ຂ່າວພາຍໃນປະເທດ
 

 

ຜູ້​ຊີ້ນຳ​ວຽກງານ​ແນວ​ຄິດ ​ຢ້ຽມຢາມ​ໂຄງການ​​ຢູ່​ແຂວງ​ຫລວງ​ນ້ຳທາ

*(ຂປລ): ທ່ານ ສະຫມານ​ ວິ​ຍະ​ເກດ ຜູ້​ຊີ້​ນຳ​ວຽກງານ​ແນວ​ຄິດ​ທິດ​ສະ​ດີ​ແລະ​ວັດທະ​ນະ​ທຳ​ສູນ​ກາງ​ພັກ​ພ້ອມ​ດ້ວຍ​ຄະນະ​ໄດ້​ຢ້ຽມຢາມ​ໂຄງການ​ຊ່ວຍ​ເຫລືອ​ຂອງ​
ສສ ຫວຽດນາມ​ ຢູ່​ແຂວງ​ຫລວງ​ນ້ຳທາ​ໂດຍ​ສະ​ເພາະ​ໂຄງການ​ກໍ່ສ້າງ​ຫໍ​ວັດທະນະທຳ​ມິດຕະພາບ​ແລະ​ໂຄງການ​ກໍ່ສ້າງ​ໂຮງຮຽນການ​ເມືອງ​ການ​ປົກ ຄອງ​ໃນ​ໂອ ກາດ​ໄປ​ເຄື່ອນ​ໄຫວຢ້ຽມຢາມ​ແລະ ​ເຮັດ​ວຽກຢູ່​ແຂວງ​ພາກ​ເຫນືອ​ໃນ​ລະ​ຫວ່າງ​ວັນ​ທີ14-18 ກຸມ​ພານີ້.
ໂຄງການ​ກໍ່ສ້າງ​ຫໍ​ວັດທະນະທຳ​ມິດຕະພາບ​ດັ່ງກ່າວ​ໄດ້​ຮັບ​ການ​ຊ່ວຍ​ເຫລືອຈາກ​ແຂວງ​ຫວິ​ງຟຸກ ສສ ຫວຽດນາມ ໃນ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ຫມົດ13 ຕື້​ກີບ,ສຳລັບ​ ໂຄງການ​ກໍ່ສ້າງ​ໂຮງຮຽນການ​ເມືອງ​ການ​ປົກ ຄອງ​ກໍໄດ້​ຮັບ​ກາ​ນຊ່ວຍ​ເຫລືອ​ຈາກ​ແຂວງ​ຫວິ​ງຟຸກ ​ເຊັ່ນ​ດຽວ​ກັນ​ລວມທັງ​ແຂວງ ​ຟູ​ເທາະ ໃນ​ມູນ​ຄ່າ​ການ​ກໍ​່ສ້າງ​ທັງ​ ຫມົດ 8,4 ຕື້ກີບ ຫລື ປະມານ 1​ ລ້ານ​ໂດ​ລາ​ສະຫະລັດ.
​ປະຈຸ​ບັນສອງ​ໂຄງການ​ຊ່ວຍ​ເຫລືອ​ດັ່ງກ່າວ​ໄດ້​ສຳ​ເລັດ​ການ​ກໍ່ສ້າງ​ແລະ​ໄດ້​ຈັດ​ພິທີ​ມອບ​ຮັບ​ຢ່າງ​ເປັນ​ທາງ​ການ​ແລ້ວ​ເມື່ອ​ບໍ່​ດົນ​ມານີ້ ​ອັນ​ໄດ້​ປະກອບສ່ວນ ​ສຳຄັນ ​ເຂົ້າ ​ໃນການ​ພັດທະນາ​ຊັບພະຍາກອນ​ມະນຸດ​ກໍ​ຄື​ປະ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ຂອງ​ແຂວງ​ດັ່ງກ່າວ​ນັບມື້​ນັບ​ດີ​ຂຶ້ນ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446