ຂ່າວພາຍໃນປະເທດ
 

 

ການກໍ່ເສັ້ນທາງເມືອງວຽງທອງຈະໃຫ້ສຳເລັດໃນປີ 2014  

*(ຂປລ): ທ່ານ ຄຳປານ ພິລາວົງ, ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກ່ຽວ ຂ້ອງ ໄດ້ລົງ ເຄື່ອນໄຫວຕິດຕາມ-ກວດກາສະພາບການສ້າງເສັ້ນທາງ ຢູ່ເມືອງວຽງທອງ ໃນລະຫວ່າງວັນທີ 11-12 ກຸມ ພາ 2010 ນີ້ ໂດຍທ່ານໄດ້ຊີ້ໃຫ້ເຫັນຈຸດພິເສດຂອງເມືອງດັ່ງກ່າວ ຊຶ່ງຕັ້ງຢູ່ຈຸດໃຈກາງຂອງ 4 ເມືອງຄື: ເມືອງ ບໍລິຄັນ, ໄຊຈຳພອນ, ຄຳເກີດ ແລະ ເມືອງປາກກະດິງ ຊຶ່ງໃນອະນາຄົດຈະກາຍເປັນເມືອງ ທີ່ມີເສດຖະກິດຂະ ຫຍາຍຕົວຢ່າງກວ້າງຂວາງ, ສະນັ້ນ ການ ພັດທະນາລະບົບພື້ນຖານໂຄງລ່າງ ໂດຍສະ ເພາະ ເສັ້ນທາງ ເມືອງ ດັ່ງກ່າວ ແມ່ນຈະຊ່ວຍໃຫ້ການເດີນທາງໄປມາໄດ້ຢ່າງສະດວກສະບາຍຍິ່ງຂຶ້ນ ຊຶ່ງ ຄາດວ່າ ຈະ ໃຫ້ ສຳເລັດໃນ ປີ 2014.
ປະຈຸບັນ ພວມສຸມໃສ່ການສ້າງເສັ້ນທາງ ແຕ່ເທດສະບານເມືອງວຽງທອງ ໄປຫາເທດສະບານ ເມືອງໄຊຈຳພອນ ໃນມູນຄ່າ 340 ຕື້ກວ່າກີບ, ໃນໄລຍະທາງ 70 ກວ່າກິໂລແມັດ, ກວ້າງ 6,5 ແມັດ, ເປັນ ທາງ ຊັ້ນ 4, ປູຢາງອັດສະຟານໃຫ້ສຳເລັດໃນປີ 2014, ເສັ້ນທາງແຕ່ບ້ານນາຍາງ ເມືອງວຽງທອງ ຫາ ບ້ານໂຮມຈະ ເລີມ ເຂດຈຸດສຸມພັດທະນາທອງມີໄຊ, ມີຄວາມຍາວ 97 ກິໂລແມັດ, ກວ້າງ 6,5 ແມັດ ມູນຄ່າ 66 ຕື້ກວ່າກີບ ໂດຍຜ່ານບ້ານວັງພຽງ ແລະ ທົ່ງນາ ຈັ້ງໂດຍແມ່ນ ບໍລິ ສັດ ກໍ່ສ້າງຂົວທາງບ້ານໂດນ ເປັນຜູ້ຮັບ ເໝົາກໍ່ສ້າງ ໃນ ຮູບກາງລົງທຶນກ່ອນ ແລະ ລັດຖະບານຈະຊຳລະໃນແຕ່ລະປີ ຈົນກວ່າສຳເລັດ ຊຶ່ງໄດ້ເລີ່ມລົງ ມືກໍ່ສ້າງ ແຕ່ກາງ ເດືອນທັນວາປີ 2009 ມາຮອດ ປະຈຸບັນສຳເລັດປະ ມານ 10 % ຄາດວ່າຈະໃຫ້ສຳເລັດ 100% ທ້າຍປີ 2012.
ສຳລັບການສ້າງເສັ້ນທາງແຕ່ບ້ານກາງ ເມືອງວຽງທອງ ຫາກຸ່ມບ້ານນາແຈງ ເມືອງໄຈຳພອນ ມີ ຄວາມຍາວ 52 ກິໂລແມັດ, ມູນຄ່າ 24 ຕື້ກວ່າກີບ ໃຫ້ສຳ ເລັດ ໃນປີ 2011 ແລະ ການກໍ່ສ້າງເສັ້ນທາງອື່ນໆ ອີກໃນເຂດເມືອງດັ່ງກ່າວ ໃຫ້ສຳເລັດຕາມແຜນການ./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446