ການລົງສຳຫລວດຊາຍແດນ ລາວ-ກຳປູເຈຍ
* (ຂປລ): ທ່ານບຸນເກີດ ສັງສົມສັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແຫ່ງ ສປ ປ ລາວ ໄດ້ຮ່ວມກັບ ທ່ານ ລອງ ວິສະໂລ, ລັດຖະມົນ ຕີ ຊ່ວຍ ວ່າການກະຊວງການຕ່າງປະເທດ ແລະ ຮ່ວມ ມືສາ ກົນ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ລົງໄປສຳຫລວດ ພູມີປະເທດຕົວຈິງ ຢູ່ບໍລິ ເວນແກ້ງ ຕໍມໍຄອຍ -ຫ້ວຍຕະເງົາ ລະຫວ່າງແຂວງ ອັດຕະປື ແລະ ແຂວງຣັດຕະນະຄີຣີ ຊຶ່ງບໍລິເວນ ດັ່ງກ່າວ ຍັງເປັນຈຸດ ຄົງຄ້າງ ຊາຍແດນ ທີ່ທັງສອງຝ່າຍ ມີຄຳເຫັນ ແຕກ ຕ່າງກັນ. ການລົງໄປສຳຫລວດ ໃນວັນທີ 15 ກຸມພາ 2010ນີ້ ແມ່ນປະຕິບັດຕາມເຈດຕະນາລົມ ຂອງການ ນຳ ລະຫວ່າງສອງປະເທດທີ່ວາງເປົ້າໝາຍ ແນ່ໃສ່ໃຫ້ສຳເລັດ ການ ສຳ ຫລວດ ແລະ ປັກຫຼັກໝາຍຊາຍແດນ ລາວ- ກຳປູເຈຍ ໃນປີ 2010 . ການສຳຫລວດພູມີປະເທດຕົວຈິງຂອງສອງຝ່າຍໃນຄັ້ງນີ້ ກໍເພື່ອປະກອບຂໍ້ມູນຫຼັກຖານໃຫ້ແກ່ການ ພິຈາລະນາແກ້ໄຂຈຸດຄົງຄ້າງທີ່ເປັນບໍລິເວນສຸດທ້າຍ ໃນການ ສຳ ຫລວດ ແລະ ປັກຫຼັກໝາຍລະຫວ່າງ ສອງ ປະເທດ. ການໄປສຳຫລວດຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງສາຍພົວພັນ ມິດຕະພາບ ຖານບ້ານໃກ້ ເຮືອນຄຽງ ທີ່ດີຕໍ່ກັນ ຊຶ່ງເປັນມູນເຊື້ອອັນດີງາມ ທີ່ມີມາ ແຕ່ ບູຮານນະການ ລະຫວ່າງສອງປະເທດ./.
ກັບສາລະບານ