ຂ່າວພາຍໃນປະເທດ
 

 

ລາວ-ອິນເດຍ ເສີມຂະຫຍາຍການຮ່ວມມືດ້ານທຸລະກິດ

*(ຂປລ) ສະພາອຸດສະຫະກຳ ແລະ ການຄ້າຮ່ວມກັບສະຖານທູດອິນເດຍ ປະຈຳລາວ ຈັດກອງ ປະ ຊຸມພົບປະນັກທຸລະກິດລາວ ແລະ ອິນເດຍ ເພື່ອເປັນການ ເສີມຂະຫຍາຍການຮ່ວມມື ທາງດ້ານທຸລະກິດຂອງ ສອງປະເທດໃຫ້ເປັນຮູບປະທຳຫລາຍຂຶ້ນ ທັງເປັນການສ້າງໂອກາດອັນດີໃຫ້ແກ່ນັກທຸລະກິດສອງປະເທດ ໄດ້ ແລກປ່ຽນຂໍ້ມູນຂ່າວສານດ້ານທຸລະກິດຮ່ວມກັນ ແລະເປັນການເພີ່ມທະວີສາຍພົວພັນທາງດ້ານການຄ້າ ແລະ ການລົງທຶນຂອງສອງປະເທດ.
ກອງປະຊຸມຈັດຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຽວສະຫວາດ ສະແຫວງ ສຶກສາ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຊູ ເຣດເຄໂກເອລ (Suresh K. Goel) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ, ມີຜູ້ ຕາງຫນ້າໜ່ວຍງານທີ່ກ່ຽວຂ້ອງພາກລັດຖະບານ, ອົງການຈັດຕັ້ງຕ່າງໆ, ມີພະນັກງານ ກ່ຽວ ຂ້ອງຈາກສະຖານທູດອິນເດຍ ແລະ ບັນດານັກທຸລະກິດສອງປະ ເທດເຂົ້າຮ່ວມນັ້ນ, ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບ ໂອກາດ ແລະ ສິ່ງທ້າທາຍໃນດ້ານການລົງທຶນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ແລະ ເຂດການຄ້າເສລີ ລະຫວ່າງ ອາຊຽນ-ອິນເດຍ ແລະ ຂໍ້ມູນອື່ນໆ.
ທ່ານທູດອິນເດຍ ໄດ້ກ່າວວ່າ: ປະເທດລາວ ແມ່ນມີຄວາມສຳຄັນຢ່າງຍິ່ງສຳລັບພວກເຮົາ, ເປັນພາກສ່ວນທີ່ໝັ້ນຄົງຂອງໂຄງການພວກເຮົາໃນການສ້າງ ຄວາມ ອາດສາມາດ, ການ ພັດ ທະ ນາລະບົບໂຄງ ລ່າງ. ການພັດທະນາວິສາຫະກິດ ກໍເປັນສ່ວນໜຶ່ງໃນວຽກງານການຮ່ວມມືກັບອາຊຽນ ທີ່ມີຄວາມສຳຄັນກັບ ລາວ. ປະເທດລາວ ໄດ້ເຮັດ ໃຫ້ເຫັນແລ້ວວ່າ ຄວາມມຸ່ງໝັ້ນເຂັ້ມແຂງທາງດ້ານການເມືອງ, ແລະ ຄວາມ ຈິງໃຈ ຈະເປັນແບບຢ່າງໃຫ້ແກ່ປະເທດທີ່ດ້ອຍ ພັດທະນາປະ ເທດອື່ນໆ ໃຫ້ມີອັດ ຕາການຂະຫຍາຍຕົວທາງ ດ້ານ ເສດຖະກິດທີ່ສູງ.
ຕາມຂໍ້ມູນຈາກທະນາຄານໂລກ ເຫັນວ່າ ລາວ ເປັນປະເທດທີ 2 ທີ່ມີເສດຖະກິດຂະຫຍາຍ ຕົວ ໄວ ທີ່ສຸດ ໃນອາຊີ ຖັດຈາກປະເທດຈີນໃນປີ 2009. ສະນັ້ນ ມັນ ເປັນສິ່ງທີ່ສຳຄັນ ທີ່ນັກທຸລະກິດ ອິນເດຍ ແລະ ລາວ ນຳໃຊ້ໂອກາດນີ້ ເພື່ອໃຫ້ແນວຄິດ ລະຫວ່າງ ປະເທດທີ່ດ້ອຍພັດທະນາທີ່ຂະຫຍາຍຕົວໄວທີ່ສຸດ ແລະ ເສດ ຖະກິດຂອງໂລກກັບອັດຕາການຂະຫຍາຍຕົວໄວອັນດັບສອງເຂົ້າໃນຄວາມສົນໃຈຂອງພາກເອກຊົນເພື່ອ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ, ຊຶ່ງຂະແໜງ ເອກະຊົນ ມີບົດບາດອັນ ສຳຄັນໃນການສ້າງສິ່ງເຫລົ່ານີ້ ຍ້ອນພວກເຂົາມີທ່າແຮງທາງດ້ານຊັບພະຍາກອນ ແລະ ແຮງຈູງໃຈທີ່ດີ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446