ລົບລ້າງຄວາມທຸກຍາກ

ບ້ານປຸ່ງ ບ້ານດີເດັ່ນໃນການປົກປັກຮັກສາໂຄງການຍ່ອຍ

ຂປລ:ປະຈຸບັນເຫັນໄດ້ວ່າບັນດາໂຄງການຍ່ອຍທີ່ກໍ່ສ້າງໄປແລ້ວແະໄດ້ມອບຄວາມຮັບຜິດຊອບໃຫ້ແກ່ຊຸມຊົນ ເປັນຜູ້ຊົມໃຊ້ ແລະ ບູລະນະສ້ອມແປງນັ້ນ, ບາງ ເຂດ ກໍເຮັດໄດ້ດີແຕ່ບາງເຂດຍັງຂາດຄວາມ ເອົາໃຈ ໃສ່ ແລະ ຂາດຄວາມເປັນ ເຈົ້າການ.ແນວ ໃດກໍດີ,ຍັງມີບ້ານໜຶ່ງຂອງແຂວງຫົວພັນ ທີ່ໄດ້ກາຍເປັນ ບ້ານດີ ເດັ່ນ ໃນການ ປົກປັກຮັກສາໂຄງ ການຍ່ອຍ ຈາກການສະໜັບສະໜູນຂອງທລຍ ເຊິ່ງບ້ານນັ້ນກໍຄືບ້ານ ປຸ່ງທີ່ຂຶ້ນກັບກຸ່ມບ້ານ ຊຽງ ແມນ ເມືອງວຽງໄຊ ແຂວງດັ່ງ ກ່າວ.
ບ້ານປຸ່ງ ຫ່າງຈາກເທສະບານເມືອງໄປທາງທິດເໜືອ 13 ກມ,ມີ 46 ຄອບຄົວ ໃນນີ້ມີ 5 ຄອບຄົວ ເປັນ ຄອບຄົວທຸກຍາກ (ຈາກການເກັບກຳຂໍ້ມູນເດືອນ ມີນາ 2009), ມີພົນລະເມືອງ 213 ຄົນ, ຍິງ 103 ຄົນ. ອາຊີບຕົ້ນຕໍຂອງເຂົາເຈົ້າແມ່ນເຮັດນາ,ປູກພືດທັນຍາຫານ,ລ້ຽງສັດ ແລະ ອື່ນໆ. ກ່ອນໜ້ານີ້,ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດນີ້ຍັງຫຍຸ້ງຍາກໂດຍສະເພາະພົບບັນຫາ ຂາດ ເຂີນນ້ຳກິນ-ນ້ຳໃຊ້ .ໃນຊີວິດປະຈຳວັນ ຂອງປະຊາຊົນໃນບ້ານນີ້ແມ່ນໃຊ້ນ້ຳ ສີມເຮັດໃຫ້ ເສຍ ເວລາ ໄປເອົານ້ຳ ແລະ ນຳໃຊ້ນ້ຳເປິເປື້ອນ ໃນລະດູຝົນ. ແນວໃດກໍດີ,ມາເຖິງສົກປີ 2004-05 ຜ່ານມາ,ພາຍຫລັງທລຍສະໜັບສະໜູູນງົບປະມານກໍ່ສ້າງ ນ້ຳລິນ ແລະພາຍ ຫລັງສຳເລັດ ການກໍ່ສ້າງ,ກອງທຶນ ຫລຸດ ຜ່ອນຄວາມທຸກຍາກກໍໄດ້ ມອບໃຫ້ປະ ຊາຊົນເປັນເຈົ້າການ ປົກປັກຮັກສາແລະຜ່ານ ຈາກການນຳ ໃຊ້ມາເປັນເວລາກວ່າ4ປີ ແລ້ວແຕ່ສະພາບຂອງໂຄງການດັ່ງກ່າວຍັງດີ, ແຂກຄົນກາຍໄປມາຜູ້ໃດ ກໍ ຮູ້ວ່ານ້ຳລິນດັ່ງກ່າວກໍ່ສ້າງມາ ດົນແລ້ວແຕ່ເບິ່ງຮູບນອກຄືວ່າ ຫາກໍສ້າງສຳເລັດ,ບໍ່​ພຽງ​ ແຕ່​ການ​ບຳ ລຸງ​ຮັກສາ​ໂຄງ​ສ້າງ​​ເທົ່າ​ນັ້ນ, ປະຊາ​ຊົນ ​ຍັງ​ໄດ້​ປົກ​ປັກ​ ຮັກສາ​ ເຂດ​ຕົ້ນ​ນ້ຳຫ້າມ​ບໍ່​ໃຫ້​​ຖາງ​ປ່າ ເຮັດ​ໄຮ່​ຢ່າງ​ເດັດຂາດສົ່ງຜົນ ເຮັດ ໃຫ້ສາມາດ​ຮັກສາ​ປະລິມານ​ນ້ຳ​ກິນ​-ນ້ຳ ໃຊ້​ໄດ້​ພຽງພໍ​ຕະຫລອດ​ປີ.ນີ້ເປັນການ ຊີ້ ໃຫ້ເຫັນວ່າ: ປະ ຊາຊົນບ້ານດັ່ງກ່າວໄດ້ເອົາໃຈໃສ່ແລະເປັນເຈົ້າການ ປົກປັກ ຮັກ ສາ,ຂະນະທີ່ ອຳນາດການປົກ ຄອງທ້ອງຖິ່ນ ແລະທີມງານກອງ ທຶນຫລຸດຜ່ອນຄວາມ ທຸກ ຍາກປະຈຳກຸ່ມບ້ານດັ່ງກ່າວກໍໄດ້ເອົາໃຈໃສ່ຊີ້ນຳ ຢ່າງໃກ້ຊິດຕິດແທດ ໂດຍຖືສຳຄັນການສຶກສາອົບຮົມພໍ່ແມ່ປະຊາຊົນໃນບ້ານ.
