ລາວ-ໄທ ຮ່ວມມືສົ່ງເສີມການສຶກສາດ້ານວິທະຍາສາດ ແລະ ເຕັກໂນໂລຊີ
*(ຂປລ): ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດລາວ ແລະ ກະຊວງ ວິທະຍາ ສາດ ແຫ່ງ ຣາຊາອາຈັກໄທໄດ້ຮ່ວມກັນຈັດງານ ຄາລາວານວິທະ ຍາສາດ ຢູ່ທີ່ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າມະຫາວິທະຍາໄລດົງໂດກໃນວັນທີ 22-24 ກຸມພາ 2010 ໂດຍມີເປົ້າຫມາຍ ແນໃສ່ສ້າງ ຈິດສຳນຶກ ໃຫ້ແກ່ ມວນຊົນໂດຍສະເພາະແມ່ນນັກຮຽນ, ນັກສຶກສາໃຫ້ໄດ້ຮຽນຮູ້ເຂົ້າໃຈຄວາມໝາຍຄວາມສຳຄັນຂອງວິທະຍາ ສາດ ແລະ ເຕັກໂນໂລຊີໃນການພັດທະນາຊີວິດ ການ ເປັນຢູ່ປະຈຳວັນຂອງມະນຸດເຮົາ, ທັງເປັນການປະກອບ ສ່ວນ ສຳຄັນໃນການຊຸກຍູ້ສົ່ງເສີມ ແລະ ກະຕຸ້ນໃຫ້ນັກຮຽນ, ນັກສຶກສາເພີ່ມຄວາມຮູ້ ແລະ ຄວາມ ເອາໃຈໃສ່ຫລາຍຂຶ້ນໃນການຮ່ຳຮຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີຊຶ່ງເປັນໜໍ່ແໜງສຳຄັນໃຫ້ແກ່ການພັດທະນາປະເທດຊາດ ແລະ ກ້າວໄປ ສູ່ການ ຫັນ ເປັນອຸດສະຫະກຳທີ່ທັນສະໄໝ, ຂະນະດຽວກັນງານຄາລາວານດັ່ງກ່າວຍັງເປັນຂີດໝາຍສຳຄັນໃຫ້ແກ່ການປະສານງານໃນຕໍ່ໜ້າກໍຄືໃນອະນາຄົດ. ການຈັດ ງານ ຄັ້ງນີ້ແມ່ນພາຍໃຕ້ຂອບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ໄດ້ຕົກລົງເຫັນດີນຳກັນລະຫ່ວາງສອງປະເທດລາວ-ໄທໂດຍສະເພາະອົງການ ວິທະຍາ ສາດ ແລະ ເຕັກໂນໂລຊີແຫ່ງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຣາຊະອານາຈັກໄທ./.
ກັບສາລະບານ