ຂ່າວພາຍໃນປະເທດ

ຈີນ ລົງ​ທຶນ​ປູກ​ຢາງ​ພາ​ລາ​ຢູ່ແຂວງ​ຫລວງ​ນ້ຳ​ທາ 1.000 ເຮັກ​ຕາ

*(ຂ​ປ​ລ): ບໍ​ລິ​ສັດ ລົງ​ທຶນ​ຢາງ​ພາ​ລາ ແຂວງ​ຢຸນ​ນານ ສ​ປ ຈີນ ໄດ້​ລົງ​ທຶນກວ່າ 1 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ສົ່ງ​ເສີມ​ປະ​ຊາ​ຊົນ​ແຂວງຫລວງ​ນ້ຳ​ທາ ປູກ​ຢາງ​ພາ​ລາ​ຢູ່​ເຂດ​ສີ​ວິ​ໄລ ເມືອງ​ລອງ​ໃນ​ເນື້ອ​ທີ່ 1.000 ເຮັກ​ຕາ ຊຶ່ງ​ມີ​ອາ​ຍຸ​ດຳ​ເນີນ​ໂຄງ​ການ 35 ປີໂດຍ​ທາງ​ບໍ​ລິິ​ສັດ​ຈະເປັນ​ຜູ້​ຮັບ​ຊື້​ຜົນ​ຜະ​ລິດ​ທັງ​ໝົດ.ພິ​ທີ​ລົງ​ນາມ ​ເພື່ອ​ອະ​ນຸ​ມັດ​ສຳ​ປະ​ທານ ໄດ້​ມີ​ຂຶ້ນ​ໃນ​ວັນທີ 3 ກັນຍາ 2007ນີ້ ລະ​
ຫວ່າງ​ທ່ານ​ ສົມ​ຈັນ ມີ​ດວງ​ຈັນ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ-​ປ່າ​ໄມ້, ທ່ານ​ ສົມ​ໝາຍ ໂກ​ສະ​ດາ ຮອງ​ຫົວ​ໜ້າ​ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ ແຂວງ​ຫລວງ​ນ້ຳ​ທາ ແລະ ທ່ານ ຫລິວ ​ເຕີ​ຫລຽນ ຫັວ​ໜ້າ​ບໍ​ລິ​ສັດ​ລົງ​ທຶນ​ຢາງ​ພາ​ລາ​ແຂວງ​ຢຸນ​ນານໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ພະ​ນັກ​ງານ​ກ່ຽວ​ຂ້ອງ​ທັງ​ສອງ​ຝ່າຍ.
ການ​ຕົກ​ລົງ​ໃຫ້ສຳ​ປະ​ທານ​ປູກ​ຢາງ​ພາ​ລາ​ໃນ​ຄັ້ງ​ນີ້ ແນ​ໃສ່ສົ່ງ​ເສີມ​ກາງ​ສ້າງ​ລາຍ​ຮັບ​ໃຫ້​ປະ​ຊາ​ຊົນ ໃນ​ເຂດ​ດັ່ງ​ກ່າວ​ໃຫ້​ມີ​ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446