ຂ່າວພາຍໃນປະເທດ
 

 

ເລີ່​ມກໍ່ສ​້າງຫໍ​ຫລັກ​ເມືອງ​ວຽງ​ຈັນ ​ມໍລະດົກ​ຂອງ​ຊາດ

*(ຂປລ): ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດທະນະ​ທຳ ຮ່ວມກັບຄະນະ​ກຳມະການ​ຮັບຜິດຊອບ​ໂຄງ ການກໍ່ສ້າງຫໍ​ຫລັກ​ເມືອງ​ວຽງ​ຈັນ​ ໄດ້​ຈັດ​ພິທີ​ວາງ​ສີ​ລາ​ ລືກ​ ໂຄງການ​ກໍ່ສ້າງ​ຫໍ​ຫລັກ​ເມືອງ​ວຽງ​ຈັນ ​ໃນ​ວັນ​ທີ 24 ກຸມພາ 2010 ຢູ່​ທີ່​ບ້ານ​ເພຍ​ວັດ, ​ເມືອງ​ສີ​ສັດຕະ​ນາກ, ນະຄອນຫລວງ​ວຽງ​ຈັນ ໂດຍ​ໃຫ້​ກຽດ​ເຂົ້າ​ ຮ່ວມ​ຂອງ​ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນ ຕີ, ທ່ານ ຫມູນແກ້ວ, ອໍລະບູນ, ລັດຖະມົນຕີ ວ່າ ການຖະຊວງ ຖະແຫລງຂ່າວ ແລະ ວັດທະນະທຳ, ປະທານຄະນະກຳມະການຮັບຜິດຊອບ ໂຄງການກໍ່ສ້າງ ຫໍ ຫລັກເມືອງ ວຽງຈັນ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ຫົວໜ້າ ກົມ, ຮອງກົມ, ເຈົ້າເມືອງທັງ 9 ຕົວເມືອງ ໃນ ນະຄອນຫລວງວຽງຈັນ ແລະ ພະ ນັກງານຂະແໜງການຕ່າງ ພ້ອມດ້ວຍມວນຊົນຊາວ ນະຄອນ ຫລວງວຽງ ຈັນ.
​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ກ່າວ​ວ່າ​: ໂຄງການ​ກໍ່ສ້າງ​ຫໍ​ຫລັກ​ເມືອງ​ວຽງ​ຈັນ​ ​ແມ່ນ​ສັນຍະລັກ​ແຫ່ງ​ຄວາມ​ສາມັກຄີ​ ເປັນອັນ​ໜຶ່ງ​ອັນ​ດຽວ​ຂອງ ​ຊົນ​ຊາດ ​ລາວ ​ເຮົາ ​ໃນ​ຍຸກ​ສະ​ໄໝ​ກ່ອນ ​ທັງ​ເປັນ​ການ​ຢັ້ງ ຢືນ​ເຖິງ​ຄວາມ​ເຂັ້ມ​ແຂງ, ຄວາມ​ອົງ ອາດ​ກ້າຫານ​ໃນ​ການ​ຕໍ່ສູ້​ ປົກ​ປັກ​ຮັກສາ​ບ້ານ​ເມືອງ​ແລະຄວາມ​ຮຸ່ງ ​ເຮ​ືອງ​ເຫຼືອງ​ ເຫຼື້ອມ ຂອງ​ນະຄອນຫລວງ​ວຽງ​ຈັນ ​ສະ​ໄໝ​ອານາ​ຈັກ​ລ້ານ​ຊ້າງ. ຫໍ​ຫລັກ​ເມືອງ​ ທີ່​ຈະ​ສ້າງ​ນີ້​ ແມ່ນ​ຫລັກ​ຖານ​ປະຫວັດສາດ​ອັນ​ສຳຄັນ​ຂ​ອງຊາດ​ເຮົາ​ ຊຶ່ງຈະ ​ກາຍ ​ເປັນ​ສັນ ຍະ​ລັກ​ ຂອງ​ນະຄອນຫລວງ​ວຽງ​ຈັນໃນ​ຍຸກ​ໃໝ່, ຍຸກ​ສະໄໝ​ແຫ່ງ​ຄວາມ​ຈະ​ເລີ​ນສີວິ​ໄລ ແລະ ທັນ​ສະ​ໄໝ​ ຢູ່​ພາຍ​ໃຕ້​ແສງ​ສະ​ຫ່ວາງ​ການ​ນຳພາ​ທີ່​ສະ ຫລາດ​ສ່ອງ​ ໃສ​ຂອງ​ພັກ ປະຊາຊົນ ​ປະຕິວັດ​ລາວ. ພ້ອມ​ນີ້ ທ່ານຍັງ​ຮຽກຮ້ອງມາ​ຍັງ​ທຸກ​ພາກສ່ວນສັງຄົມ ​ຈົ່ງ​ໄດ້​ໃຫ້ການ​ຮ່ວມ​ມື ແລະ ຮ່ວມ​ແຮງ, ຮ່ວມ​ຈິດ​ຮ່ວມໃຈ ​ປະກອບ ສ່ວນ​ກໍ່ສ້າງ​ຫໍ​ຫລັກ​ເມືອງ​ແຫ່ງ​ນີ້​ ໃຫ້​ເປັນ​ມໍລະດົກ​ຂອງ​ຊາດ​ບ້ານ​ເມືອງ​ສືບຕໍ່​ໄປ​ ໃນ​ພາຍ​ພາກ​ໜ້າ.
