ຂ່າວພາຍໃນປະເທດ
 

 

ທ່ານນາຍົກລັດຖະມົນຕີ​ ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ​ເຮັດ​ວຽກ ​
ຢູ່​ແຂວງ​ຊຽງ​ຂວາງ

*(ຂປລ): ທ່ານນາຍົກລັດຖະມົນຕີ ບົວ​ສອນ ບຸບຜາ​ວັນ ພ້ອມ​ດ້ວຍ​ຄະ​ນະ ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ​ເຮັດ​ວຽກ ຢູ່​ແຂວງ​ຊຽງ​ຂວາງ ໃນ​ລະຫວ່າງ​ວັນ​ທີ 11-12 ກຸມພາ 2010 ​ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ ຄຳສິງ ດາຊາວພວນ, ເລຂາພັກແຂວງ ພ້ອມດ້ວຍຄະນະພັກ, ອຳນາດ​ການ​ປົກຄອງ​ແຂວງ, ​ເມືອງ ຕະ ຫລອດຮອດປະຊາຊົນ ​ເຂດ​ບ້ານ ແລະ ກຸ່ມ​ບ້ານ​ພັດທະນາ ອ້ອມ​ຂ້າງ​ແຂວງ.
ໃນ​ວັນ​ທີ 11 ກຸມພາ​ ຊຶ່ງເປັນມື້ທຳ​ອິດຂອງ​ການ​ລົງ​ເຄື່ອນ​ໄຫວ ທ່ານນາຍົກລັດຖະມົນຕີ ໄດ້​ໄປ​ຢ້ຽມ ຢາມ ພົບ​ປະ​ກັບ​ຄະນະນຳ ​ແລະ ປະຊາຊົນ​ເຂດ​ພັດ ທະນາ​ ຄັງ​ວຽງ-ນ້ຳງາດ, ບ້ານນາ​ຄ້ອນ ​ເມືອງ​ໝອກ ແລະ ໄດ້​ຟັງລາຍ​ງານ​ ກ່ຽວກັບສະພາບ ​ການ ​ພັດທະນາ​ເສດຖະກິດ-ສັງຄົມ, ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ​ ທ້ອງ ​ຖິ່ນ​ດັ່ງກ່າວ ​ຈາກທ່ານ ພັນ​ໂທ ບົວ​ໃສ ​ແພງ​ສົມບັດ, ຫົວໜ້າ​ກອງພັດທະ ນາ​ເຂດ ​ຈຸດ​ ສຸມ ບ້ານ​ຄັງ​ວຽງ-ນ້ຳງາດ ຊຶ່ງ​​ໄລຍະ​ຜ່ານ​ມາ ຄະນະ​ນຳ​ ແຂວງ​ ຊຽງ​ຂວາງ ກໍ​ຄື​ອຳນາດ ​ການ​ປົກ ຄອງ​ເມືອງ​ໝອກ​ໄດ້​ເອົາ​ໃຈ​ໃສ່ສຶກສາ​ອົບຮົມ​ດ້ານ​ການ​ເມືອງ​ແນວ​ຄິດ ​ໃຫ້​ປະ ຊາ ຊົນ​ມີ​ຄວາມ​ຮັບ​ຮູ້ ເຊື່ອມ​ຊຶມ ​ແນວທາງ​ ນະ​ໂຍ ບາຍ​ຂອງ​ພັກ-ລັດຖະບານ, ມີ​ສະຕິ ແລະ ມີ​ຄວາມ​ຕື່ນ​ຕົວ​ ໃນ​ການ​ພັດທະນາ​ຄອບຄົວ ​ແລະ ບ້ານ​ ໃຫ້​ມີ​ຄວາມ ​ຈະ​ເລີ​ນກ້າວ ໜ້າ. ຈາກ​ນັ້ນ ​ໃນ​ຕອນ ​ແລງ​ ຂອງ​ວັນ​ດຽວ​ກັນ ທ່ານນາຍົກລັດຖະມົນຕີ ໄດ້​ໄປ​ຢ້ຽມຢາມ ​ເຂດ​ຈຸດ​ສຸມ​ນ້ຳສຽມ ​ເມືອງ​ຜາ​ໄຊ ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃໝ່ ແຕ່​ເຫັນ​ວ່າ​​ການ ​ສ້າງ ສາ​ພັດ ທະນາ​ແມ່ນ​ມີ​ບາດ ກ້າວ​ຂະຫຍາຍຕົວ​ ​ແຕກ​ຕ່າງ​ຈາກ​ເມື່ອ​ກ່ອນ. ເຂດ​ດັ່ງ ກ່າວ​ ມີ​ຄວາມ​ຫຍຸ້ງຍ​າກສັບສົນ​ທີ່​ສຸດ ​ເພາະ​ມີ​ກຸ່ມ​ຄົນ​ບໍ່​ດີ​ໃຊ້​ ເຂດ​ນີ້​ເປັນ​ບ່ອນ​ເຄື່ອນ ​ໄຫວ​ກໍ່​ຄວາມ​ບໍ່​ສະຫງົບ​ໃຫ້​ແກ່​ບ້ານ​ເມືອງ. ແຕ່​ຍ້ອນ​ຄວາມ​ເອົາ​ໃຈ​ໃສ່ຊີ້ນຳ-ນຳພາ ໃນ​ການ​ສ້າງສາ​ພັດທະນາ​ ຂອງ​ອຳນາດ​ການ​ປົກຄອງ​ທຸກຂັ້ນ​ ບວກ​ກັບ​ ຄວາມ ​ຕື່ນ​ຕົວ​ຂອງ​ປະຊາຊົນ ຈຶ່ງ​ເຮັດ​ໃຫ້​ເຂດດັ່ງກ່າວ ມີ​ຄວາມ​ສະຫງົບ, ການ​ພັດ ທະນາ​ດ້ານ​ເສດຖະກິດ-ສັງຄົມ ມີ​ການ​ຂະຫຍາຍຕົວ​ເປັນ​ກ້າວໆ.
