ອົງການອາຫານ ແລະ ການກະເສດ ສົ່ງເສີມຄວາມ ພະຍາມທີ່ຈະໃຫ້ໂລກ ປາສະຈາກຜູ້ອຶດຫິວ
*(ຂປລ): ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ໂຣແບກໂຕ ບາກຈີໂອ, ທູດສຳພັນທະໄມຕີ ຂອງ ອົງການອາຫານ ແລະ ການກະເສດ (FAO) ໃນຕອນບ່າຍວັນທີ 4 ກັນຍາ 2007 ນີ້ ໃນໂອກາດທີ່ພວມຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 3-5 ກັນຍາ 2007 ແນໃສ່ສົ່ງເສີມຄວາມພະຍາຍາມທີ່ຈະເຮັດໃຫ້ໂລກ ປາສະຈາກຜູ້ອຶດຫິວ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ຕໍ່ທ່ານທູດສຳພັນທະໄມຕີ ຂອງ FAO ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ແລະ ການຮ່ວມມືກັບ ອົງການ FAO ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານການພັດທະນາເສດຖະກິດສັງຄົມ ຢູ່ ສປປ ລາວ ໂດຍສະເພາະແມ່ນໃຫ້ການຊ່ວຍເຫລືອ ໃນໂຄງການຕ່າງໆເຊັ່ນ: ການຄ້ຳປະກັນສະບຽງອາຫານ, ຕ້ານການລະບາດຂອງ ພະຍາດໄຂ້ຫວັດສັດປີກ, ການປູກພືດແບບປະສົມປະສານ. ພ້ອມດຽວກັນ ທ່ານຍັງໄດ້ແຈ້ງໃຫ້ແຂກຊາບວ່າ ແຕ່ລະປີ ລັດຖະບານລາວ ໄດ້ຮ່ວມກັບ ອົງການ FAO ປະຈຳລາວ ສະເຫລີມສະຫລອງວັນອາຫານໂລກ (World Food Day) ວັນທີ 16 ຕຸລາ ຂອງທຸກໆປີ ເພື່ອເປັນການໂຄສະນາ ໃຫ້ເຫັນໄດ້ເຖິງຄວາມສຳຄັນຂອງ ວັນດັ່ງກ່າວ. ທ່ານ ໂຣແບັກໂຕ ບາກຈີໂອ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ ທ່ານຮອງນາຍົກ ທອງລຸນ ສີສຸລິດ ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມລາວຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມພະຍາຍາມ ທີ່ຈະເຮັດໃຫ້ໂລກນີ້ ປາສະຈາກຜູ້ອຶດຫິວ, ຊຶ່ງໃນປີນີ້ ອົງການ FAO ໄດ້ວາງຄຳຂວັນໄວ້ວ່າ: ສິດທິໃນການໄດ້ຮັບອາຫານຢ່າງພຽງພໍ. ນອກຈາກນີ້, ການມາຢ້ຽມຢາມລາວໃນຄັ້ງນີ້ ກໍແມ່ນສ່ວນໜຶ່ງທີ່ສຳຄັນ ໃຫ້ແກ່ການກະກຽມການຈັດງານສະເຫລີມສະຫລອງວັນອາຫານໂລກ ທີ່ຈະຈັດຂຶ້ນທີ່ນະຄອນຫລວງ ໂຣມ ປະເທດ ອີຕາລີ ໃນວັນທີ 16 ຕຸລາ 2007./.
ກັບສາລະບານ