ລະບົບການເມືອງຂອງ ສປປ ລາວ
ໂຄງປະກອບລະບົບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີພັກປະຊາຊົນ ປະຕິວັດລາວ, ລັດ ສປປ ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາກົນໄກ ແລະ ລະບອບລະບຽບ ໄປຄຽງຄູ່ກັນ.
ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຊຶ່ງເປັນພັກທີ່ໄດ້ນຳພາປະຊາຊົນບັນດາເຜົ່າ ຕ້ານຈັກກະພັດ ຜູ້ຮຸກຮານ ແລະ ໄດ້ຮັບໄຊຊະນະໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກຳປະຫວັດສາດ ປົກປັກຮັກສາ-ສ້າງສາປະເທດຊາດ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວສູ່ສັງຄົມນິຍົມ ເທື່ອລະກ້າວແນໃສ່ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳ.
ພັກປະຊາຊົນປະຕິວັດລາວ ໄດ້ດຳເນີນກອງປະຊຸມໃຫຍ່ແລ້ວ 7 ຄັ້ງ, ແຕ່ລະຄັ້ງໄດ້ມີບົດລາຍງານການເມືອງວາງແຜນແນວທາງຍຸດທະສາດ ແຕ່ລະສະໄຫມ ແລະ ເລືອກຜູ້ນຳຍຸດທະສາດ ແຕ່ລະຄັ້ງ ແລະ ຮັບຮອງເອົາກົດລະບຽບຂອງພັກ. ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ແລະ ປະທານຄະນະບໍລິຫານງານສູນກາງພັກ ແຕ່ຄັ້ງທີ 1-5, ຈາກນັ້ນໄດ້ເລືອກຕັ້ງທ່ານ ຄຳໄຕ ສີພັນດອນ ເປັນປະທານພັກຈົນຮອດປະຈຸບັນ. ການຈັດຕັ້ງ ຂອງພັກ ມີ 4 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ ເຊິ່ງເປັນແກນນຳໃຫ້ແກ່ຂະບວນການການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ.
ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕ ປະຊາຊົນ. ອຳນາດທັງຫມົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິ ກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫລັກແຫລ່ງ. ໂດຍມີປະທານປະເທດເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງຫນ້າໃຫ້ປະຊາຊົນລາວ ບັນດາເຜົ່າ ທັງຢູ່ພາຍໃນແລະຕໍ່ຕ່າງປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຢ່າງຫນ້ອຍ 2/3 ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການ 5 ປີ. ປະຈຸບັນແມ່ນທ່ານ ຄຳໄຕ ສີພັນດອນ ເປັນປະທານ.
ລັດປະຊາທິປະໄຕປະຊາຊົນ ປະກອບດ້ວຍ 3 ອຳນາດຄື: ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງ ບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ. ການກໍ່ສ້າງ ແລະ ປັບປຸງກົດຫມາຍມາຮອດປະຈຸບັນມີທັງຫມົດ 58 ສະບັບ. ສະພາແຫ່ງຊາດແຕ່ລະຊຸດມີອາຍຸການ 5 ປີ. ປະຈຸບັນແມ່ນສະແຫ່ງຊາດຊຸດທີ V ໂດຍແມ່ນທ່ານ ສະຫມານ ວິຍະເກດ ເປັນປະທານ.
ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການ ປະຕິບັດຫນ້າທີ່ຂອງລັດໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າກະຊວງ. ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ປະຈຸບັນແມ່ນທ່ານ ບຸນຍັງ ວໍລະຈິດ ເປັນນາຍົກລັດຖະ ມົນຕີ ໂດຍໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ພາຍຫລັງສະພາແຫ່ງຊາດຮັບຮອງເອົາແລ້ວ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກຄອງ, ທ້ອງຖິ່ນ ອອກເປັນ 3 ຂັ້ນຄື: ຂັ້ນແຂວງມີແຂວງ ແລະນະຄອນ, ຂັ້ນເມືອງມີເມືອງ ແລະເທສະບານ; ຂັ້ນບ້ານມີບ້ານ.
ອຳນາດຕຸລາການ ມີສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ. ສານປະຊາຊົນ ແມ່ນອົງການພິພາກສາຂອງລັດ ຊຶ່ງປະກອບດ້ວຍ: ສານປະຊາຊົນສູງສຸດ, ສານອຸທອນ, ສານປະຊາຊົນແຂວງ-ນະຄອນ, ສານປະຊາຊົນເມືອງ, ສານທະຫານ; ສານປະຊາຊົນສູງສຸດ ແມ່ນອົງການພິພາກສາສູງສຸດຂອງລັດ ຄຸ້ມຄອງດ້ານບໍລິຫານ ຕໍ່ສານປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄຳຕັດສິນຂອງສານດັ່ງກ່າວ. ອົງການໄອຍະການປະຊາຊົນ ແມ່ນອົງການຕິດຕາມກວດກາອົງການປະຕິບັດກົດຫມາຍ ຊຶ່ງປະກອບດ້ວຍ: ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນແຂວງ-ນະຄອນ, ອົງການໄອຍະການປະຊາຊົນເມືອງ, ອົງການໄອຍະການທະຫານ; ອົງການໄອຍະການປະຊາຊົນມີສິດ ແລະ ຫນ້າທີ່ຕິດຕາມກວດກາ ການເຄົາລົບລະບຽບກົດຫມາຍຢ່າງຖືກຕ້ອງ ແລະ ເປັນເອກະພາບ ຢູ່ໃນທຸກກະຊວງ, ອົງການທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ ລັດຖະກອນ ແລະ ພົນລະເມືອງ ແລະ ປະຕິບັດສິດກ່າວຟ້ອງ.
