ຂ່າວພາຍໃນປະເທດ
 

 

ຮຽນຮູ້ການປ້ອງກັນຄວາມປອດໄພຂໍ້ມູນຄອມພິວເຕີ  

*(ຂປລ): ການຝຶກອົບຮົມປ້ອງກັນຄວາມປອດໄພຂໍ້ມູນຄອມພີວເຕີເບື້ອງຕົ້ນ ໂດຍເນັ້ນໃສ່ການແກ້ໄຂບັນຫາການໃຊ້ງານ ກ່ຽວກັບລະບົບຄອມພີວເຕີ ເປັນ ຕົ້ນ: ການປ້ອງກັນໄວຣັດ, ການຮັກສາຂໍ້ມູນ, ການເກັບກູ້ຂໍ້ມູນຄືນໃໝ່, ວິທີການນຳ ໃຊ້ລະບົບ ເຊື່ອມຕໍ່ທາງອິນເຕີ​ແນັດ ແລະ ລະບົບເຄືອຂ່າຍທີ່ນຳ ໃຊ້ໃນຫ້ອງ ການ ຫລື ​ແນັດເວີກ ແລະ ການແກ້ ໄຂບັນຫາອື່ນໆ ທີ່ກ່ຽວກັບລະບົບຄອມພີວເຕີ.
ການຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການວິທະຍາສາດ ແລະ ເຕັກ ໂນ ໂລ ຊີແຫ່ງຊາດ ແລະ ບໍລິສັດ ຄິງອິນເທລລີເຈັນ ເທັກໂນ ໂລຊີປະເທດ ໄທ ໂດຍແນ່ໃສ່ເຮັດໃຫ້ພະນັກງານວິຊາການທັງພາກລັດ ແລະ ເອກະຊົນ ໄດ້ຮຽນຮູ້ກ່ຽວ ກັບ ວິ ທີການ ປ້ອງກັນຄວາມປອດ ໄພຂໍ້ມູນຄອມ ພີວເຕ ີເບື້ອງ ຕົ້ນ ເພື່ອນຳ ໃຊ້ເຂົ້າ ໃນການ ຈັດ ຕັ້ງປະຕິບັດວຽກງານຕົວຈິງ ໃຫ້ທັນກັບສະພາບການຕົວຈິງ ແລະ ມີປະສິດທິ ຜົນສູງ ຍິ່ງຂຶ້ນ, ຂະນະດຽວກັນ ທາງບໍລິສັດດັ່ງ ກ່າວ ກໍໄດ້ມີການນຳສະ ເໜີອຸປະກອນ ທີ່ທັນສະ ໄໝ ທີ່ນຳເຂົ້າ ຈາກ ສປ ຈີນ ເພື່ອນຳໃຊ້ເຂົ້າໃນລະບົບຄອມພີວເຕີ ໃຫ້ມີການນຳໃຊ້ທີ່ສະ ດວກສະບາຍ, ວ່ອງໄວ ແລະ ມີ ຄວາມຫລາກຫລາຍ ໃນການໃຊ້ງານກັບລະບົບອື່ນໆຍິ່ງຂຶ້ນ.
ຊຸດອົບຮົມດັ່ງກ່າວ ​ໄດ້​ຈັດ​ຂຶ້ນໃນວັນທີ 19 ກຸມພາ 2010 ທີ່ໂຮງແຮມໂນໂວເທວ ນະຄອນ ຫລວງ ວຽງ ຈັນ ຊຶ່ງມີ ທ່ານ ຫຸມພັນ ອິນທະຣາດ, ຫົວໜ້າຫ້ອງການ ອົງ ການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ຊາດ, ມີຕົວແທນບໍລິສັດ ຄິງອິນເທລລີເຈັນເທັກໂນໂລຍີ ປະເທດໄທ ແລະ ພະນັກງານວິຊາ ການ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ 100 ກວ່າຄົນ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446