ຂ່າວພາຍໃນປະເທດ
 

 

ການປັບປຸງ ແລະ ຂະຫຍາຍຫນ້າທາງເລກທີ 13 ໃຕ້  

*(ຂປລ): ມາຮອດທ້າຍເດືອນກຸມພາ 2010 ນີ້ ການປັບປຸງ ແລະ ຂະຫຍາຍຫນ້າທາງເລກທີ 13 ໃຕ້ ຢູ່ແຂວງບໍລິຄຳໄຊ ແຕ່ 3 ແຍກສີວິໄລ ຫາ ຫລັກ 4 ສາ ມາດ ປະຕິບັດໄດ້ແລ້ວ 80% ຂອງຫນ້າວຽກ ທັງ ຫມົດ. ເມື່ອໂຄງການນີ້ສຳເລັດແລ້ວ ຈະກາຍ ເປັນປະຕູເຂົ້າສູ່ເທດສະບານຂອງແຂວງ ທັງຈະຊ່ວຍອຳ ນວຍ ຄວາມ ສະດວກ ໃຫ້ແກ່ຜູ້ສັນຈອນໄປ-ມາ ລະຫວ່າງ ພາກໃຕ້ເຂົ້າ ສູ່ເທດສະບານຂອງແຂວງ ແລະ ສູ່ ນະຄອນ ຫລວງວຽງຈັນ.
ທ່ານ ຕ່ວນ ເຈົ້າຂອງບໍລິສັດເຈືອງໂຮງ ສສ ຫວຽດນາມ ໃນນາມຜູ້ຮັບເຫມົາໂຄງການປັບປຸງ ແລະ ຂະຫຍາຍເສັ້ນ ທາງດັ່ງກ່າວ ໄດ້ກ່າວຕໍ່ນັກຂ່າວ ແຂວງບໍລິ ຄຳໄຊວ່າ: ໂຄງການຂະຫຍາຍເສັ້ນທາງແຕ່ 3 ແຍກສີວິໄລ ຫາ ຫລັກ 4 ມີຂະ ຫນາດກ້ວາງ 20 ແມັດ, ຍາວ 1.270 ແມັດ ຊຶ່ງໄດ້ເລີ່ມລົງມືມາ ແຕ່ເດືອນ ພະຈິກ 2009 ມາຮອດປັດຈຸບັນ ແຕ່ລະຫນ້າວຽກ ທີ່ໄດ້ ເຮັດ ແມ່ນປະຕິບັດໄດ້ຫລາຍກ່ວາ 80% ດ້ວຍມູນ ຄ່າການ ກໍ່ສ້າງທັງຫມົດ 10 ຕື້ກ່ວາກີບ ຫນ້າວຽກທີ່ໄດ ້ເຮັດສຳເລັດທັງຫມົດ ມີອະນາໄມເສັ້ນທາງ, ເຮັດ ຮ່ອງລະບາຍ ນ້ຳ ເສຍ, ວາງທໍ່, ທາງຄົນຍ່າງ 2 ຂ້າງທາງ, ປູຢາງຊັ້ນຫນຶ່ງ, ຕັ້ງດອນກາງທາງ ຈຳ ນວນ 5 ດອນ, ຕິດຕັ້ງລະບົບນ້ຳປະປາຄົບຊຸດ, ຕິດຕັ້ງເສົາໄຟຟ້າຈຳນວນ 34 ເສົາ ແລະ ວຽກອື່ນໆ ແມ່ນໄດ້ເຮັດ ຢ່າງ ຕໍ່ເນື່ອງ. ສ່ວນວຽກທີ່ຍັງຄ້າງ ແມ່ນປູຢາງຊັ້ນສອງ, ຕິດ ຕັ້ງໄຟເຍືອງທາງ, ສ້າງດອນໃຈກາງທາງ ແລະ ວຽກອື່ນໆອີກ ຄາດວ່າການ ກໍ່ສ້າງທັງຫມົດຈະໃຫ້ສຳເລັດ 100% ໃນເດືອນເມສາ 2010 ນີ້. ເມື່ອສົມທຽບຫນ້າ ວຽກທີ່ເຮັດໄດ້ ກັບໄລຍະເວລາກໍ່ສ້າງທັງ ຫມົດຖືວ່າຈະສຳເລັດກ່ອນກຳນົດ.
ທ່ານ ຕ່ວນ ຍັງໃຫ້ຮູ້ອີກວ່າ: ໄລຍະທີສອງ ບໍລິສັດເຈືອງໂຮງ ໄດ້ຮັບເຫມົາຕໍ່ແຕ່ 4 ແຍກທາງລົງທ່າ ດ່ານສາກົນ ປາກຊັນ ຫາ ບ້ານຫ້ວຍສຽດ ( ເສັ້ນທາງເລກທີ 13 ໃຕ້ ) ມີຄວາມຍາວ 700 ແມັດ, ກ້ວາງ 20 ແມັດ ຕົກເປັນມູນຄ່າການກໍ່ສ້າງ 7 ຕື້ກ່ວາກີບ. ມາຮອດປັດຈຸບັນ ກຳລັງວາງທໍ່ 2 ຂ້າງທາງ ແຕ່ລະ ຫນ້າວຽກ ກຳ ລັງເລັ່ງມືປະຕິບັດ ຄາດວ່າຈະໃຫ້ສຳເລັດ 100% ໃນເດືອນມິຖຸນາ 2010 ນີ້ ກ່ອນແຜ່ນ ກຳ ນົດທີ່ວາງໄວ້ ໃນຂໍ້ສັນຍາກັບເຈົ້າຂອງໂຄງການພະ ແນກໂຍທາທ ິການ ແລະ ຂົນສົ່ງຂອງແຂວງ ບໍລິຄຳໄຊ./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446