ສ້າງກິດຈະກຳ ກຽມສະຫລອງນະຄອນຫລວງວຽງຈັນ 450 ປີ
*(ຂປລ): ໂຄງການກ່ຽວກັບການສຳມະນາ ແລະ ການສະແດງເວທີ ຄຳກອນສັງສິນໄຊ ເປັນໜຶ່ງໃນກິດຈະກຳ ເພື່ອສະເຫລີມສະຫລອງນະຄອນຫລວງວຽງຈັນ 450 ປີ. ທັງເປັນການເປີດໂອກາດ ໃຫ້ທຸກໆພາກ ສ່ວນໃນທົ່ວສັງຄົມ ໂດຍສະເພາະແມ່ນເດັກນ້ອຍ ໄດ້ມີສ່ວນຮ່ວມໃນກິດຈະກຳ ເພື່ອເປັນການສົ່ງເສີມ ມໍລະ ດົກ ວັດທະນະທຳ ວັນນະຄະດີຂອງລາວ ໃຫ້ຢູ່ຄຽງຄູ່ກັບຊາດລາວ ຄົນລາວຕະຫລອດໄປ. ມາໃນວັນທີ 16 ກຸມພາ 2010 ທີ່ສະມາຄົມນັກຂ່າວແຫ່ງປະເທດລາວ ຄະນະດຳເນີນໂຄງການ ນຳໂດຍທ່ານນາງ ດວງເດືອນ ບຸນຍາວົງ, ຫົວໜ້າຄະນະດຳ ເນີນໂຄງ ການ ໄດ້ຈັດຖະແຫລງຂ່າວ ກ່ຽວກັບກິດຈະ ກຳດັ່ງກ່າວ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະ ວັດ ທະນະທຳ, ປະທານອະນຸກຳມະການວັດທະນະທຳ ແລະ ໂຄສະນາປະຊາສຳພັນ ການສະຫລອງນະຄອນ ຫລວງວຽງຈັນ 450 ປີ ວ່າດ້ວຍການແຕ່ງຕັ້ງຄະ ນະປະຕິບັດ ໂຄງການກ່ຽວກັບການສຳມະນາ ແລະ ການສະແດງເວທີ ຄຳກອນສັງສິນໄຊ ຊຶ່ງກິດຈະກຳດັ່ງກ່າວ ຈະຈັດຂຶ້ນໃນວັນທີ 27 ກຸມພາ 2010 ທີ່ຫໍວັດ ທະນະທຳແຫ່ງຊາດ. ສຳລັບການສຳມະນາວິຊາການຈະມີວິຊາການທີ່ມີຄວາມຮູ້ຄວາມສາມາດມາສະ ເໜີໃນຫລາຍ ຫົວຂໍ້ກ່ຽວກັບສັງສິນໄຊຄື: ສິນທຳ, ຄຸນ ນະ ທຳ, ການວິເຄາະຕົວລະຄອນ, ຄວາມງົດງາມດ້ານສັນທະລັກໃນບົດກອນສັງສິນໄຊ, ຈິດໃຈສິນໄຊແບບຢ່າງແຫ່ງຈິດໃຈຂອງຄົນລາວ ແລະ ບົດບາດຂອງ ແມ່ຍິງ ໃນ ເລື່ອງສັງສິນໄຊ. ພາຍໃນງານ ຈະມີກິດຈະກຳແຕ້ມຮູບ, ອອກແບບໂຕກະຕູນສິນໄຊ ສຳລັບເດັກນ້ອຍ, ການວາງສະແດງຮູຍແຕ້ມຕົວລະຄອນສິນໄຊ, ຊົມການສະແດງລະ ຄອນຄຳກອນ ເລື່ອງສັງສິນໄຊ ສຸດຍອດວັນນະຄະດີລ້ານຊ້າງ ທີ່ມີຫລາຍທ່າຟ້ອນປະກອບສາກ, ແສງ, ສີ ແລະ ສຽງສົດ ຂອງເຍົາວະຊົນອາຍຸ 10-17 ປີ ທີ່ມາ ຈາກ ສູນພັດທະນາການສຶກສາສຳລັບເດັກ ນະຄອນຫລວງ, ສູນວັດທະນະທຳເດັກບ້ານສາຍລົມ ແລະ ໂຮງຮຽນບາງແຫ່ງ ໃນນະຄອນຫລວງ, ໂຮງຮຽນມັດທະ ຍົມ ແກ່ນທ້າວ ແຂວງໄຊຍະບູລີ ແລະ ເຍົາວະຊົນຈາກຈັງ ຫວັດຂອນແກ່ນ ປະເທດໄທ ແລະ ອື່ນໆ./.
ກັບສາລະບານ