ຂ່າວພາຍໃນປະເທດ
 

 

ຫັນ​ວຽກ ປກຊ-​ປກສ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ

*(ຂປລ): ທ່ານ ທອງບັນ ແສງ​ອາພອນ, ຄະນະ​ເລຂາທິການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະ ຊວງ​ປ້ອງ​ກັນຄວາມ​ ສະຫງົບ, ທັງ​ເປັນ​ຄະນະ​ກຳມະການ ​ປ້ອງ​ ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ ປກສ 5 ແຂວງ​ພາກ​ກາງ ໃນອາທິດຜ່ານມາ ໂດຍທ່ານໄດ້ ເນັ້ນ ໃຫ້ບັນດາຄະນະນຳ ປກຊ-ປກສ ເອົາໃຈໃສ່ ສ້າງ ເງື່ອນໄຂ ໃນການເປີດກວ້າງການຮ່ວມ ມືກັບຕ່າງ ປະເທດ ພ້ອມທັງ ສືບຕໍ່ເຮັດໃຫ້ແນວທາງປ້ອງກັນຊາດ-ປ້ອງກັນຄວາມ ສະ ຫງົບຮອບດ້ານ ກາຍເປັນ ທົ່ວ ປວງຊົນ ຕິດພັນກັບການການພັດທະນາເສດຖະກິດ-ສັງຄົມ ຢ່າງແທ້ຈິງ, ຮັບປະກັນໃຫ້ບັນດາ ທ້ອງຖິ່ນ ຮາກ ຖານ ມີສະເຖຍລະພາບທາງດ້ານການເມືອງ, ສາມາດແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ໃຫ້ລຸດລົງ ຕາມລຳດັບ, ສືບຕໍ່ຫັນລົງຮາກຖານການເມືອງ ພັດທະ ນາຊົນນະບົດຮອບດ້ານ ໃຫ້ໄດ້ຕາມ 4 ເນື່ອໃນ 4 ຄາດ ໝາຍ ຕິດພັນກັບການ ສ້າງບ້ານ ແລະ ກຸ່ມບ້ານພັດທະນາໃຫ້ປະກົດຜົນເປັນຈິງ, ສືບຕໍ່ສ້າງຊົນນະບົດ ໃຫ້ ກາຍເປັນຕົວເມືອງນ້ອຍ ເທື່ອລະກ້າວ, ສືບຕໍ່ຄຸ້ມຄອງສຳມະໂນຄົວ, ຄຸ້ມຄອງຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດໂດຍຄະນະພັກ, ອຳນາດການປົກຄອງ ຕ້ອງ ເປັນເຈົ້າ ການ ໃນການຊີ້ນຳ ນຳພາຢ່າງໃກ້ຊິດ ຕິດແທດ ກັບຕົວຈິງ.
ພ້ອມນີ້ ທ່ານ ລັດຖະມົນຕີກະຊວງ ປກສ ຍັງໄດ້ສະແດງຍ້ອງຍໍຊົມເຊີຍຜົນງານ ແລະໄຊຊະນະ ທີ່ ກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຍາດມາໄດ້ ໜຶ່ງປີຜ່ານມາ ອັນທີ່ຜົ້ນເດັ່ນແມ່ນການປ້ອງກັນ ຄວາມສະຫງົບ ໃນງານມະຫະກຳ ກິລາຊີເກມຄັ້ງທີ 25 ທີ່ໄດ້ຈັດຂຶ້ນໃນທ້າຍປີ 2009 ຜ່ານມານີ້ ສາມາດ ຮູ້ ທັນ ແລະ ແກ້ໄຂກົນອຸບາຍຂອງສັດຕູໄດ້ຢ່າງທັນການ, ເຮັດໃຫ້ແຕ່ລະແຂວງ, ເມືອງ ແລະ ທ້ອງຖິ່ນມີ ຄວາມ ສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍ ພື້ນຖານ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446