ໂຄງການກໍສ້າງຫໍຫລັກເມືອງວຽງຈັນດັ່ງກ່າວ ໄດ້ເກີດຂຶ້ນພາຍຫຼັງທີ່ໄດ້ມີການຄົ້ນພົບ ເສົາຫລັກ ເມືອງວັດຖຸບູຮານ ທີ່ເຮັດດ້ວຍຫີນຈຳນວນ 193 ຫລັກ, ໃນຄັ້ງ ວັນທີ 16 ມັງກອນ 2007, ໄລຍະຕໍ່ມາ ໃນວັນທີ 29 ທັນວາ 2009 ໃນ​ຂະນະ​ທີ່​ມີ​ການ​ຂຸດ​ສຳ​ຫລວດ ​ເພື່ອ​ກຽມພື້ນທີ່​ໃຫ້​ແກ່​ການ​ກໍ່ສ້າງ​ຫໍ​ຫລັກ​ເມືອງ​ວຽງ​ຈັນ, ນັກ​ ບູຮານ​ວິທະຍາ, ກົມ​ມໍລະດົກ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດທະນະ​ທຳ ກໍ​ໄດ້​ພົບ​ເຫັນ​ເສົາ​ຫລັກ​ເມືອງ​ອີກ​​ຈຳນວນ 225 ຫລັກ ​ແລະ ​ຄັ້ງທີ 3 ໃນ​ວັນ​ທີ 7 ມັງ ກອນ 2010 ຈຳນວນ 55 ຫລັກ, ລວມທັງ​ໝົດ 473 ຫລັກ. ການ​ກໍ່ສ້າງ​ຫໍ​ດັ່ງກ່າວ​ ແມ່ນ​ເພື່ອ​ເປັນ​ສະຖານ​ທີ່​ເຕົ້າ​ໂຮມ ​ແລະ ຈັດ​ວາງສະ​ແດງ​ ເສົາ​ຫລັກ​ເມືອງ ​ວຽງ​ ຈັນ​ບູ ຮານທັງ​ໝົດ​ທີ່​ໄດ້​ຂຸດ​ພົບ, ນອກຈາກ​ຫໍ​ຫລັກ​ເມືອງ​ແລ້ວ​ ຍັງ​ປະກອບ​ມີ​ຫໍ​ວາງສະ​ແດງ​ສອງ​ຊັ້ນ ທີ່​ຈະ​ປຸກ​ສ້າງ​ຂຶ້ນ​ໃນ​ບໍລິ​ເວນ​ດຽວ​ກັນ​ ຊຶ່ງຈະ​ໃຊ້​ສຳລັບ ​ຈັດ ​ວາງ​ສະ​ແດງ​ວັດຖຸບູຮານ​ຕ່າງໆ ​ທີ່ຢັ້ງຢືນ​ເຖິງ​ປະຫວັດສາດ​ຂອງ​ນະຄອນຫລວງ​ວຽງຈັນ​ ໃນ​ຍຸກ​ສະ​ໄໝ​ອານາຈັກ​ລ້ານ​ຊ້າງ​ ທັງ​ຈະ​ກາຍ​ເປັນ​ສະຖານ​ທີ່​ທາງ ​ດ້ານ ​ວັດທະນະ​ທຳ ແລະ ທ່ອງ​ທ່ຽວ​ແຫ່ງ​ໃໝ່​ ໃນ​ນະຄອນຫລວງ​ວຽງ​ຈັນ, ລວມມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດປະມານ 15 ຕື້ກວ່າ​ກີບ, ຄາດ​ວ່າ​ຈະ​ສຳ​ເລັດ​ສົມ​ບູນ​ໃນ​ທ້າຍ​ປີ 2011 ນີ້ ​ໂດຍ​ແມ່ນ​ບໍລິສັດ​ເພັດ​ຕະພາບ​ກໍ່ສ້າງ​ເຄຫາ ​ແລະ ຂົວ​ທາງ​ຈຳກັດ ເປັນຜູ້ຮັບເໝົາ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446