ສືບຕໍ່ຊີ້ນຳ ວຽກງານບໍລິການທະນາຄານໃຫ້ດີກວ່າເກົ່າ
* (ຂປລ): ໃນລະຫວ່າງ ການດຳເນີນກອງປະຊຸມໃຫຍ່ຄັ້ງທີ 3 ຂອງໜ່ວຍພັກ ກົມບໍລິການທະນາ ຄານ ແຫ່ງ ສປປ ລາວ ໃນອາທິດທີ່ຜ່ານມານີ້, ສະຫາຍ ນໍລະດີ ສີລັດຕະນະ, ເລຂາໜ່ວຍພັກ ໄດ້ຍົກໃຫ້ເຫັນ ເຖິງໝາກຜົນໃນການຊີ້ນຳໆພາວຽກງານ ການບໍລິການໃນໄລຍະຜ່ານມາ ໂດຍການເປັນເສນາທິການ ໃຫ້ ແກ່ ຄະ ນະພັກ ໃນການປະຕິບັດນະໂຍບາຍຄຸ້ມຄອງມະຫາພາກ ເພື່ອປະຕິບັດແຜນເງິນຕາ ທີ່ທະນາຄານວາງ ອອກ, ພ້ອມນີ້ ຍັງນຳພາການປະຕິບັດ ວຽກງານວິຊາ ສະເພາະ ໃນດ້ານການບໍລິຫານຄັງສຳຮອງເງິນຕາຕ່າງ ປະເທດ, ນັບທັງການບໍລິການ ສະໜອງເງິນສົດໃຫ້ທະນາຄານ ທຸລະກິດ ແລະ ສັງຄົມ ເປັນຢ່າງດີ. ກົມບໍລິການ ຍັງໄດ້ຮັບການຊີ້ນຳ ໃນການຄົ້ນຄວ້າສະໜອງສິນເຊື່ອ ໃຫ້ແກ່ໂຄງການບູລິມະສິດ ຂອງລັດຖະບານ, ການຈຳໜ່າຍພັນທະບັດໃຫ້ທະນາຄານກາງ ແລະ ກະຊວງການເງິນ, ບໍລິການຮັບເປີດບັນຊີ ແລະ ໂອນເງິນໃຫ້ທະນາຄານທຸລະກິດ, ສະຖາບັນການເງິນ, ງົບປະມານ ແລະ ໂຄງການຕ່າງໆຢ່າງຫ້າວຫັນ. ນອກຈາກໜ້າທີ່ວິຊາສະເພາະແລ້ວ ໜ່ວຍພັກຍັງໄດ້ຊີ້ນຳໆພາອົງການຈັດຕັ້ງມະຫາຊົນ ໃນວຽກ ງານປ້ອງກັນຄວາມສະຫງົບ, ວຽກງານປັບປຸງ ແລະ ຂະຫຍາຍ ພັກ, ນັບທັງວຽກງານການເມືອງ-ແນວຄິດ ແລະ ການຈັດ ຕັ້ງໃຫ້ມີຄວາມປອດໄສ, ໜັກແໜ້ນ ແລະ ເຂັ້ມແຂງ. ໃນສົກປີ 2007-2008 ໄດ້ຮັບນາມ ມະຍົດເປັນ ໜ່ວຍພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ. ກອງປະຊຸມຄັ້ງນີ້ ໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໂດຍສະຫາຍ ນໍລະດີ ສີລັດຕະ ນະ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາພັກ ເພື່ອສືບ ຕໍ່ຊີ້ນຳໆ ພາກົມບໍລິການ ໃນການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີປະສິດທິຜົນກວ່າເກົ່າ. ໃນວັນທີ 17 ກຸມພາ 2010 ນີ້ ທະນາຄານ ແຫ່ງ ສປປ ລາວ ກໍໄດ້ຈັດຕັ້ງການເລົ່າຄືນມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງ ກຳມະບານລາວ./.
ກັບສາລະບານ