ຊີ້ນຳວຽກງານໂຄສະນ າ- ສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ
*(ຂປລ): ທ່ານ ສີສະຫວາດ ແກ້ວບຸນພັນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານອົງການຈັດ ຕັ້ງມະຫາ ຊົນສູນກາງພັກ ທັງເປັນຫົວໜ້າອະນຸກຳມະການໂຄສະນາ ແລະ ສ້າງຂະບວນການ ເພື່ອກະກຽມກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໄດ້ໃຫ້ທິດ ຊີ້ນຳຕໍ່ຄະ ນະ ພັກໂຄສະນາອົບຮົມສູນກາງພັກ, ຄະນະພັກກະຊວງ, ນະຄອນຫລວງ, ອົງການຈັດຕັ້ງຕ່າງໆອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໃນໂອກາດທີ່ທ່ານໃຫ້ກຽດເປັນ ປະທານ ໃນກອງປະຊຸມ ສ້າງຂະບວນການກະກຽມກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໃນວັນທີ 11 ກຸມພາ 2010 ຢູ່ທີ່ສະໂມສອນຄະນະໂຄສະ ນາອົບຮົມສູນ ກາງ ພັກ. ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ແນະນຳໃຫ້ບັນດາຄະນະພັກກະຊວງ-ອົງການພັກ- ລັດ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ ລວມທັງນະຄອນ ຫລວງ ແລະ ແຂວງຕ່າງໆທົ່ວປະເທດ ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການໂຄສະນາ ແລະ ສ້າງຂະບວນການຍູ້ແຮງການປະຕິບັດ ມະຕິກອງປະຊຸມ ໃຫຍ່ ອົງຄະນະພັກຮາກຖານ ແລະ ຂະບວນການດຳເນີນກອງປະຊຸມໃຫຍ່ ອົງການຈັດຕັ້ງມະຫາຊົນ 3 ຂັ້ນ, ຂະ ບວນການກໍ່ສ້າງຮາກຖານການ ເມືອງການ ສ້າງບ້ານ ແລະກຸ່ມບ້ານພັດທະນາ, ຂະບວນການລຶ ບລ້າງ ຄວາມ ທຸກຍາກ, ການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ຂະບວນການສ້າງບ້ານ 3 ດີ, ຄອບ ຄົວ 3 ດີ, ຂະ ບວນ ການ 2 ສາມັກຄີ 3 ດີ 4 ພັດທະນາ, ຂະບວນການຈັດຕັ້ງປະຕິບັດ 6 ສ ຂອງນະຄອນຫລວງວຽງ ຈັນ ແລະ ອື່ນໆ ໃຫ້ມີບັນຍາກາດຟົດຟື້ນ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຄະນະພັກຂັ້ນຕ່າງໆ ຊຸກຍູ້-ຊີ້ນຳວຽກງານຖະ ແຫລງຂ່າວ -ວັດທະນະທຳ, ສື່ມວນຊົນຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີການໂຄສະນາ ກ່ຽວກັບການສ້າງຜົນ ງານ ແລະ ຂະ ບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃຫ້ຫລາຍກວ່າເກົ່າ, ຍູ້ແຮງສ້າງຂະບວນການ ເຄື່ອນ ໄຫວທາງດ້ານສິລະປະ ວັນນະຄະດີ ໃນໂອກາດວັນສຳຄັນຕ່າງໆ ເຊັ່ນ: ວັນ ສ້າງຕັ້ງພັກຄົບ ຮອບ 55 ປີ, ວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 60 ປີ ແລະ ກິດຈະກຳທາງດ້ານວັດທະນະທຳອື່ນໆອີກ ພ້ອມກັນນີ້ ທ່ານຍັງໄດ້ຮຽກຮ້ອງ ໃຫ້ບັນດາຄະນະຮັບຜິດຊອບຂັ້ນຕ່າງໆ ໄດ້ເຜີຍແຜ່ແນະນຳທິດທາງ, ໜ້າທີ່ເນື້ອໃນໂຄສະນາ ແລະ ສ້າງຂະບວນການ ເພື່ອໃຫ້ຄະນະນຳຂອງກະຊວງ, ອົງ ການ ແລະ ທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ເກີດມີຂະບວນການ ຟົດຟື້ນ, ແຂງແຮງ, ກ້ວາງຂວາງ ແລະ ຕໍ່ເນື່ອງ ໃນທົ່ວສັງຄົມ ເພື່ອຮັບປະກັນຜົນສຳເລັດ ໃຫ້ແກ່ການກະກຽມກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ. ປີ 2010 ແມ່ນປີທີ່ມີຄວາມໝາຍສຳຄັນ ຊຶ່ງຈະໄດ້ຈັດຕັ້ງສະເຫລີມສະຫລອງ ວັນປະຫວັດສາດຄົບຮອບປີໃຫຍ່ຂອງພັກ, ຂອງຊາດ ສະນັ້ນ ເນື້ອໃນ, ຮູບການ ເຄື່ອນໄຫວ ໂຄສະນາ ແລະ ສ້າງຂະບວນການ ຕ້ອງຕິດພັນກັບເນື້ອໃນດັ່ງກ່າວ ເປັນຕົ້ນ ແມ່ນການໂຄສະນາສຶກສາອົບຮົມມູນເຊື້ອ ການຊີ້ນຳນຳພາຂອງພັກ, ໃນພາລະ ກິດປະ ຕິວັດການຕໍ່ສູ້ກູ້ຊາດ ອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ໂຄສະນາຜົນງານການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແນວທາງການປ່ຽນແປງໃໝ່ ພາຍໃຕ້ການນຳ ພາ ອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ, ຈັດຕັ້ງປາຖະກະຖາ ເລົ່າ ມູນເຊື້ອ ໃນໂອກາດວັນສຳ ຄັນຂອງພັກ-ຂອງຊາດ, ຂອງຜູ້ນຳພັກ-ລັດ ແລະ ຂອງບັນດາປະເທດເພື່ອນມິດສັງຄົມນິຍົມ, ເປີດບັ້ນການແຂ່ງຂັນ ສ້າງຜົນ ງານ ຕ້ອນ ຮັບກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ຢູ່ຂະແໜງການ, ສຳ ນັ ກງານ ໃນຂອບເຂດທົ່ວປະເທດ, ພ້ອມທັງ ຕິດຕັ້ງປ້າຍຄຳຂັວນ, ປ້າຍໂຄສະນາໃສ່ສະຖານ ທີ່ສຳຄັນຕ່າງໆເພື່ອເປັນການປຸກລະດົມ ສ້າງຂະບວນການ ຕິດພັນກັບການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ./.
ກັບສາລະບານ