ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ອຸດສະຫະກຳ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

ດ້ານອຸດສາຫະກຳ ແລະ ຫັດຖະກຳ:
ຕະຫລອດໄລຍະ 30 ປີມານີ້, ເຫັນວ່າການພັດທະນາໃນຂົງເຂດອຸດສາຫະກຳ ແລະ ຫັດຖະກຳ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຮງຈັກໂຮງງານ ໄດ້ເພີ່ມຂຶ້ນຈາກ 100 ກວ່າແຫ່ງ ໃນປີ 1975 ມາເປັນ 26.200 ແຫ່ງ ໃນປະຈຸບັນ. ໃນນັ້ນ ເປັນໂຮງງານຂະຫນາດໃຫຍ່ 119 ແຫ່ງ, ໂຮງງານຂະຫນາດກາງ 623 ແຫ່ງ ແລະ ຂະຫນາດນ້ອຍ 25.458 ແຫ່ງ; ໂຮງງານ ອຸດສາຫະກຳປຸງແຕ່ງກວມ​ເອົາ 95%, ​ໃນ​ນັ້ນ ​ໂຮງງານ​ປຸງ​ແຕ່ງ​ຈາກ​ພືດ​ກະສິກຳ 66%, ​ໂຮງ ງານ​ປຸງ​ແຕ່ງອາຫານ 4%, ໂຮງງານປຸງແຕ່ງໄມ້ 4%, ໂຮງງານປະກອບລົດ 5%, ໂຮງງານຜະ ລິດວັດສະດຸກໍ່ສ້າງ 4%, ໂຮງງານຕັດຫຍິບ 3% ແລະອື່ນໆ 9%, ສາມາດສ້າງ ວຽກເຮັດງານທຳ ໃນຂະແຫນງອຸດສາຫະກຳທັງຫມົດ 100.000 ກວ່າຄົນ. ໃນນັ້ນແຮງງານ ເພດຍິງ ໃນຂະແຫນງ ຕັດຫຍິບກວມເຖິງ 80%. ມາເຖິງປະຈຸບັນ ຜະລິດຕພັນອຸດສາຫະກຳໄດ້ ເກີດມີຫນໍ່ແຫນງຂຶ້ນ ຢູ່ໃນແຕ່ລະທ້ອງຖິ່ນ ດ້ວຍປະລິມານ ແລະ ຄຸນນະພາບທີ່ແຕກຕ່າງກັນ ເພື່ອສະຫນອງໃຫ້ແກ່ ສັງຄົມພາຍໃນແລະສົ່ງອອກນັບມື້ນັບເພີ່ມຂຶ້ນ. ຍອດມູນຄ່າການຜະລິດອຸດສາຫະກຳໃນ 5 ປີຜ່ານມາ (2001-2005) ເພີ່ມຂຶ້ນສະເລ່ຍ 11,46% ຕໍ່ປີ ແລະ ຫມົດປີ 2005 ຄາດວ່າ ຈະກວມອັດຕາສ່ວນ 27% ຂອງ GDP ແຫ່ງຊາດ, ໃນນັ້ນ ອຸດສາຫະກຳປຸງແຕ່ງ ເພີ່ມຂຶ້ນ 11,51%; ໄຟຟ້າເພີ່ມຂຶ້ນ 0,47%, ຊຶ່ງປະຈຸບັນມີກຳລັງການຜະລິດທັງຫມົດ 690,2 ເມກາວັດ (ປີ 1975 ມີ 33 ເມກາວັດ), ປະຈຸ​ບັນ​ມີ​ 96,5% ຂອງບັນດາເມືອງ, 33,17% ຂອງບັນດາບ້ານ ແລະ 45% ຂອງຈຳນວນຄົວເຮືອນໃນທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າເປັນປົກກະຕິ; ການຜະ ລິດບໍ່ແຮ່ເພີ່ມຂຶ້ນ 33,8%, ມີນັກລົງທຶນ​ທີ່​ໄດ້​ຮັບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ ​ໃນ​ຂະ​ແຫນງ​ການ​ບໍ່​ແຮ່ 90 ບໍລິສັດ, ​ໃນ​ນັ້ນຕ່າງປະ​ເທດ 34 ບໍລິສັດ ​ແລະ ພາຍ​ໃນ 56 ບໍລິສັດ. ເລີ່​ມ​ແຕ່​ປີ 2003 ເປັນຕົ້ນມາໄດ້​ມີ​ການ​ຂຸດ​ຄົ້ນ ​ແລະ ຜະລິດ​ຄຳ ​ແລະ ທອງ​ແດງ​ຢູ່​ເມ​ືອງວິລະ​ບູລີ ແຂວງ​ສະຫວັນ​ນະ​ເຂດ.
ການດຳເນີນທຸລະກິດ ທີ່ມີປະສິດທິຜົນສູງ ໃນຂະແຫນງອຸດສາຫະກຳ ແລະ ຫັດ ຖະ ກຳແມ່ນປະເພດທຸລະກິດຮ່ວມທຶນ ທີ່ກວມເອົາ 2/3 ຂອງຍອດມູນຄ່າເພີ່ມ ທັງ ຫມົດ 69,4%, ສ່ວນລັດວິສາຫະກິດກວມອັດຕາສ່ວນ 20,4% ແລະ ເອກະຊົນກວມ 10,2%.

_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _

ເສດຖະກິດ
ກັບສາລະບານ