ຂ່າວພາຍໃນປະເທດ
 

 

ຕີ​ລາຄາ​ວຽກ​ງານ​ກວດກາ​ພັກ-ລັດ​ ແຂວງ​ຊຽງ​ຂວາງ

*(ຂປລ): ທ່ານ ອິນ​ທະ​ວົງ ທະ​ມະ​ວອນ, ປະທານ​ກວດກາ​ພັກ-​ລັດ​ ແຂວງ​ຊຽງ​ຂວາງ​ ໄດ້​ຍົກ​ໃຫ້​ເຫັນຜົນງານ​ໄລຍະ 1 ປີຜ່ານ​ມາ ​ຕໍ່​ກອງ​ປະຊຸມ​ສະຫລຸບ​ຕີ​ລາຄາ​ ວຽກ​ງານ​ກວດກາ​ພັກ-ລັດ ​ແຂວງ​ ຊຶ່ງ​ໄ​ດ້ດຳ​ເນີນຢ່າງ​ເປັນ​ປົກກະຕິ​ ໃນ​ປີ 2009 ໄດ້​ລົງ​ກວດກາ​ຮອບ​ທີ 1 ໄດ້ 8 ເມືອງ ແລະ ລົງເຖິງໜ່ວຍພັກບ້ານ, ໜ່ວຍ ພັກ ຮາກຖານ ພະແນກການອ້ອມຂ້າງແຂວງ ທັງໝົດ 7 ຮາກຖານ, ມີ 10 ໜ່ວຍພັກ ຂະຫຍາຍ ສະມາ ຊິກ ໄດ້ ທັງໝົດ 1.278 ສະຫາຍ, ນອກນີ້ຄະນະພັກ ແຕ່ລະ ຂັ້ນ ໄດ້ເອົາໃຈໃສ່ຊີ້ນຳການສ້າງໜ່ວຍພັກແຂງ ຮູ້ ນຳພາ ຮອບດ້ານ, ຜ່ານການກວດກາເຫັນວ່າ ສະມາຊິກພັກສ່ວນຫລາຍ ມີຄວາມບຸກບືກມີ ຄວາມເປັນ ແບບ ຢ່າງ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-12 ກຸມພາ 2010 ຢູ່ທີ່ຫ້ອງວ່າການແຂວງ ພ້ອມທັງໄດ້ວາງທິດທາງແຜນການໃນຕໍ່ໜ້າ ໂດຍຍົກສູງຄວາມ ສາມາດ ໃນການເຄື່ອນໄຫວວຽກງານກວດ ກາພັກ-ລັດ, ວຽກງານກວດກາຕ້ອງດຳເນີນເປັນປົກກະຕິຮອບດ້ານ ແລະ ມີຈຸດສຸມ ກ້າກວດກາ ທັງຊອກໃຫ້ ເຫັນ ດ້ານຕັ້ງໜ້າ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ບຳລຸງ ແລະ ກໍ່ສ້າງພະນັກງານກວດກາພັກ-ລັດ ໃຫ້ມີ ຄຸນ ທາດການເມືອງ, ມີຄວາມໜັກແໜ້ນ, ມີຄວາມ ບໍລິ ສຸດ ໃນໜ້າທີ່ວຽກງານ ແລະ ມີຄວາມຮູ້ ຄວາມສາ ມາດ ໃນ ດ້ານວິຊາສະເພາະ ເພື່ອສຳເລັດໜ້າທີ່ໆພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446