ປະທານາທິບໍດີຈໍເຈຍ ລາອອກຈາກຕຳແຫນ່ງ

ຂປລ: ຕາມຂ່າວຕ່າງປະເທດ, ໃນວາລະປະຊຸມຄົບຄະນະ ຊຶ່ງຈັດຂຶ້ນເມື່ອວັນທີ 25 ພະຈິກນີ້, ສະພາແຫ່ງຊາດຈໍເຈຍ ໄດ້ຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍການດຳເນີນການເລືອກຕັ້ງ ປະທານາທິບໍດີຂອງປະເທດນີ້ກ່ອນກຳນົດ ໃນວັນທີ 5 ມັງກອນ ປີ 2008.
ຕາມທີ່ກົດຫມາຍກຳນົດໄວ້ ກໍແມ່ນວ່າການຕົກລົງ ກຳນົດວັນເລືອກຕັ້ງປະທານາທິບໍດີ ກ່ອນກຳນົດ ຈະໄດ້ຮັບການຮັບຮອງໂດຍສະພາແຫ່ງຊາດ ກໍຕໍ່ເມື່ອຫລັງຈາກທີ່ປະທານາທິບໍດີ ມີຄາອິນ ຊາອາຄາສວີລີ ລາອອກຈາກຕຳແຫນ່ງ.
ກ່ອນຫນ້ານັ້ນ ໃນວັນດຽວກັນ, ສະພາແຫ່ງຊາດຈໍເຈຍ ກໍໄດ້ແຈ້ງໃຫ້ຮູ້ ຢ່າງເປັນທາງ ການ ວ່າ ປະທານາທິບໍດີ ຊາອາຄາສວີລີ ໄດ້ລາອອກຈາກຕຳແຫນ່ງແລ້ວ.
ທ່ານ ຊາອາຄາສວີລີ, ໄວ 39 ປີ, ເປັນຫນຶ່ງໃນຜູ້ສະຫມັກເລືອກຕັ້ງ 8 ຄົນ ປະກາດ ເຂົ້າຮ່ວມຊີງໄຊ ໃນການເລືອກຕັ້ງປະທານາທາທິບໍດີຈໍເຈຍ ໃນເທື່ອນີ້. ພັກຂະບວນການສາ ມັກຄີຊາດ (UNM) ຂອງທ່ານ ຊາອາຄາສວີລີ ກໍໄດ້ມີແຜນການ ໃນການຮັບຮອງເອົາທ່ານ ຊາອາຄາສວີລີ ເປັນຜູ້ສະຫມັກເລືອກຕັ້ງປະທານາທິບໍດີ./.

ກັບສາລະບານ

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446