ຂ່າວພາຍໃນປະເທດ
 

 

ສະ​ຫລອງ​ວັ­​ນສ້າງຕັ້ງສາຍ​ພົວພັ­ນ ​ການທູດ ລາວ-ອາ​ເມ​ລິ​ກາ ຄົບຮອບ 55 ປີ  

*(ຂປລ): ທ່າ­ ຣາວິກ ຮູ​ໂຊ (Ravic HUSO), ເອກ​ອັກ​ຄະລັດຖະທູດ ສະຫະລັດ ອາ​ເມ​ລິ​ກາ ປະ ຈຳ​ລາວ ​ໄດ້​ຈັດ​ງາ­​ນລ້ຽງ ​ເພື່ອສະ​ເຫລີມ​ສະຫລອງ ວັນສ້າງ ຕັ້ງສາຍ​ພົວພັ­​ນກາ­​ນທູດລາວ - ອາ​ເມ​ລິ​ກາ ຄົບ ຮອບ 55 ປີ (1960-2010) ໃນ­​ຕອ­​ນຄ່ຳ​ວັ­​ນທີ 18 ກຸມພາ 2010 ທີ່​​ເຮືອ­​ນພັກ​ທູດ​ອາ​ເມ​ລິ​ກາ ໂດຍ​ເປັ­​ນ ກຽດ ​ເຂົ້າ​ຮ່ວມ​ຂອງ​ທ່ານ­ ບົວ​ເງິ­​ນ ຊາ​ພູ​ວົງ, ລັດຖະມົ­ນຕີ​ຊ່ວຍ​ວ່າການ­​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດທະ ນະທຳ, ມີ​ບັນ­ດາ​ພະ­ນັກງານ­​ ຂັ້­ນສູງຂອງ​ ລາວ ​ແລະ ພະນ­ັກງາ­​ສະຖາ­ນທູດ​ ເຂົ້າ​ຮ່ວມ​.
​ ສປປ ລາວ ​ແລະ ສະຫະລັດ ອາ​ເມ​ລິ​ກາ ​ໄດ້​ສ້າງຕັ້ງສາຍ​ພົວພັ­​ນການ­​ທູດ​­ນຳ​ກັ­​ນ​ໃນປີ 1960 ​ແລະ ໄດ້​ມີ​ການ­​ພົວພັ­​ນຮ່ວມ​ມື​ກັ­​ນ ເປັ­ນຕົ້­ນ ການຮ່ວມ ມືດ້ານການຄ້າ ແລະ ການລົງທຶນ, ດ້ານມະນຸດສະທຳ, ການ ປາບປາມຢາເສບຕິດ, ການຮ່ວມມືໃນການສະກັດກັ້ນ ການແຜ່ລະບາດຂອງ ພະຍາດໄຂ້ຫວັດສັດ ປີກ ແລະ ພະຍາດຕິດຕໍ່ອື່ນໆ.
ໂອກາດ​­​ດັ່ງກ່າວ ກໍ​ໄດ້​ມີ​ການ​ສະ​ເໜີ ກາ­​ນປະສົມ​ປະສານ­ ລະຫວ່າງ​ ວັດທະນ­ະທຳ​ລາວ-ອາ​ເມ​ລິ​ກາ ຈາກນັກສະ​ແດງ ຈອນນ­​­ີ ອອນ­​ເຊັນ­(Jonny Olsen) ດ້ວຍ​ການ­ສະ​ແດງ​ດົນ­ຕີ​ພື້­​ນເມືອ​ງລາວ ທີ່​ມີ​ລັກສະນ­ະ​ແບບ​ດັ້ງ​ເດີມ ​ເປັ­ນຕົ້­ນ ການ­ສະ​ແດງ​ເສບ​ດົ­ນຕີ​ພື້­​ນເມືອງ​ລາວ, ​ເປົ່າ​ແຄນ­​ຈຳ ປາ​ເມືອງ ​ລາວ, ລຳ​ເຕີ້ຍ, ລຳ​ຜູ້​ໄທ, ລຳ​ຕັ່ງ​ຫວາຍ, ຮ້ອງ​ເພງ ​ເຊີ­​ນມາ​ຟ້ອ­​ນລຳວົງລາວ, ຂ້ອຍ​ຮັກສາ​ວລາວ ​ແລະ ອື່ນ­ໆ ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446