ທ່ານ ເຂັມທອງ ອ່ອນນະວົງ ຕົວແທນບ້ານປຸ່ງໃຫ້ທັດສະນະວ່າ:ປັດໄຈສຳຄັນທີ່ເຮັດໃຫ້ການປົກປັກຮັກ ສາໄດ້ດີນີ້ກໍຍ້ອນຄວາມເປັນເຈົ້າການຂອງ ປະຊາ ຊົນທັງ ໝົດພ້ອມ ດ້ວຍອຳນາດ ການປົກຄອງພ້ອມກັນເອົາ ໃຈໃສ່,ມີຄວາມເປັນເອກະພາບ,ສາມັກຄີຮ່ວມກັນເປັນເຈົ້າການປະຕິ ບັດລະບຽບຂອງການນຳ ໃຊ້ນ້ຳລິນດັ່ງ ກ່າວຕາມທິດຊີ້ນຳ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກ ເປັນຕົ້ນໄດ້ສ້າງກອງທຶນພັດທະນາຂັ້ນບ້ານໂດຍ ການເກັບເງິນຄ່ານຳໃຊ້ນ້ຳ 1.000 ກີບຕໍ່ຄົນຕໍ່ປີ ເພື່ອເປັນທຶນບູລະນະ ສ້ອມແປງໂຄງການນ້ຳລິນດັ່ງກ່າວ. ການ​ຊົມ​ໃຊ້​ເງິນ​ກອງ​ທຶນ​ນີ້​ໄດ້​ແບ່ງ​​ເປັນ 2 ຮ່ວງ​ຄື 50% ສຳລັບ​ສ້ອງ​ແປງ​ໃຫຍ່;50% ສຳລັບ​ຈ່າຍ​ ໃຫ້​ ຜູ້​ຮັບຜິດ ຊອບ​ບົວລະບັດ​ຮັກສາ​ ຫົວ​ງານ ແລະ ອ່າງ​ເກັບ​ນ້ຳ ທັງໄດ້​ຕິດ ຕາມ​ອາທິດ ​ໜຶ່ງ 2 ເທ່ືອ​.ສຳລັບ​ການ​ສ້ອມ​ແປງ​ນ້ອຍ ​ເຊັ່ນ:ກ໊ອກ​ເພ,ອະນາ​ ໄມ​ອ້ອມ​ກ໊ອກ ,ເຮັດ​ຮົ້ວ ​ເປັນຕົ້ນ ແມ່ນ​ຄວາມ​ຮັບຜິດ ຊອບ​ຂອງ​ກຸ່ມ​ຊົມ​ ໃຊ້​ນ້ຳທີ່​ຈັດ​ແບ່ງ​ເປັນ ​ໜ່ວຍ​.ນອກຈາກ​ເປັນ​ຕົວ​ແບບ​ດ້ານ​ການ​ປົກ​ປັກ​ຮັກສາ​ ໂຄງການ​ຍ່ອຍ​ແລ້ວ, ບ້ານ​ ປຸງຍັງ​ມີກຸ່ມ​ຈັກ ສານ​ທີ່​ເປັນ​ຕົວ​ ແບບສາມາດ​ສ້າງ​ລາຍ​ຮັບ​ ໃຫ້​ຄອບຄົວ,ມີ​ກຸ່ມ​ທ້ອນ​ເງິນ​ທີ່​ມີ​ຄວາມ​ເຂັ້ມ​ແຂງສາມາດ​ເປັນ​ແຫຼ່ງ ສິນ​ເຊື່ອ​ໃຫ້​ແກ່​ປະຊາ​ຊົນ.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446