ນຳໃຊ້ລະບົບຄຸ້ມຄອງຂໍ້ມູນພາສີແບບອັດຕະໂນມັດ
*(ຂປລ): ກົມພາສີ ກະຊວງການເງິນ ຈະໄດ້ສະໜອງທຶນຈຳນວນ 2.282.000 ກ່ວາໂດ ລາສະ ຫະລັດ, ໃຫ້ແກ່ອົງການສະຫະປະຊາຊາດເພື່ອການ ພັດທະນ າ ແລະການຄ້າ ປະຈຳພາກພື້ນອາຊີ-ປາຊີຟິກ (UNCTAD) ເພື່ອຈັດຕັ້ງປະຕິບັດ ໂຄງການຕິດຕັ້ງ ແລະ ນຳໃຊ້ລະບົບການຄຸ້ມຄອງພາສີ ແບບອັດຕະໂນມັດ (ASYCUDA) ໃນຂອບເຂດທົ່ວປະເທດໃຫ້ສຳເລັດພາຍໃນ 27-31 ເດືອນ ຂ້າງໜ້າ. ເປົ້າໝາຍຫລັກແມ່ນກິດຈະກຳເຮັດ ໃຫ້ ການບໍລິການ ພາສີມີຄວາມ ວ່ອງ ໄວ, ປະຢັດ ແລະ ໂປ່ງໃສຂຶ້ນ ກ່ວາເກົ່າທັງ ເປັນການປະກອບສ່ວນສ້າງ ເງື່ອນໄຂພື້ນຖານ ໃນການເຂົ້າເປັນສະມາຊິກອົງ ການການ ຄ້າໂລກຂອງ ສປປ ລາວ. ການລົງນາມໃນສັນຍາການປະຕິບັດໂຄງການດັ່ງກ່າວ ໄດ້ມີຂຶ້ນ ໃນວັນທີ 22 ກຸມພາ 2010 ທີ່ໂຮງແຮມດອນຈັນພາເລດ ນະຄຄອນຫລວງວຽງຈັນ ລະຫວ່າງ ທ່ານສັນຕິພາບ ພົມວິຫານ, ຫົວໜ້າ ກົມພາ ສີ ແລະ ທ່ານ ມາຊີເນ, ຕົວແທນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ການຄ້າ ປະຈຳ ພາກພື້ນ ອາຊີ-ປາຊີຟິກ ໂດຍມີ ທ່ານນາງວຽງທອງ ສີພັນດອນ, ລັດຖະມົນຕີຊ່ວຍວ່າ ການ ກະຊວງການເງິນ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມນຳ. ໃນໂອກາດນີ້ຫົວໜ້າ ກົມພາສີເປີດເຜີຍວ່າ: ທະນາຄານໂລກ ໄດ້ໃຫ້ການສະໜັບສະໜູນທຶນ ຊ່ວຍ ເຫລືອລ້າ ໃຫ້ກົມພາສີຈຳນວນ 6 ລ້ານໂດລາສະຫະ ລັດ ໃນປີ 2008, ເພື່ອດຳເນີນໂຄງການອຳນວຍ ຄວາມ ສະດວກ ທາງດ້ານພາສີ ແລະ ການຄ້າ ໂດຍລັດຖະບານປະກອບສ່ວນຈຳນວນ 0,24 ລ້ານໂດລາ ສະຫະ ລັດ. ໃນນັ້ນຈະນຳໃຊ້ທຶນຈຳນວນ 4 ລ້ານໂດລາສະຫະລັດ ເຂົ້າໃນການປະຕິບັດໂຄງການ(ASYCUDA) ຊຶ່ງມີ ໄລຍະດຳເນີນ ໂຄງການ ເປັນເວລາ 5 ປີ 2008-2013 ແລະ ສ່ວນທີ່ເຫລືອຈະນຳໃຊ້ໃນການປັບປຸງດ້ານ ນິຕິກຳ ແລະ ການຄຸ້ມຄອງ ບໍລິຫານ ເພື່ອສະໜັບສະໜູນການຫັນເປັນ ທັນສະ ໄໝຂອງວຽກ ງານພາສີ ໃຫ້ມີ ປະສິດທິພາບກວ່າເກົ່າ. ທັງເຮັດໃຫ້ບັນດາ ຂະແໜງການເງິນ ໄດ້ສຸມໃສ່ພັດທະນາບັນດາໜ້າ ວຽກຢ່າງ ຮອບ ດ້ານ, ທັງເປັນການພັດ ທະນາ ວຽກງານພາສີດ້ວຍການຫັນໄປສູ່ທັນສະໄໝເທື່ອລະກ້າວ ແລະ ອຳນວຍ ຄວາມ ສະດວກທາງດ້ານພາສີ ແລະ ການຄ້າ ຊຶ່ງຢູ່ໃນທ່າມ ບັນຍາກາດຟົດຟື້ນ ຂອງ ການ ພັດທະ ນາເສດຖະກິດ- ສັງຄົມຂອງປະເທດ./.
ກັບສາລະບານ