​ແຂວງ​ອຸດົມ​ໄຊ ​ເປັນ​ແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງ​ຕັ້ງ​ໃໝ່ ໃນ​ສະ​ໄໝ​ສົງຄາມ. ມີເນື້ອທີ່ 15.370 ກມ2, ມີປະຊາກອນ 264.830 ກວ່າຄົນ, ຍິງ:132.328 ກວ່າຄົນ, ຄວາມໜາແໜ້ນ ຂອງ ປະຊາກອນ ແມ່ນ 17 ຄົນ/ກມ2 (ສະຖິຕິປີ 2005). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງ ຫລາ, ເມືອງ ໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຄື ເມືອງ ໄຊ. ແຂວງ ອຸດົມໄຊ ປະກອບດ້ວຍຫລາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນ ແຕນ, ມົ້ງ ລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.

        ບຸນປະເພນີທີ່ສຳຄັນໄດ້ແກ່ ບຸນປີໃໝ່, ບຸນກິນຈຽງ, ບຸນຂຶ້ນເຮືອນ​ໃໝ່ ແລະ ການເຢົາຢາ ພາຍໃນຄອບຄົວ. ຍ້ອນພື້ນທ ີ່ສ່ວນ
ໃຫຍ່ ເປັນພູຜາ, ພູມອາກາດທົ່ວໄປຈິ່ງເຢັນ ແລະ ຊຸມຊື່ນ. ປະຊາຊົນ ທຳການຜະລິດດ້ວຍການ ເຮັດ ນາ ແລະ ເຮັດໄຮ່ຕາມເປີ້ນພູ.


      ສຳລັບຜູ້ທີ່ຈະເດີນທາງໄປແຂວງອຸດົມໄຊ ສາມາດໄປໄດ້ດ້ວຍທາງລົດ, ທາງນ້ຳ ແລະ ທາງຍົນ.


ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446