ກວດພົບ​ໄຂ້ຫວັດ​ສັດ​ປີກໃນມຽນມາ ແລະ ຮົງກົງ

(ຂປລ): ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 25 ພະຈິກ​ນີ້, ສື່​ທາງ​ການ​ຂອງ​ມຽນມາ​ຢືນຢັນ​ວ່າ ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ກວດ​ພົບ​ເຊື້ອພະຍາດ​ໄຂ້ຫວັດ​ສັດ​ປີກ H5N1 ຈາກ​ສັດ​ປີກ​ສ່ວນ​ຫນຶ່ງ ທີ່​ຕາຍ​ຢູ່​ບ້ານ​​ແຫ່ງຫນຶ່ງ ໃນ​ເມືອງ​ເຄິງ​ຕຸ​ງ, ພາກ​ຕາ​ເວັນ​ອອກ​ຂອງ​ມຽນມາ.
ຕາມ​ຂ່າວລາຍ​ງານ​ວ່າ ພາກສ່ວນ​ທີ່​ກ່ຽວຂ້ອງ ຂອງ​ມຽນມາ ​ໄດ້​ນຳ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ຄວບ​ຄຸມ ລວມທັງ​ຂ້າ​ສັດ​ປີກ​ຢູ່​ແຫ່ງ​ນັ້ນ ​ແລະ ​ເຕືອນ​ປະຊາຊົນ​ທ້ອງ​ຖິ່ນ​ດັ່ງກ່າວ​ໃຫ້​ລະວັງ ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ.
ຂ່າວ​ໄດ້​ລາຍ​ງານ​ຕາມ​ແຈ້ງ​ຂ່າວ ​ຂອງ​ລັດຖະບານ​ມຽນມາ​ວ່າ ມຽນມາ​ກັບ​ອົງການ​ອາຫານ ​ແລະ ກະ​ເສດຂອງ ສະຫະ​ປະຊາ​ຊາດ ​ໄດ້​ຮັກສາ​ການ​ພົວພັນ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ຕະຫລອດ​ມາ ​ແລະ ພວມ​ຕັ້ງຫນ້າດຳ​ເນີນ​ວຽກ​ງານ​ປ້ອງ​ກັນ ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ ພາຍ​ໃຕ້​ການ​ຊີ້ນຳຂອງ​ຜູ້​ຊ່ຽວຊານ. ປະຈຸ​ບັນ, ມຽນມາ ຍັງ​ບໍ່​ມີ​ຄົນ​ຕິດ​​ແປດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ເທື່ອ.
ທາງດ້ານ ເຈົ້າຫນ້າທີ່ດ້ານກະສິກຳຂອງເຂດພິເສດຮົງກົງ (ຈີນ) ໃຫ້ຮູ້ເມື່ອວັນເສົາທີ່ຜ່ານມາ ວ່າໄດ້ພົບເຫັນສັດປີກໂຕຫນຶ່ງ ຢູ່ໃນອາການເປັນໄຂ້ ໂດຍພົບເຫັນໃນສວນສາທາລະນະແຫ່ງ ຫນຶ່ງ ເມື່ອວັນທີ 18 ພະຈິກ, ຊຶ່ງຜົນການກວດຕົວຢ່າງພະຍາດ ເປັນບວກກັບໄວຣັສ ໄຂ້ຫວັດສັດປີກ H5N1.
ສ່ວນເຈົ້າ​ໜ້າ​ທີ່​ທາງ​ການ ອິນ​ໂດ​ເນ​ເຊຍ ຢືນຢັນ​ບໍ່​ແບ່ງ​ຕົວຢ່າງ​ເຊື້ອ ​ໄຂ້ຫວັດ​ສັດ​ປີກ ​ໃຫ້​ອົງການ ອະ​ນາ​ໄມ​ໂລກ ຈົນ​ກວ່າ​ຈະ​ແນ່​ໃຈ​ວ່າ ປະ​ເທດ​ທຸກ​ຍາກ​ຈະ​ມີ​ໂອກາດ​ໄດ້​ຮັບ​ວັກ​ຊິນ ປ້ອງ​ກັນ​ໄຂ້ຫວັດ​ສັດ​ປີກ ທົ່ວ​ເຖິງ​ກັນ​ກ່ອນ.
ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ເທດ ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໂຣກ ​ໄຂ້ຫວັດ​ສັດ​ປີກ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ໂດຍ​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ເຖິງ 91 ຄົນ ຈາກ​ຍອດ​ຜູ້​ເສຍ​ຊີວິດ​ທົ່ວ​ໂລກ 206ຄົນ./.

ກັບສາລະບານ

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446