ້ເຂົ້າຂໍລົງທຶນ ເພື່ອປຸກສ້າງໂຮງງານຜະລິດໄຍເຈັ້ຍ ແລະ ປູກຕົ້ນໄມ້ອຸດສາ ຫະກຳ ດ້ວຍງົບປະ ມານລົງທຶນທັງໝົດບໍ່ຕ່ຳກວ່າ 400 ລ້ານໂດສະຫະລັດ ຊຶ່ງຖືວ່າເປັນໂຮງງານໃຫຍ່ທີ່ສຸດໃນພູມມີພາກ ຮອດປະຈຸບັນນີ້ ບໍລິສັດດວງຕາເວັນ ໄດ້ໃບອະນຸຍາດ ການລົງທຶນຈາກລັດຖະບານລາວແລ້ວ ແຕ່ດຳເນີນການສຳຫລວດ ແລະ ສຶກ ສາກ່ຽວກັບດິນ ເພື່ອຈະລົງມືການປູກຕົ້ນໄມ້ອຸດສາຫະກຳເທົ່ານັ້ນ. ພາຍໃນປີນີ້ ບໍລິ ສັດດັ່ງ ກ່າວ ຈະເລີ່ມປູກໃຫ້ສຳເລັດພາຍໃນ 9.000 ເຮັກຕາ ຫລັງຈາກນັ້ນຈິ່ງຂະຫຍາຍໃຫ້ຄົບຕາມຈຳນວນເນື້ອທີ່ທີ່ຕ້ອງການ ແຕ່ທຸກຢ່າງຕ້ອງການມີການ ສຶກ ສາ ແລະ ສຳຫລວດ ຕາມຂັ້ນຕອນ ແລະ ຕາມຄວາມເໝາະ ເພື່ອຮັບປະກັນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ./.
ກັບສາລະບານ