ປະທານປະເທດຫວຽດນາມ ຢ້ຽມຢາມຍີ່ປຸ່ນ

ຂປລ: ຕາມຂ່າວຈາກຮ່າໂນ້ຍ, ປະທານປະເທດຫວຽດນາມ ຫງວຽນມິງຈຽດ ພ້ອມດ້ວຍຄະນະ ເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ເມື່ອວັນທີ 25 ພະຈິກນີ້ ໂດຍຈະເຄື່ອນໄຫວຢ້ຽມຢາມ ຮອດວັນທີ 29 ພະຈິກ. ນີ້ເປັນການຢ້ຽມຢາມຍີ່ປຸ່ນ ເປັນເທື່ອທຳອິດ ຂອງປະມຸກລັດຫວຽດນາມ ນັບແຕ່ສອງປະເທດ ສ້າງສາຍພົວພັນການ ທູດນຳກັນ ເມື່ອວັນທີ 21 ກັນຍາ ປີ 1973 ເປັນຕົ້ນມາ.
ໃນຫລາຍປີມໍ່ໆມານີ້, ດ້ວຍຄວາມພະຍາຍາມຂອງທັງສອງຝ່າຍ, ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືຫລາຍດ້ານ ຫວຽດນາມ-ຍີ່ປຸ່ນ ໄດ້ມີບາດກ່າວພັດທະນາຢ່າງໄວວາ. ບັນຫາການພົວພັນຮ່ວມມືຕົວຈິງຕ່າງໆ ລະຫວ່າງສອງປະເທດເຊັ່ນ ເຕັກໂນໂລຊີຂໍ້ມູນຂ່າວ ສານ, ຊ່ວຍເຫລືອເພື່ອການພັດທະນາຢ່າງເປັນທາງການ, ການລຶບລ້າງຄວາມທຸກຍາກ ແລະ ປົວແປງສະພາບແວດລ້ອມການລົງທຶນ, ຍົກສູງຄວາມສາມາດ ໃນການແກ້ງແຍ່ງ ຕ່າງກໍມີ ຄວາມຄືບຫນ້າຢ່າງຈະແຈ້ງ. ການຮ່ວມມືທາງດ້ານການຄ້າ, ການລົງທຶນ ຫວຽດນາມ-ຍີ່ປຸ່ນ ສືບຕໍ່ໄດ້ຮັບການຊຸກຍູ້./.

ກັບສາລະບານ

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446