ຂ່າວພາຍໃນປະເທດ
 

 

ທ່ານ ສະ ໝານ ວິ ຍະ ເກດ ເຄືອ ໄຫວ ຊີ້ນຳວຽກງານ ຢູ່ ແຂວງ ພາກເໜືອ

*(ຂປລ): ໃນລະຫວ່າງວັນທີ 14-18 ກຸມພາ 2010 ນີ້, ທ່ານ ສະຫມານ ວິຍະເກດ, ຫົວໜ້າ ຄະນະ ຊີ້ນຳ ວຽກງານແນວຄິດທິດສະດີ ແລະ ວັດທະນະທຳສູນ ກາງ ພັກ ໄດ້ເຄື່ອນໄຫວຊີ້ນຳ ວຽກງານຢູ່ແຂວງ ພາກເໜືອ ຜົ້ງສາລີ, ຫລວງນ້ຳທາ ແລະ ເຂົ້າຮ່ວມກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວ ລາວ ສ້າງ ຊາດ ຄັ້ງທີ 5 ສະ ໄໝທີ 8 ຢູ່ທີ່ແຂວງຫລວງພະບາງ.
ສຳລັບຢູ່ທີ່ແຂວງຜົ້ງສາລີ ທ່ານ ສະຫມານ ວິຍະເກດ ໄດ້ໃຫ້ກຽດໂອ້ລົມຄະນະນຳແຂວງ, ພະແນກການ ແລະ ພະນັກງານອ້ອມຂ້າງແຂວງຜົ້ງສາລີ ໂດຍໄດ້ ຍົກໃຫ້ເຫັນຄວາມ ຫມາຍ ຄວາມສຳຄັນ ຂອງວັນ ສ້າງ ຕັ້ງພັກຄອບຮອບ 55 ປີ ແລະ ພ້ອມກັນປຶກສາຫາລື ກ່ຽວກັບການກະກຽມຈັດຕັ້ງສຳມະນາວິທະຍາສາດ ເລື່ອງຫວນຄືນປະຫວັດສາດ ການ ສ້າງ ຕັ້ງເຂດຕໍ່ຕ້ານທິດຕາເວັນຕົກສ່ຽງເຫນືອຂອງລາວ. ໂອກາດນີ້ ທ່ານ ຄຳສານ ສຸວົງ, ເຈົ້າແຂວງໆຜົ້ງສາລີ ໄດ້ແຈ້ງໃຫ້ຮູ້ວ່າ: ໃນສົກປີຜ່ານມາ ແຂວງໄດ້ສຸມໃສ່ແຜນ ງານ ແກ້ ໄຂ ຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າເປັນຈຸດສຸມ, ຫັນເປັນ 4 ທາງເລືອກ ຕາມ ນະ ໂຍບາຍຂອງ ສູນ ກາງ ແຂວງ ອັນໄດ້ເຮັດໃຫ້ຊີວິດການ ເປັນຂອງປະຊາຊົນ ບັນນັບ ມື້ດີຂຶ້ນ ສະແດງອອກສາມາດຫລຸດ ຜ່ອນ ບ້ານທຸກ ຍາກໄດ້ 42% ຂອງຈຳນວນບ້ານທັງຫມົດ 230 ບ້ານ ແລະ ຄອບຄົວທຸກຍາກໄດ້ 6.000 ຄອບຄົວຂອງຈຳ ນວນທັງຫມົດ 29.000 ກວ່າຄອບຄົວ ທັງນີ້ກໍຍ້ອນວ່າ ບ້ານ ແລະ ຄອບຄົວທຸກຍາກ ດັ່ງ ກ່າວ ຢູ່ຫ່າງໄກສອກ ຫລີກ, ໄຟຟ້າໄປບໍ່ຮອດ ແລະ ບໍ່ມີທີ່ຢູ່ຖາວອນ, ສະເລຍລາຍຮັບໃສ່ຫົວຄົນໄດ້ 3-4 ລ້ານກີບຕໍ່ຄົນຕໍ່ປີ. ທ່ານເຈົ້າ ແຂວງຜົ້ງສາລີ ຍັງໃຫ້ຮູ້ວ່າ: ແຫລ່ງ ລາຍຮັບຕົ້ນຕໍຂອງແຂວງ ແມ່ນໄດ້ມາຈາກ ການ ປູກຊາ, ທົ່ວແຂວງມີເນື້ອ ທີ່ປູກຊາທັງຫມົດ 3.000 ກວ່າເຮັກຕາ ກວມເຖິງ 5 ເມືອງ, ອ້ອຍ 1.000 ກວ່າ ເຮັກຕາ ແລະ ຢາງພາລາກວມ ເອົາ 6 ເມືອງໃນເນື້ອທີ 174.000 ເຮັກຕາ ໂດຍການລົງທຶນ ຂອງ ນັກທຸລະກິດຈີນ, ແຕ່ບໍ່ໄດ້ສຳປະທານປູກແບບ 2+3 . ສ່ວນ ລາຍຮັບສຸດທ້າຍ ແມ່ນຈາກການລ້ຽງສັດໃຫຍ່, ປະຈຸບັນທົ່ວແຂວງ ມີງົວ, ຄວາຍ 2000 ກວ່າໂຕ. ພ້ອມນີ້ຍັງສ້າງກອງທຶນທະນາຄານເຂົ້າ ໂດຍແຂວງ ຈະສະ ຫນອງທຶນໃຫ້ບ້ານໆຫນຶ່ງ 10​-20 ລ້ານກີບ, ອີງ ຕາມບ້ານ ນ້ອຍ ບ້ານ ໃຫຍ່, ອັນເຮັດໃຫ້ພື້ນຖານຊີວີດ ການ ເປັນຢູ່ ຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ດີ ຂຶ້ນເທື່ອລະກ້າວ. ພິເສດ ທົ່ວແຂວງ ສາມາດລົບ ລ້າງບ້ານ ຂາວໄດ້ 100%.
ຢູ່ແຂວງຫລວງນ້ຳທາ ທ່ານ ສະໝານ ວິຍາເກດ ໄດ້ຮັບການຕ້ອນຮັບຂອງທ່ານ ພິມມະສອນ ເລືອງຄຳມາ, ເຈົ້າແຂວງ ຫຼວງນ້ຳທາ ແລະ ໄດ້ໃຫ້ກຽດພົບປະ ໂອ້ ລົມພະນັກງານຫຼັກແຫຼ່ງຂອງແຂວງ ຊິຶ່ງ ທ່ານ ໄດ້ ຍ້ອງຍໍຊົມເຊີຍອຳນາດການປົກຄອງຂອງແຂວງ ໃນການຊີ້ນຳໆພາປະຊົນບັນດາເຜົ່າ ໃນການພັດ ທະນາເສດ ຖະກິດ-ສັງຄົມ ເຮັດໃຫ້ແຂວງຫຼວງນ້ຳທາ ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ເສດ ຖະກິດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນີ້ ທ່ານຍັງໄດ້ ເນັ້ນ ໃຫ້ແຂວງ ຈົ່ງເພີ່ມທະວີຄວາມສາມັກ ຄີ ພາຍໃນໃຫ້ໜັກແໜ້ນ, ເສີມຂະຫຍາຍມູນເຊື້ອຂອງພັກ, ເອົາໃຈໃສ່ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ ການ ປະຕິບັດ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ຕະຫຼອດເຖິງລະບຽບ ກົດໝາຍຢ່າງເຄັ່ງຄັດ ເຮັດໃຫ້ ສັງຄົມ ມີຄວມເປັນສະ ບຽບຮຽບຮອ້ຍ ແລະ ຈະເລີນ ກ້າວໜ້າ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446