ລັດວິສາຫະກິດນ້ຳປະປາລາວຢືນຢັນ ອາທິດນີ້ຈະສະໜອງນ້ຳ ໃຫ້ປະຊາຊົນໄດ້ປົກກະຕິ
*(ຂປລ): ຊາວນະຄອນຫລວງວຽງຈັນຈະໄດ້ຊົມໃຊ້ນ້ຳປະປາເປັນປົກກະຕິພາຍໃນອາທິດນີ້ ເມື່ອລັດວິສາຫະກິດນ້ຳປະປາໄດ້ໃຫ້ການຢືນຢັນໃນວັນທີ 19 ກຸມພາ 2010 ນີ້ ວ່າ: ສະຖານີນ້ຳປະປາໃນເຂດບ້ານຈິນາຍໂມ້ທີ່ມີບັນຫາກ່ຽວກັບນ້ຳຂອງບົກແຫ້ງກາຍເປັນເຫດ ເຮັດໃຫ້ຈັກດູດນ້ຳບໍ່ສາມາດດູດ ນ້ຳຂອງຂຶ້ນ ມາ ຜະລິດ ເປັນນ້ຳປະປາໄດ້ຕາມຄວາມຕ້ອງການນັ້ນ ເຊິ່ງທາງລັດວິສາຫະກິດນ້ຳປະປາລາວໄດ້ສົ່ງໜ່ວຍງານລົງໄປກວດກາ ແລະ ໃຊ້ລົດຈົກໄປຈົກເອົາ ດິນ ຊາຍອອກເພື່ອຮັບປະກັນ ເຮັດໃຫ້ຈັກສູບນ້ຳສາມາດສູບ ນ້ຳໄດ້ປົກກະ ຕິຄືກັບລະດູຝົນແລ້ວ, ຂະນະທີ່ ສະຖານີນ້ຳປະປາໃນເຂດບ້ານເກົ້າລ້ຽວນັ້ນ ທາງລັດ ວິສາ ຫະ ກິດນ້ຳປະປາລາວຈະໄດ້ເລີ່ມດຳ ເນີນການເຊັ່ນດຽວກັນດວ້ຍການເຊົ່າແພ ຫລື ເຮືອບັກຂອງກອງຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ເພື່ອ ນຳມາຕິດຕັ້ງຈັກສູບນ້ຳຢູ່ກາງນ້ຳຂອງ ເຊິ່ງຄາດວ່າຈະສຳເລັດ ພາຍໃນອາທິດນີ້ແນ່ນອນ. ອີງຕາມການເປີດເຜີຍຂອງ ທ່ານ ຄຳເຜີຍ ວົງສາຄຳຜຸຍ, ຮອງຫົວໜ້າລັດວິສາຫະກິດນ້ຳປະປາລາວ ໄດ້ກ່າວວ່າ: ທາງບໍລິສັດລັດວິສາຫະກິດ ນ້ຳປະປາ ລາວ ໄດ້ ນ້ຳເອົາລົດ ຈົກຈຳນວນໜຶ່ງໄປຂຸດ ເອົາດິນ ຊາຍອອກຈາກບ່ອນທີ່ຈະສູບນ້ຳແລ້ວໃນສະຖານີນ້ຳປະປາຈີນາຍໂມ້ ໃນວັນທີ 19 ກຸມພາຜ່ານມາ ເພື່ອ ເປີດທາງໃຫ້ນ້ຳເຂົ້າມາໄດ້ປົກກະຕິ ເຊິ່ງຈະຕອບສະໜອງໃຫ້ຈັກສາມາດ ສູບນ້ຳໄດ້ເພື່ອນຳມາຜະລິດນ້ຳປະປາໃຫ້ໄດ້ຕາມປົກກະຕິ ຫລັງນ້ຳຂອງບົກ ແຫ້ງ ໄວ ຜິດ ປົກກະ ຕິເຮັດໃຫ້ຈັກບໍ່ສາມາດສູບນ້ຳໄດ້. ສ່ວນ ສະຖານນີນ້ຳປະປາເກົ້າລ້ຽວນັ້ນ ຄາດວ່າ ລັດວິສາຫະກິດນ້ຳປະປາລາວຈະເຊົ່າ ຫລື ຢືມເອົາເຮືອແພ ຫລື ເຮືອບັກຈາກກອງຊົນລະປະທານຂອງບ້ານທ່າງ່ອນ ເພື່ອນຳມາຕິດຕັ້ງໃສ່ກາງນ້ຳ ຂອງໃນອາທິດນີ້ໃຫ້ສຳເລັດໂດຍໄວເພື່ອຮັບປະກັນໃຫ້ພໍ່ແມ່ປະຊາຊົນ, ທະ ຫານ, ຕຳຫລວດ ສາມາດນຳໃຊ້ນ້ຳເປັນປົກກະຕິ. ທ່ານ ຄຳເຜີຍຍັງຊີ້ແຈງວ່າ: ມາຮອດປະຈຸບັນນີ້ ລັດວິສາຫະກິດນ້ຳປະປາລາວ ກຳລັງກະກຽມແຜນສະໜອງນ້ຳໃຫ້ພຽງພໍເພື່ອຕອບສະໜອງ ໃຫ້ຫລາຍວັນ ສຳຄັນເຊັ່ນ: ວັນຄົບຮອບ 450 ປີ ນະຄອນຫລວງວຽງຈັນ, ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ແລະ ບັນດາກອງປະຊຸມຕ່າງໆທີ່ຈະເກີດຂຶ້ນໃນອະ ນາຄົດດ້ວຍ ການເພີ່ມຂີດ ຄວາມ ສາມາດຂອງການ ຜະລິດໃຫ້ຫລາຍຂຶ້ນຕື່ມອີກ ໂດຍສະ ເພາະໂຄງການ ກໍ່ສ້າງສະຖານີນ້ຳປະປາລາວໃນບ້ານດົງບັງ ໃຫ້ສຳເລັດພາຍໃນປີນີ້ເຊິ່ງຄາດ ວ່າຈະສະ ໜອງ ນ້ຳປະປາໃນໄວໆນີ້ໂດຍເບື້ອຕົ້ນຈະແບ່ງມາໃຊ້ໃນນະຄອນຫລວງປະມານ 10.000 ແມັດກ້ອນ. ໄລຍະຜ່ານມາ ລັດວິສະຫະກິດນ້ຳປະປາລາວສາມາດສະໜອງນ້ຳປະປາທົ່ວນະຄອນຫລວງຈັນໄດ້ປະມານ 160.000 ແມັດກ້ອນ/ມື້ ແຕ່ໃນອະນາຄົດຈະ ເພີ່ມຂຶ້ນ ເປັນ ປະມານ 170.000 ແມັດກ້ອນ/ມື້./.
ກັບສາລະບານ