ດ້ານກະສິກຳ
ໂດຍຖືເອົາ ວຽກງານກະສິກຳ-ປ່າໄມ້ ເປັນພື້ນຖານ ເພື່ອກໍ່ສ້າງ ແລະ ຂະຫຍາຍອຸດສາ ຫະກຳ, ໃນຕະຫລອດໄລຍະ 30 ປີຜ່ານມາ, ຂະແຫນງດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ ລວມຍອດຜະລິດຕະພັນກະສິກຳ-ປ່າໄມ້ ເພີ່ມຂຶ້ນ ປະມານ 4-5%ຕໍ່ປີ, ມາຮອດປະຈຸບັນ ກວມເອົາ 52% ຂອງ GDP ໃນນັ້ນຂະແຫນງປູກຝັງ ກວມປະມານ 27%, ລ້ຽງສັດ 19% ແລະ ປ່າໄມ້ 6%.
ອັນພົ້ນເດັ່ນລັດຖະບານໄດ້ສຸມທຶນຮອນ ເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ແກ່ ການຜະລິດ ກະສິກຳ ເປັນຕົ້ນແມ່ນ ລະບົບຊົນລະປະທານ ຊຶ່ງມາຮອດປະຈຸບັນ ມີເຖິງ 24.695 ແຫ່ງ, ສາມາດສະຫນອງນ້ຳໃຫ້ແກ່ການຜະລິດລະດູແລ້ງ 215.000 ເຮັກຕາ, ທຽບໃສ່ປີ 1976 ມີເນື້ອທີ່ການຜະລິດລະດູແລ້ງ ທີ່ໄດ້ຮັບນ້ຳຈາກລະບົບຊົນລະປະທານພຽງ 2.700 ກວ່າເຮັກ ຕາ. ພ້ອມກັນນີ້ ກໍໄດ້ສ້າງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ຂຶ້ນ ຊຶ່ງເຄື່ອຂ່າຍປະກອບ ມີ 10 ສູນ, 8 ສະຖານີ ແລະ 1 ໂຮງງານຜະລິດຢາວັກຊິນ. ຈາກພື້ນຖານດັ່ງກ່າວເຮັດໃຫ້ຜົນຜະ ລິດເຂົ້າ ບັນລຸເຖິງ 2.600.000 ໂຕນ ໃນປີ 2005 ທຽບໃສ່ປີ 1976 ຜົນຜະລິດເຂົ້າໄດ້ພຽງ 660.000 ກວ່າໂຕນ. ນັບແຕ່ປີ 2000 ເປັນຕົ້ນມາ ສປປ ລາວ ສາມາດມີເຂົ້າກຸ້ມກິນ ຢ່າງພຽງພໍ, ມີສ່ວນແຮໄວ້ ແລະ ຈຳນວນຫນຶ່ງໄດ້ກາຍເປັນສິນຄ້າສົ່ງອອກ, ຊຶ່ງບໍ່ເຄີຍມີມາຈັກ ເທື່ອໃນປະຫວັດສາດຂອງຊາດລາວ. ນອກຈາກປູກເຂົ້າແລ້ວຍັງໄດ້ປູກພືດ, ລ້ຽງສັດທັງໃນແບບ ອຸດສາຫະກຳ ແລະ ພື້ນບ້ານ ຊຶ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນນັ້ນການລ້ຽງສັດເພີ່ມຂຶ້ນ ໃນລະດັບ 3% ຕໍ່ປີ, ລ້ຽງປາ ເພີ່ມຂຶ້ນໃນລະດັບ 15% ຕໍ່ປີ, ສາມາດແກ້ໄຂຄວາມຕ້ອງການຂອງ ຕະຫລາດພາຍໃນປະເທດໄດ້ໂດຍພື້ນຖານ ພ້ອມນີ້ກໍມີຫລາຍປະເພດໄດ້ກາຍເປັນສິນຄ້າສົ່ງ ອອກ ຊຶ່ງມາເຖິງປະຈຸບັນມີມູນຄ່າສົ່ງອອກ ປະມານ 70 ລ້ານໂດລາຕໍ່ປີ.
ວຽກງານປ່າໄມ້ ກໍໄດ້ຮັບການເອົາໃຈໃສ່ຢ່າງຕັ້ງຫນ້າ ມາເຖິງປະຈຸບັນ ມີເນື້ອທີ່ປູກໄມ້ ທັງຫມົດ 167.000 ກວ່າເຮັກຕາ. ການມອບດິນ-ມອບປ່າ ໃຫ້ປະຊາຊົນຄຸ້ມຄອງ ໄດ້ສຳເລັດ ໄປແລ້ວ ໃນຂອບເຂດ 6.510 ບ້ານ, ມີເນື້ອທີ່ຜະລິດກະສິກຳ 1.920.150 ເຮັກຕາ, ເນື້ອທີ່ປ່າ ໄມ້ 3.640.117 ເຮັກຕາ. ມາຮອດປີ 2005 ໄດ້ມີການຢຸດຕິການຖ່າງປ່າເຮັດໄຮ່ໂດຍພື້ນຖານ. ພ້ອມນັ້ນກໍໄດ້ມີີການຄຸ້ມຄອງ ແລະ ຈັດສັນປ່າໄມ້ຄືນໃຫມ່ໄດ້ທັງຫມົດ 10.611.416 ເຮັກຕາ, ໃນນັ້ນມີປ່າສະຫງວນແຫ່ງຊາດ 20 ແຫ່ງ, ມີເນື້ອທີ່ 3.156.100 ເຮັກຕາ, ກວມເອົາ 25% ຂອງ ເນື້ອທີ່ປ່າໄມ້ມີຢູ່ປະຈຸບັນ,ປ່າສະຫງວນຂອງແຂວງ 118 ແຫ່ງ, ມີເນື້ອທີ່ 2.906.580 ເຮັກຕາ, ປ່າປ້ອງກັນ 494 ແຫ່ງ ມີເນື້ອທີ່ 2.164.485 ເຮັກຕາ, ປ່າຜະລິດ 456 ແຫ່ງ ມີເນື້ອທີ່ 2.348.631 ເຮັກຕາ, ປ່າຟື້ນຟູ 164 ແຫ່ງ, ມີເນື້ອທີ່ 181.920 ເຮັກຕາ.
ນອກຈາກນີ້ແລ້ວ ກະຊວງກະສິກຳປ່າໄມ້ ຍັງໄດ້ຍາດແຍ່ງການຊ່ວຍເຫລືອລ້າ ແລະ ກູ້ຢືມທຶນຈາກຕ່າງປະເທດ ເພື່ອພັດທະນາຂະແຫນງການຂອງຕົນ ຊຶ່ງປະຈຸບັນມີທັງຫມົດ 73 ໂຄງການ, ໃນນັ້ນມີໂຄງການຊ່ວຍເຫລືອລ້າ 63 ໂຄງການ ມູນຄ່າ 111.000.000 ກວ່າໂດລາ ແລະ ໂຄງການກູ້ຢືມ 10 ໂຄງການ ມູນຄ່າ 108.000.000 ກວ່າໂດລາ
|