ຜູ້ນຳ​ຝຣັ່ງຢ້ຽມຢາມ ສປ.ຈີນ

(ຂປລ): ຕາມ​ຂ່າວສານ​ຊິນ​ຮວາ, ​ໂດຍ​ຕອບ​ສະຫນອງ​ຄຳ​ເຊີນ​ຂອງ​ທ່ານ ຫູ​ຈິນທາວ ປະທານ​ປະ​ເທດ ສປ.ຈີນ, ຕອນ​ເຊົ້າ​ວັນ​ທີ 25 ພະຈິກ​ນີ້, ທ່ານ ນິ​ໂກ​ລາສ ຊາ​ໂກ​ຊີ ປະທານາທິບໍດີ ຝຣັ່ງ ​ໄດ້​ເດີນທາງ​ດ້ວຍ​ຍົນ​ພິ​ເສດ​ໄປ​ຮອດ​ສະຫນາມ​ບິນ​ຊຽນຢາງ ​ເມືອງ​ຊີ​ອານ ​ເລີ່​ມຢ້ຽມຢາມຈີນ​ທາງ​ລັດຖະກິດ ​ເປັນ​ເວລາ 3 ມື້.
ປະທານາທິບໍດີ ຊາ​ໂກ​ຊີ ຢ້ຽມຢາມ ສປ.ຈີນ ​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຝຣັ່ງ ​ໃນ​ເດືອນ​ພຶດສະພາ​ປີນີ້​ເປັນຕົ້ນ​ມາ ​ແລະ ກໍ​ແມ່ນ​ທ່ານ​ຢ້ຽມຢາມ​ປະ​ເທດ​ອາຊີ ເປັນເທື່ອທຳອິດ ໃນ​ຖານະ​ປະມຸກ​ລັດ​ຝຣັ່ງ.
​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ ກ່ອນ​ອອກ​ເດີນທາງ ທ່ານ ຊາ​ໂກ​ຊີ ກ່າວ​ວ່າ ຝຣັ່ງ ​ໄດ້​ຖື​ສັດ​ຈຳ​ຕໍ່​ຄຳ​ຫມັ້ນສັນຍາ​ຕໍ່​ຈີນ​ຍິ່ງ​ກວ່າ​ຍາມ​ໃດ​ຫມົດ, ຢຶດຖື​ຫລັກການ​ປະ​ເທດ​ຢ່າງ​ຄັກ​ແນ່​ທີ່​ສຸດ, ຝຣັ່ງມີ​ຄວາມ​ຫມັ້ນ​ໃຈ​ຕໍ່​ການ​ພັດທະນາ​ຂອງ​ຈີນ, ຖື​ວ່າການ​ພັດທະນາ​ຂອງ​ຈີນ ​ແມ່ນ​ໂອກາດ​ຂອງ​ຈີນ ​ແລະ ຂອງ​ທົ່ວ​​ໂລກ.
ກ່ອນ​ນີ້ ທ່ານ ລິງ​ຈຽນ​ຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ປະທານາທິບໍດີ ຊາ​ໂກ​ຊີ ມາ​ຢ້ຽມຢາມ​ຈີນ ແມ່ນສຳຄັນ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝຣັ່ງ ດີຂຶ້ນ, ຈີນ​ຫວັງ ​ແລະ ​ເຊື່ອ​ວ່າ ການ​ຢ້ຽມຢາມ​ຈີນ​ເທື່ອ​ນີ້ ຈະ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມມືຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ຈີນ​ກັບ​ຝຣັ່ງ​ໃຫ້​ກ້າວ​ສູ່​ໄລຍະ​ໃຫມ່​ຕື່ມ​ອີກ./.

ກັບສາລະບານ

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446