ແຂວງວຽງຈັນ ມີສຳນັກງານຄະນະສະພາແຫ່ງຊາດຫລັງໃໝ່
*(ຂປລ): ພິທີມອບ-ຮັບສຳນັກງານຄະນະສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ມີ ຂຶ້ນໃນວັນທີ 16 ກຸມພາ 2010 ນີ້ທີ່ເທດສະບານຂອງແຂວງ ລະຫວ່າງ ທ່ານ ສີສຸວັນ ແກ້ວມະນີ, ຜູ້ອຳນວຍ ການບໍລິສັດ ວຽງຈັນເຕັກໂນກໍ່ສ້າງເຄຫະສະຖານ ໃນນາມຜູ້ຮັບເໝົາ ເປັນຜູ້ມອບ ແລະ ທ່ານນາງ ອິ່ນຄຳ ພັນ ດາ ລາ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ເປັນຜູ້ກ່າວຮັບໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ, ປະທານສະ ພາ ແຫ່ງຊາດ, ທ່ານ ຄຳ ເມິງ ພົງທະ ດີ, ເຈົ້າແຂວງ, ຫົວໜ້າຄະນະສະມາຊິກ ສະພາແຫ່ງ ຊາດ ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ, ມີບັນ ດາທ່ານ ໃນຄະນະປະຈຳສະພາ ແຫ່ງ ຊາດ, ບັນດາທ່ານໃນຄະນະສະມາຊິກ ສະພາແຫ່ງ ຊາດເຂດ ພ້ອມດ້ວຍຫົວໜ້າພະ ແນກການອ້ອມຂ້າງແຂວງ ເຂົ້າຮ່ວມ. ທ່ານ ສີສຸວັນ ແກ້ວມະນີ ລາຍງານໃຫ້ຮູ້ວ່າ: ສຳນັກງານໃໝ່ ຂອງຄະນະສະມາຊິກສະ ພາ ແຫ່ງຊາດ ເຂດເລືອຕັ້ງທີ 10 ແຂວງວຽງຈັນ ເປັນອາຄານສອງຊັ້ງ ມີຂະໜາດ 18x27,5 ແມັດ ໂຄງສ້າງເບຕົງເສີມ ເຫລັກ, ມຸງດ້ວຍກະເບື້ອງຊີແພັກ, ມີ 10 ຫ້ອງເຮັດວຽກ, 1 ຫ້ອງປະຊຸມໃຫຍ່ ສາມາດບັນຈຸໄດ້ 80-100 ຄົນ, 1 ຫ້ອງ ປະຊຸມນ້ອຍ ບັນຈຸໄດ້ 25-30 ຄົນ, ມີມູນຄ່າການກໍ່ສ້າງທັງໝົດ 2.800 ລ້ານກີບ ໂດຍນຳ ໃຊ້ງົບປະມານ ຂອງລັດ ແລະ ມີໄລຍະເວລາກໍ່ສ້າງ 2 ປີ; ແຕ່ ການປະຕິບັດຕົວຈິສຳເລັດພາຍໃນ 1 ປີຄື : ເລີ່ມແຕ່ວັນທີ 15/2/09-15/2/10; ທັງນີ້ກໍຍ້ອນວ່າຄະນະຊີ້ນຳການກໍ່ສ້າງ ຈາກສູນກາງ ແລະ ແຂວງ ໄດ້ເອົາ ໃຈໃສ່ ຊີ້ນຳຢ່າງ ໃກ້ຊິດ ບວກກັບການທຸ້ມເທກຳລັງແຮງ ແລະ ກຳລັງໃຈ ຂອງບໍລິສັດ ຈຶ່ງເຮັດໃຫ້ ການ ກໍ່ສ້າງສຳເລັດກ່ອນກຳ ນົດ. ທ່ານ ສີສຸວັນ ແກ້ວມະນີ ຍັງໃຫ້ຮູ້ອີກວ່າ: ນອກຈາກນັ້ນ ທາງບໍລິສັດຍັງໄດ້ປະກອບສ່ວນຊ່ວຍເຫລືອ ອຸປະກອນຮັບໃຊ້ ຊຶ່ງມີແອ 6 ໜ່ວຍ, ພັດລົມ 7 ໜ່ວຍ, ເຈາະ ນ້ຳບາດານ ແລະ ຕິດຕັ້ງອ່າງເກັບນ້ຳມູນຄ່າ 30 ລ້ານກ່ວາກີບ ອີກດ້ວຍ./.
ກັບສາລະບານ