ຕໍ່ມາ​ໃນ​ວັນ​ທີ 12 ກຸມພາ ທ່ານນາຍົກລັດຖະມົນຕີ ໄດ້​ໃຫ້​ກຽດ​ໂອ້​ລົມຕໍ່ຄະນະ​ພັກ, ອຳນາດ​ການ​ປົກ ຄອງ, ສະມາຊິກ​ພັກ, ພະນັກງານ​ຂັ້ນສູງ ​ແຂວງ​ຊຽງ​ຂວາງ ​ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມ ກວດກາ​ພັກ- ລັດ​ແຂວງ ປະຈຳ​ປີ 2009 ຊຶ່ງທ່ານ ວຽງ​ຖະໜອມ ພົມມະຈັນ, ຜູ້​ປະຈຳການ ​ເຈົ້າ​ແຂວງ​ຊຽງ​ຂວາງ ​ໄດ້​ລາຍ​ງານ​ ສະພາບ​ການພົ້ນ​ເດັ່ນພາຍ​ໃນ​ແຂວງ​ ​ໃນ​ສົກ​ປີ 2008-2009 ຊຶ່ງ​ເຫັນ​ວ່າມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ປະ ຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ ຕໍ່​ການ​ນຳພາ​ຂອງ​ພັກ-ລັດແລະ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ, ມາ​ຮອດ​ປະຈຸ​ບັນ​ ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ ແມ່ນ​ ສຳ​ ເລັດ​ຈຳ ນວນ​ໜຶ່ງ, ດ້ານ​ເສດຖະກິດ​ເຫັນ​ວ່າ​ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ບັນລຸ 1.176 ຕື້ກວ່າ​ກີບ, ​ໃນ​ນັ້ນວຽກງານ​ ກະສິກຳ​ຂະຫຍາຍ ຕົວ​ໃນ​ລະດັບ 3,6%, ອຸດສາຫະກຳ 10,7% ​ແລະ ວຽກງານ​ບໍລິການ 16,7%, ສ່ວນ​ດ້ານ​ການ​ຜະລິດ​ເຂົ້າ ສະມັດ​ຕະພາບ​ສະ​ເລ່ຍປະມານ 3,39 ໂຕນຕໍ່ເຮັກຕາ ສ່ວນວຽກ ​ງານ ​ອື່ນໆ​ ກໍ​ເຫັນ​ວ່າ​ມີ​ການ​ຂະ ຫຍາຍຕົວ​ໄປ​ຄຽງ​ຄູ່​ກັນ.
ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ຜົນງານ​ການ​ສ້າງສາ​ພັດທະນາ​ ຢູ່​ແຂວງ​ຊຽງ​ຂວາງ, ພ້ອມ​ທັງ​ໄດ້​ເນັ້ນ ໜັກ​ບາງ​ ວຽກ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ເຊັ່ນ: ບັນຫາ​ດ້ານ​ເສດ ຖະກິດ, ວຽກ​ງານ​ປ້ອງ​ກັນຊ​າດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ສ້າງ​ຂະ​ບວນການ​ດ້ານ​ຕ່າງໆ ເພື່ອ​ກະ ກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງທີ VI ທີ່​ຈະ​ໄຂ​ຂຶ້ນ​ໃນຕໍ່ໜ້າ​ໃຫ້​ໄດ້​ຮັບ​ຜົນ​ດີ. ທ່ານ ນາຍົກ ລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ຍັງ​ໄດ້​ໄປ​ທ່ຽວ​ຊົມ ຮູບ​ຈຳລອງກອງພັນ​ທີ​ສອງຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ຢູ່​ທົ່ງ​ໄຫ​ຫີນ ອີກດ້ວຍ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446