ອັດກອງ​ປະຊຸມ ​ເຄືອ​ຈັກກະ​ພົບ ອັງກິດ​

(ຂປລ): ຕາມ​ຂ່າວ​ຕ່າງປະ​ເທດ, ກອງ​ປະຊຸມ​ຜູ້ນຳ​ປະ​ເທດ ສະມາຊິກ​ເຄືອ​ຈັກກະ​ພົບ ອັງກິດ ທີ່​ນະຄອນຫລວງ ກຳ​ປາລາ ປະ​ເທດ ອູ​ການ​ດາ ​ໄດ້​ປິດ​​ລົງ​ແລ້ວ ໂດຍມື້ສຸດ​ທ້າຍ ຂອງ​ກອງ​ປະຊຸມ​ໃນ​ລະດັບ ຜູ້ນຳ​ລັດຖະບານ ບັນດາ​ຜູ້ນຳ​ປະ​ເທດ​ສະມາຊິກ ​ເຄືອ​ຈັກກະ​ພົບ ອັງກິດ ຕ່າງ​ສະ​ແດງ ຄວາມ​ວິຕົກ​ກ່ຽວ​ກັບ ສະຖານະ​ການ ການ​ເມືອງ​ໃນ​ປາ​ກິ​ສຖານ ຊຶ່ງ​ເຖິງ​ປະຈຸ​ບັນນີ້ ປະທານາທິບໍດີ ເພີ​ເວສ ມູຊາຣາຟ ຍັງ​ຄົງ​ບໍ່​ຍົກ​ເລີກ ພາວະສຸກເສີນ ກ່ອນ​ໜ້າການ​ເລືອກ​ຕັ້ງທົ່ວ​ໄປ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 8 ມັງກອນ​ປີໜ້າ.
ກ່ອນ​ອອກ​ຖະ​ແຫລ​ງການຮຽກຮ້ອງ​ໃຫ້ ປາ​ກິ​ສຖານ ​ເລັ່ງ​ແກ້​ໄຂ​ສະຖານະ​ການ ​ໃນ​ປະ​ເທດ ​ເພື່ອ​ໃຫ້ການ​ເລືອກ​ຕັ້ງດຳ​ເນີນ​ໄປ​ຢາງ​ຍຸຕິ​ທຳ ​ຊຶ່ງ​ເມື່ອ​ວັນ​ທີ 23 ພະຈິກ​ທີ່​ຜ່ານ​ມານີ້ ກຳ​ມະ​ທິການ ລັດຖະມົນຕີ​ການຕ່າງປະ​ເທດ ​ເຄື່ອຈັກກະ​ພົບ​ອັງກິດ ​ໄດ້​ລົງ​ນາມ​ລະງັບການເປັນ​ສະມາຊິກ​ຂອງ​ ປາ​ກິ​ສຖານ ທີ່​ບໍ່​ຍອມ​ຍົກ​ເລີກ ການ​ປະ​ກາດພາວະສຸກເສີນ ຕາມ​ກຳນົດ​​ໄວ້ 3 ອາທິດ. ຂ່າວໃຫ້ຮູ້ອີກວ່າ: ​ອະ​ດິດນາຍົກລັດຖະມົນຕີປາກິສຖານ ນາວາ​ສ ຊາ​ຣິບ ໄດ້​ເດີນທາງ​ກັບປະ​ເທດ​ແລ້ວ ​ເມື່ອ​ວັນ​ທີ 25 ພະຈິກ​ນີ້. ການເດີນທາງ​ກັບປະ​ເທດ​ຄັ້ງນີ້ ເຮັດ​ໃຫ້ ທ່ານ ຊາຣີບ ສາມາດ​ເຮັດ​ໃຫ້​ ທ່ານ​ຍື່ນ​ໃບ​ສະຫມັກ ລົງ​ແຂ່ງຂັນ​ເລືອກ​ຕັ້ງ ສະມາຊິກ​ລັດຖະສະພາ ​ໃນ​ວັນ​ທີ 8 ມັງກອນ​ປີໜ້າ​ໄດ້​ທັນ​ເວລາ.
ທີ່ີ່​ກອງ​ປະຊຸມ ຂອງຜູ້ນຳເຄືອຈັກກະພົບອັງກິດ ຍັງ​ມີ​ຄວາມ​ເຫັນ​ຕ່າງ​ກັນ​ກ່ຽວ​ກັບ​ການ​ແກ້​ໄຂ ບັນຫາ​ພາວະ​ໂລກ​ຮ້ອນ , ແຕ່​ທ່ານ ​ເຄວິນ ຣັດ ວ່າ​ທີ່​ຜູ້ນຳ​ຄົນ​ໃໝ່ ຂອງອົສຕຣາລີ ຢືນຢັນ​ວ່າ​ຈະ​ລົງ​ນາມ​ໃນ​ອະນຸສັນຍາກຽວ​ໂຕ ຫລັງ​ຈາກ​ທີ່​ປະຕິ​ເສດ​ມາ​ໂດຍ​ຕະຫລອດ./.

ກັບສາລະບານ

 

 

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446