ກຽມປະຕິບັດໂຄງການກໍ່ສ້າງຫໍຫຼັກເມືອງວຽງຈັນ
*(ຂປລ): ທ່ານ ໝູນແກ້ວ ອໍລະບູນ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ, ໃນນາມປະທານຄະນະກຳມະການຮັບ ຜິດ ຊອບ ໂຄງ ການ ກໍ່ສ້າງ ຫໍຫຼັກ ເມືອງວຽງຈັນໄດ້ໃຫ້ຄວາມກະ ຈ່າງແຈ້ງກ່ຽວກັບການກະກຽມ ແລະ ປະຫວັດຄວາມເປັນມາຂອງໂຄງການກໍ່ສ້າງຫໍຫຼັກເມືອງວຽງຈັນ ໃນວັນ ທີ 22 ກຸມພາ 2010 ນີ້ວ່າ: ໂຄງການກໍ່ສ້າ ງຫໍ ຫຼັກ ເມືອງວຽງຈັນຢູ່ບ້ານເພຍວັດ, ເມືອງສີວັດຕະນາກ, ນະຄອນຫລວງວຽງຈັນ, ເປັນໂຄງການຂອງລັດຖະບານໂດຍ ການກະຊວງຖະແຫລງຂ່າວ ແລະ ວັດທະນະທຳເປັນເຈົ້າຂອງໂຄງການເຊິ່ງຈະໄດ້ຈັດພິທີວາງ ສີລາ ລຶກ ການກໍ່ສ້າງຂຶ້ນ ຢ່າງເປັນທາງການ ໃນວັນທີ 24 ກຸມພາ 2010 ນີ້ ຊຶ່ງພາຍຫຼັງທີ່ໄດ້ຄົ້ນພົບ ເສົາ ຫລັກເມືອງບູຮານທີ່ເຮັດດ້ວຍຫີນຈຳນວນ 193 ຫຼັກ, ໃນວັນທີ 16 ມັງກອນ 2007 ໄລຍະຕໍ່ມາ ໃນ ວັນທີ 29 ທັນວາ 2009 ໃນຂະນະທີ່ມີການຂຸດຄົ້ນສຳ ຫລວດເພື່ອກະກຽມພື້ນທີ່ໃຫ້ແກ່ການ ກໍ່ສ້າ ງຫໍຫລັກເມືອງວັນຈັນ, ນັກວັດຖຸບູຮານວິທະຍາ, ກົມມໍລະດົກ, ກະຊວງ ຖະ ແຫລງຂ່າວ ແລະ ວັດທະ ນະທຳກໍໄດ້ພົບເຫັນຫໍຫລັກເມືອງອີກເທື່ອໃໝ່ເປັນຈຳນວນ 225 ຫລັກ, ແລະ ຄັ້ງທີ 3 ໃນວັນທີ 7 ມັງ ກອນ 2010 ເປັນຈຳນວນ 55 ຫລັກ, ລວມທັງ 3 ຄັ້ງ ຈຳນວນ 473 ຫລັກ, ພ້ອມ ນີ້ ທ່ານ ຍັງກ່າວ ຕື່ມອີກວ່າ ການກໍ່ສ້າງຫໍຫຼັກເມືອງວຽງຈັນນີ້ ແມ່ນເພື່ອໃຫ້ເປັນສະຖານທີ່ເຕົ້າໂຮມ ແລະ ຈັດ ວາງສະ ແດງເສົາ ຫລັກເມືອງ ວຽງຈັນບູຮານທັງໝົດທີ່ໄດ້ຄົ້ນພົບ. ນອກຈາກຫໍຫລັກເມືອງແລ້ວ ໃນໂຄ ງການ ນີ້ຍັງປະກອບມີຫໍວາງ ສະແດງສອງຊັ້ນທີ່ປຸກສ້າງຂຶ້ນພາຍ ໃນບໍລິເວນ ດຽວກັບຫໍຫລັກເມືອງວຽງຈັນ, ເຊິ່ງຈະໃຊ້ວາງສະແດງວັດຖຸ ບູຮານຕ່າງໆທີ່ຢັ້ງຢືນເຖິງປະຫວັດຄວາມເປັນມາຂອງ ນະຄອນຫລວງວຽງຈັນໃນ ຍຸກສະໄໝອານາຈັກລ້ານຊ້າງ, ເຊິ່ງຫໍ ຫລັກ ເມືອງ ແລະ ຫໍວາງສະແດງທັງໝົດນີ້ຈະກາຍເປັນສະຖານທີທາງວັດທະນະທຳ ແລະ ທ່ອງທ່ຽວແຫ່ງໃໝ່ໃນນະຄອນຫລວງວຽງຈັນ. ອິງ ໃສ່ຄວາມໝາຍຄຸນຄ່າ ແລະ ລັກສະນະພິເສດຂອງຫໍລັກເມືອງວຽງຈັນຖືໄດ້ວ່າຈະກາຍເປັນປູຊະນີຍະສະຖານປະຫວັດສາດທີ່ສຳຄັນອີກແຫ່ງໜຶ່ງຂອງຊາດ, ຊຶ່ງ ມູນຄ່າໃນການກໍ່ສ້າງຫໍ ຫລັກ ເມືອງ, ຫໍວາງສະແດງພ້ອມດ້ວຍການຕິດຕັ້ງວາງສະແດງບູ ຮານວັດຖຸ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍ ໃນສະຖານ ທີ່ທັງໜົດປະມານ 15 ຕື້ກີບ, ເຊິ່ງນອກ ຈາກງົບປະມານສະໜັບສະໜູນຈາກພັກ ແລະ ລັດຖະບານແລ້ວ, ທາງຄະນະກຳມະການຮັບຜິດຊອບ ກໍຈະໄດ້ໄຂໂອ ກາດ ແລະ ລະດົມທຶນຈາກ ທົ່ວສັງຄົມປະກອບສ່ວນນຳຕື່ມອີກ, ຊຶ່ງຄາດວ່າໂຄງການດັ່ງກ່າວສຳເລັດສົມບູນພາຍໃນທ້າຍປີ 2011 ນີ້./.
ກັບສາລະບານ