ອົງການຈັດຕັ້ງມະຫາຊົນ: ແນວລາວສ້າງຊາດ ເປັນອົງການຈັດຕັ້ງແນວໂຮມມີບົດບາດກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ ແຕ່ສະໄຫມຕໍ່ສູ້ກູ້ຊາດ ເຖິງປະຈຸບັນ ສາມາດເຕົ້າໂຮມປະຊາຊົນ ບັນດາເຜົ່າ ເປັນກຳລັງມະຫາສາມັກຄີ, ໂດຍແມ່ນ ປະທານ ສຸພານຸວົງ ເປັນປະທານໃນເມື່ອກ່ອນ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນປະທານໃນປະຈຸບັນ. ຄວາມສາມັກຄີດັ່ງກ່າວໄດ້ກາຍເປັນມູນເຊື້ອ ແລະ ວັດທະນະທຳຂອງປະຊາຊົນລາວບັນດາເຜົ່າ.
ອົງການຊາວຫນຸ່ມ ປະຊາຊົນປະຕິວັດລາວ ເປັນອົງການຈັດຕັ້ງທີ່ເປັນແກນນຳໃຫ້ແກ່ຊາວຫນຸ່ມລາວ ທົ່ວປະເທດ ພາຍໃຕ້ການນຳພາຂອງພັກ, ເປັນຜູ້ສຶກສາອົບຮົມ ແລະ ບຳລຸງສ້າງຊາວຫນຸ່ມ-ເຍົາວະຊົນ ໃຫ້ເປັນກຳລັງສືບທອດພາລະກິດຂອງຊາດ. ອົງການຊາວຫນຸ່ມໄດ້ມີການຈັດຕັ້ງ ຢູ່ທຸກຂັ້ນ, ທຸກຂະແຫນງການ ແລະ ທ້ອງຖິ່ນ.
ສະຫະພັນແມ່ຍິງລາວ ເປັນອົງການຈັດຕັ້ງ ເພື່ອສົ່ງເສີມການຍົກລະດັບຄວາມຮູ້ຄວາມສາ ມາດທຸກດ້ານໃຫ້ແກ່ເພດຍິງ, ເຊີດຊູບົດບາດຂອງແມ່ຍິງ ໃນສັງຄົມ ແລະ ປະຕິບັດສິດສະເຫມີພາບລະຫວ່າງຍິງ-ຊາຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ. ແມ່ຍິງລາວຍັງເປັນຕົວແບບໃນການສະແດງອອກເຖິງຮີດຄອງປະເພນີ ແລະ ວັດທະນະທຳ ອັນດີງາມ ທີ່ເປັນເອກະລັກຂອງຊາດລາວ.
ສະຫະພັນກຳມະບານລາວ ເປັນກຳລັງຫນຶ່ງໃນອົງການຈັດຕັ້ງມະຫາຊົນ ແລະ ມີຄວາມສຳຄັນໃນການສຶກສາອົບຮົມປັບປຸງລະບຽບວິໄນ, ສະຕິແບບແຜນອອກແຮງງານຂອງຊາວຜູ້ອອກແຮງງານທົ່ວປະເທດ, ພ້ອມນັ້ນກໍ່ໄດ້ເຄື່ອນໄຫວປົກປ້ອງ ສິດຂອງຊາວຜູ້ອອກແຮງງານ, ເຮັດໃຫ້ຖັນແຖວກຳມະກອນ, ລັດຖະກອນເຮັດວຽກຢ່າງມີປະສິດທິຜົນ.
ສະມາຄົມນັກຮົບເກົ່າແມ່ນຫນຶ່ງໃນການຈັດຕັ້ງມະຫາຊົນ, ເຕົ້າໂຮມເອົາບັນດານັກຮົບພະ ນັກງານທີ່ເຄີຍໄດ້ຜ່ານການປະຕິວັດ ອັນຍືດເຍື້ອຍາວນານ ເພື່ອສຶກສາອົບຮົມ ແລະ ເຜີຍແຜ່ມູນເຊື້ອນັກຮົບເກົ່າ ແລະ ຄົ້ນຄວ້າປະຕິບັດນະໂຍບາຍທາງດ້ານວັດຖຸ ແລະ ຈິດໃຈພ້ອມກັນນັ້ນ ກໍເພື່ອເປີດການຖ່າຍທອດບົດຮຽນ ອັນລ້ຳຄ່າໃຫ້ແກ່ຄົນລຸ້ນຫລັງ.
ນອກຈາກນັ້ນຢູ່ ສປປ ລາວ ມີການຈັດຕັ້ງສະມາຄົມວິຊາຊີບອີກຈຳນວນຫນຶ່ງ, ເພື່ອຊຸກຍູ້ ສົ່ງເສີມວິຊາອາຊີບຂອງຕົນ, ຮັດແຫນ້ນຄວາມສາມັກຄີ ແລກປ່ຽນບົດຮຽນ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຄຸ້ມຄອງການເຄື່ອນໄຫວໃຫ້ໄປຕາມລະບຽບກົດຫມາຍ ປະຕິບັດສິດທິພັນທະ ແລະ ຫນ້າທີ່ຂອງພົນລະເມືອງດີ.
