ຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 5 ແຂວງ
*(ຂປລ): ກອງປະຊຸມຕີລາຄາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 5 ແຂວງ ແລະ 1 ກອງພົນ ປະຈຳປີ ໄດ້ຂຶ້ນໃນວັນທີ 18 ກຸມພາ 2010, ໄດ້ດຳ ເນີນມາເປັນເວລາ 2 ວັນ ທີ່ສຳນັກງານປົກ ຄອງ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ທອງບັນ ແສງອາພອນ, ຄະນະເລຂາທິການສູນກາງພັກ, ລັດ ຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ທອງອອນ ຄຳພູບານ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆບໍລິຄຳໄຊ, ບັນດາຄະນະປະ ຈຳພັກ ແຂວງ, ຜູ້ຕາງໜ້າຈາກ 5 ແຂວງຄື: ແຂວງບໍລິຄຳໄຊ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ, ມີພະນັກງານທີ່ ກຽວຂ້ອງ ຈາກ 7 ເມືອງອ້ອມຂ້າງແຂວງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ- ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນ 1 ປີ ແລະ ທິດທາງຄາດໝາຍ ສູ້ຊົນໃນຕໍ່ໜ້າເຊັ່ນ: ຕີລາຄາຄືນພື້ນຖານ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມ 4 ເນື້ອໃນ 4 ຄາດໝາຍ, ການຄຸມຄອງພົນ ລະເມືອງ, ການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຂອອງສັງຄົມ, ຕີລາຄາຄຸນນະພາບ ຂອງການກໍ່ສ້າງກຳລັງໃນເງື່ອນໄຂ ປະເທດພວກເຮົາພວມເຊື່ອມໂຍງ ເສດຖະກິດ-ກັບພາຍນອກ, ຄວາມອາດສາມາດໃນການປະ ຕິບັດວຽກງານຕົວຈິງ, ການກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ. ນອກນັ້ນຕາຫນ່າງ ປກສ, ກອງຫລອນ ຫລື ກຳລັງທ້ອງຖິ່ນຕ່າງໆ ພ້ອມກັນຊອກໃຫ້ເຫັນດ້ານອ້ອນ, ຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງແກ້ໄຂໃຫ້ທັນການໃນຕໍ່ໜ້າ./.
ກັບສາລະບານ